ການປະເຊີນໜ້າກັນ ທີ່ຮ້າຍແຮງທີ່ສຸດ ລະຫວ່າງອິນເດຍ ແລະຈີນ ໃນຮອບເກືອບ 5 ທົດສະວັດ ທີ່ໄດ້ສັງຫານ ທະຫານອິນເດຍ 20 ຄົນນັ້ນ ເປັນການສະແດງໃຫ້ເຫັນ ອັນຕະລາຍທີ່ເພີ້ມຂຶ້ນຂອງບັນຫາຂັດແຍ້ງ ຢູ່ເຂດຊາຍແດນຂອງທັງສອງປະເທດທີ່ຍືດເຍື້ອຍາວນານ ແລະເສັ້ນທາງໄປສູ່ການແກ້ໄຂບັນຫານີ້ ຈະບໍ່ເປັນເລື້ອງງ່າຍສຳລັບສອງປະເທດທີ່ນຳພາໂດຍຜູ້ນຳຊາດນິຍົມ ອີງຕາມການກ່າວຂອງບັນດານັກວິເຄາະ.
“ຂ້າພະເຈົ້າຢາກຈະຮັບປະກັນປະເທດຊາດວ່າ ການເສຍສະລະຂອງພວກທະຫານຈາວານຂອງພວກເຮົາ ຈະບໍ່ຕາຍລ້າ” ທ່ານນາເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໄດ້ກ່າວໄປ ໃນການກ່າວຄຳປາໄສທາງໂທລະພາບ ໃນນະຄອນຫຼວງນິວເດລີ ເມື່ອວັນພຸດວານນີ້. ທ່ານກ່າວຕື່ມວ່າ “ສຳລັບພວກເຮົາ ຄວາມສາມັກຄີ ແລະອະທິປະໄຕຂອງປະເທດ ແມ່ນສຳຄັນຍິ່ງ. ອິນເດຍ ຕ້ອງການສັນຕິພາບ ແຕ່ໃນເມື່ອໄດ້ຖືກທ້າທາຍ ກໍມີຄວາມອາດສາມາດທີ່ຈະຕອບໂຕ້ຄືນຕາມຄວາມເໝາະສົມ ບໍ່ວ່າໃນສະຖານະການໃດໆກໍຕາມ.”
ທັງສອງຝ່າຍໄດ້ຖິ້ມໂທດໃສ່ກັນແລະກັນ ສຳລັບການຫາເລື້ອງເກາະຜິດ ທີ່ປະເຊີນໜ້າກັນຢ່າງຮຸນແຮງໃນເຂດຮ່ອມພູກາລວານ ຢູ່ພູຫິມະໄລ ທີ່ເປັນພື້ນທີ່ນ້ຳກ້ອນເປົ່າຫວ່າງປາດສະຈາກພືດ ຕັ້ງຢູ່ໃນຂົງເຂດລາດັກ ທາງພາກຕາເວັນອອກຂອງອິນເດຍ. ລາຍລະອຽດຕ່າງໆ ຍັງຄົງບໍ່ຈະແຈ້ງເທື່ອ ແຕ່ໄດ້ມີລາຍງານມາວ່າ ກຳລັງທະຫານໄດ້ຕໍ່ສູ້ກັນດ້ວຍທ່ອນເລັກແລະກ້ອນຫີນ ໃນລະຫວ່າງການຕ່ອຍຕີກັນທີ່ແກ່ຍາວມານັ້ນ. ອີງຕາມລາຍງານຕ່າງໆໃນສື່ມວນຊົນຂອງອິນເດຍ ທະຫານຈຳນວນນຶ່ງໄດ້ຕົກລົງ ຫຼື ຖືກຊຸກລົງໃນແມ່ນ້ຳສາຍນຶ່ງ.
ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ອິນເດຍ ກ່າວວ່າ ກອງທັບຂອງຈີນ ຍັງໄດ້ສູນເສຍທະຫານຂອງຕົນ ຊຶ່ງປັກກິ່ງ ບໍ່ໄດ້ຢັ້ງຢືນກ່ຽວກັບເລື້ອງນີ້.
“ການເສຍຊີວິດຂອງທະຫານອິນເດຍ ດ້ວຍວິທີທີ່ໂຫດຮ້າຍປ່າເຖື່ອນ ໄດ້ຜັກດັນໃຫ້ລັດຖະບານຂອງອິນເດຍຈົນມຸມ. ຕົນກໍຕ້ອງມີປະຕິກິລິຍາໃນແບບທີ່ມີຄວາມໝາຍພໍສົມຄວນ ຖ້າຫາກຕົນບໍ່ຢາກສູນເສຍການສະໜັບສະໜູນຂອງມະຫາຊົນທີ່ຕົນມີຢູ່ນັ້ນ” ທ່ານບາຣັດ ຄາຣນາດ ນັກວິຊາການຮັບຜິດຊອບ ດ້ານຍຸດທະສາດ ຢູ່ທີ່ສູນກາງຄົ້ນຄວ້າດ້ານນະໂຍບາຍໃນນະຄອນຫຼວງນິວເດລີ ທີ່ໄດ້ກ່າວໄປແລະເປັນຜູ້ທີ່ເຕື່ອນວ່າ ບັນຫາຂັດແຍ້ງກັນອາດຈະທະວີຂຶ້ນ.
ຢູ່ທີ່ປັກກິ່ງ ໂຄສົກກະຊວງການຕ່າງປະເທດ ທ່ານ ຊາວ ລີຈຽງ ໄດ້ກ່າວວ່າ ຈີນບໍ່ຢາກເຫັນການປະທະກັນໃດໆຕື່ມອີກ ຢູ່ທີ່ເຂດຊາຍແດນຕິດກັບອິນເດຍ ແລະທັງສອງຝ່າຍຢູ່ໃນການຕິດຕໍ່ກັນຢ່າງໃກ້ຊິດເພື່ອຫາທາງແກ້ໄຂສະຖານະການໂດຍຜ່ານທາງການທູດ ແລະຊ່ອງທາງການທະຫານ.