ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ອິນ​ເດຍ ​ແລະ ຈີນ ​​​ເ​ລີ້​ມ ທຳການ​ເຈລະຈາ ​​​ເລື້ອງຊາຍ​ແດນ ຮອບ​ທີ 18


ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດອິນເດຍ ທ່ານ Ajit Kumar Doval (ຂວາ) ແລະ ທີ່ປຶກສາທາງການຈີນ ທ່ານ Yang Jiechi ຈັບມືກັນກ່ອນໜ້າ ຈະເລີ້ມເຂົ້າເຈລາຈາ ຮອບທີ 18 ກ່ຽວກັບ ເຂດຊາຍແດນລະຫວ່າງ ອິນເດຍ ແລະ ຈີນ ທີ່ມີການຜິດຖຽງກັນມາເປັນເວລາດົນນານ ຢູ່ໃນນະຄອນຫລວງ New Delhi ປະເທດອິນເດຍ, ວັນຈັນ 23 ມີນາ 2015.

ອິນ​ເດຍ ​ແລະ ຈີນ ໄດ້​ເ​ລີ້​ມທຳການ​ເຈລະຈາ ​ເລື້ອງຊາຍ​ແດນ
ຮ່ວມກັນ ຮອບ​ທີ 18 ຢູ່​ນະຄອນຫລວງ New Delhi ​ໃນ​ວັນ​ຈັນ​
ມື້​ນີ້ ເພື່ອ​ພະຍາຍາມ​ແກ້​ໄຂ ການ​ຜິດ​ຖຽງ​ກັນ​ມາ​ເປັນ​ເວລາ​ດົນ​
ນານ​ ກ່ຽວ​ກັບ​ເຂດ​ນ້ຳ​ແດນ​ດິນ.

ການ​ເຈລະຈາ​ໃນ​ມື້​ນີ້ ກ່ຽ​ວກັບ The Line of Actual Control
ຫລື ເສັ້ນຄວບຄຸມ​ອັນ​ແທ້​ຈິງ ​ແມ່ນ​ເປັນຄັ້ງທຳ​ອິດ ນັບ​ຕັ້ງ​ແຕ່
ນາຍົກລັດຖະມົນຕີ ອິ​ນເດຍ ທ່ານ Narendra Modi ​ໄດ້​ເຂົ້າ
ມາ​ຮັບ​ຕຳ​ແໜ່​ງ​ເມື່ອ​ປີ​ກາຍ​ນີ້.

ທັງ​ສອງ​ປະ​ເທດ ​ໄດ້ມີ​ການ​ຂັດ​ແຍ້​ງຜິດ​ຖຽງ​ກັນ ກ່ຽວ​ກັບ​ເຂດ​ນ້ຳ​ແດນ​ດິນ ຢ່າງ​ຂົມ​ຂື່ນ
ເປັນ​ເວລາ​ດົນນານ​ແລ້ວ ​ແລະ ​ໄດ້​ມີ​ການ​ບຸກລຸກ​ຂະໜາດ​ນ້ອຍ ຂ້າມເສັ້ນຄວບຄຸມ​ອັນ
​ແທ້​ຈິງ ​ໄປມາຢູ່​ເລື້ອຍໆ​. ​ເສ້ນ​ດັ່ງກ່າວ​ແມ່ນຖື​ວ່າ​ເປັນ​ເຂດຊາຍ​ແດນ​ທາງ​ການ​ ທີ່​ເນັ່ງ
4,000 ກິ​ໂລ​ແມັດ ຂ້າມ​ພູ​ເຂົາ​ຫິມມະ​ໄລ ​ແລະ​ກວມ​ເອົາ​ດິນ​ແດນ​ທີ່​ຫ່າງໄກສອກ​ລີກ ​
ອັນ​ກວ້າງ​ໃຫຍ່​ໄພສານ.

ຈີນ​ອ້າງ​ກຳມະສິດ​ໃນ​ບໍລິ​ເວນ​ ປະມານ 90,000 ຕາລາງ​ກິ​ໂລ​ແມັດ ຂອງ​ດິນ​ແດນ​ໃນເຂດ
ຕາ​ເວັນ​ອອກ​ຂອງ​ພູ​ເຂົາ​ຫິມມະ​ໄລ ຊຶ່ງ​ອິນ​ເດຍ​ໂຕ້​ແຍ້​ງ. ດິນ​ແດນ​ອັນ​ກ້ວາງ​ໃຫຍ່​ຕອນໜຶ່ງ
​ໃນ​ເຂດ​ນັ້ນ ​ແມ່ນ​ລັດ Arunachal Pradesh ຂອງ​ອິນ​ເດຍ.

​ເມື່ອ​ປີ​ກາຍ​ນີ້ ​ອິນ​ເດຍ ​ແລະ ຈີນ ​ໄດ້ປະ​ເຊີນກັບ​ສະຖານະ​ການ​ອັນ​ເຄ່ງ​ຕຶງ ຊຶ່ງ​ມີ​ທະຫານ
ຂອງ​ທັງ​ສອງ​ຝ່າຍ ຈຶ້ງ​ທ່າ​ໃສ່​ກັນ​ຢູ່​ຄົນ​ລະ​ຟາກ​ຊາຍ​ແດນ​ ​ເປັນ​ເວລາ​ສອງ​ອາທິດ​ ຢູ່​ໃນ​ຂົງ​
ເຂດ​ດັ່ງກ່າວ ​ແຕ່​ກໍ​ສາມາດ​ແກ້​ໄຂ​ບັນ​ຫາ​ໄດ້​ໃນ​ທີ່​ສຸດ.

ການ​ຜິດ​ຖຽງ​ກັນ​ເລື້ອງ​ຊາຍ​ແດນ ​ໄດ້ກໍ່​ໃຫ້​ເກີດ​ສົງຄາມ​ໄລຍະ​ສັ້ນໆ ລະຫວ່າງສອງປະເທດ ​
ເອ​ເຊຍ​ທີ່​ໃຫຍ່​ທີ່​ສຸດ ​ໃນ​ປີ 1962.

India China Border Dispute
please wait

No media source currently available

0:00 0:00:55 0:00

XS
SM
MD
LG