ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຍ ຈີນ ຢ້ຽມຢາມອິນເດຍ


ນຍ ຈີນ ທ່ານ Wen Jiabao ຂຽນຂໍ້ຄວາມ ກ່ຽວກັບມິດຕະພາບ ອິນເດຍ-ຈີນ ໃສ່ແຜ່ນຜ້າ ຂະນະທີ່ ພວກເຈົ້າໜ້າທີ່ ຂອງໂຮງຮຽນນາໆຊາດ Tagore ໃນກຸງນິວເດລີ ຢືນເບິ່ງ (15 ທັນວາ 2010)
ນຍ ຈີນ ທ່ານ Wen Jiabao ຂຽນຂໍ້ຄວາມ ກ່ຽວກັບມິດຕະພາບ ອິນເດຍ-ຈີນ ໃສ່ແຜ່ນຜ້າ ຂະນະທີ່ ພວກເຈົ້າໜ້າທີ່ ຂອງໂຮງຮຽນນາໆຊາດ Tagore ໃນກຸງນິວເດລີ ຢືນເບິ່ງ (15 ທັນວາ 2010)

ນາຍົກລັດຖະມົນຕີຈີນທ່ານ Wen Jiabao ເດີນທາງໄປ
ເຖິງປະເທດອິນເດຍແລ້ວ ໃນການຢ້ຽມຢາມທີ່ແນໃສເພື່ອ
ເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນແລະກັນລະຫວ່າງ
ປະເທດທັງສອງ.

ທ່ານ Wen ເດີນທາງໄປເຖິງກຸງນິວເດລີ ໃນວັນພຸດມື້ນີ້
ພ້ອມດ້ວຍຄະນະຜູ້ແທນທີ່ປະກອບດ້ວຍເຈົ້າໜ້າທີ່ການຄ້າ
ຫຼາຍກວ່າ 300 ຄົນ. ເປັນທີ່ຄາດກັນວ່າທັງສອງຝ່າຍຈະ
ລົງນາມໃນຂໍ້ຕົກລົງຈຳນວນນຶ່ງກ່ຽວກັບເລື່ອງທະນາຄານ
ພະລັງງານ ແລະໂຄງລ່າງພື້ນຖານ.

ການຄ້າລະຫວ່າງປະເທດທັງສອງໄດ້ຈະເລີນເຕີບໂຕ ແລະຄາດວ່າຈະມີຍອດເຖິງ 60 ພັນ
ລ້ານໂດລາ ໃນປີນີ້. ແຕ່ແນວໃດກໍຕາມ ອິນເດຍຍັງມີຄວາມບໍ່ພໍໃຈກ່ຽວກັບການຂາດດຸນ
ການຄ້າທີ່ມີເພີ້ມຂຶ້ນກັບຈີນ ແລະພວມຊຸກຍູ້ ຢາກໃຫ້ມີການເປີດຕະຫຼາດຈີນຫຼາຍຂຶ້ນ ສຳ
ລັບສິນຄ້າຂອງອິນເດຍ.

ມີທ່າທາງວ່າຄວາມບໍ່ກໍ້າເກິ່ງທາງດ້ານການຄ້າ ຈະຖືກຍົກຂຶ້ນມາສົນທະນາຫາລືກັນເວລາ
ທ່ານ Wen ພົບປະກັບນາຍົກລັດຖະມົນຕີອິນເດຍທ່ານ Manmohan Singh ໃນມື້ອື່ນ
ນີ້. ນອກນັ້ນຍັງເປັນທີ່ຄາດກັນວ່າ ພວກຜູ້ນຳທັງສອງຈະໄດ້ສົນທະນາຫາລືກັນ ກ່ຽວກັບ
ບັນຫາຂັດແຍ້ງໃນເລື່ອງເຂດນໍ້າແດນດິນ ໃນບໍລິເວນຊາຍແດນຂອງປະເທດທັງສອງທີ່ຍັງ
ສືບຕໍ່ບໍ່ທັນໄດ້ຮັບການແກ້ໄຂ ເຖິງແມ່ນໄດ້ມີການເຈລະຈາຫາລື ເປັນເວລາຫຼາຍປີມາແລ້ວ
ກໍຕາມ.

ບັນຫາທີ່ເຄັ່ງຄຽດທາງປະວັດສາດອີກອັນນຶ່ງ ລະຫວ່າງອິນເດຍກັບຈີນ ກໍແມ່ນ ການມີ
ໜ້າຂອງອົງດາໄລລາມະ ຜູ້ນຳທາງດ້ານຈິດໃຈຂອງທິເບດຢູ່ທີ່ປະເທດອິນເດຍ.

XS
SM
MD
LG