ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖີໃຈບຸນອິນເດຍ ບໍລິຈາກເງິນ


ແຜນທີ່ເມືອງ Bangalore ໃນພາກໃຕ້ຂອງອິນເດຍ ບ່ອນທີ່ຈະ
ໄດ້ຮັບເງິນຊ່ວຍເຫລືອຈາກ ມູນນິທິ Azim Premji ເພື່ອກໍ່ສ້າງ
ມະຫາວິທະຍາໄລໃໝ່ແຫ່ງນຶ່ງ.
ແຜນທີ່ເມືອງ Bangalore ໃນພາກໃຕ້ຂອງອິນເດຍ ບ່ອນທີ່ຈະ ໄດ້ຮັບເງິນຊ່ວຍເຫລືອຈາກ ມູນນິທິ Azim Premji ເພື່ອກໍ່ສ້າງ ມະຫາວິທະຍາໄລໃໝ່ແຫ່ງນຶ່ງ.

ນຶ່ງ​ໃນ​ບັນດາ​ເສດຖີທີ່​ຮັ່ງມີ​ທີ່​ສຸດ​ໃນ​ອິນ​ເດຍກ່າວ​ວ່າ ທ່ານ​ຈະ​ບໍລິຈາກ​ເງິນ​ຈໍານວນ​ເກືອບ 2 ພັນ​ລ້ານ​ໂດ​ລາ​ ເພື່ອຊ່ອຍ​ເປັນທຶນ​ໂຄງການ​ສຶກ​ສາ​ຕ່າງໆ​ໃນ​ອິນ​ເດຍ.

ທ່ານ Azim Premji ປະທານບໍລິສັດ​ຜະລິດ​ software Wipro ກ່າວ​ໃນ​ວັນພຸດ​ວານ​ນີ້​ວ່າ ທ່ານ​ຈະ​ມອບຫຸ້ນຂອງທ່ານໃນບໍລິສັດດັ່ງກ່າວ ຈໍານວນ 213 ລ້ານ​ຫຸ້ນ ​ໃຫ້​ອົງການ​ກຸສົນ​ນຶ່ງ ຄື ມູນ​ນິທິ Azim Premji ທີ່ຈະເອົາເງິນຈາກການຂາຍ ຫຸ້ນເຫລົ່ານັ້ນ ໄປ​ໃຊ້​ຈ່າຍ​ໃນໂຄງ
ການ​ສຶກສາ​ ​ແລະ​ໂຄງການ​ເຝິກອົບຮົມ​ນາຍຄູ ໃນເຂດ​ຊົນນະ​ບົດ.

ມູນ​ນິທີ​ດັ່ງກ່າວ ​ຍັງ​ດໍາ​ເນີນ​ງານ​ເພື່ອ​ກໍ່ສ້າງ​ມະຫາວິທະຍາໄລ​ໃໝ່​ແຫ່ງ​ນຶ່ງ​ໃນ​ເມືອງ
Bangalore ​ໃນ​ພາກ​ໃຕ້​ຂອງ​ອິນ​ເດຍ​ນໍາ.

ທ່ານ Azim ມີ​ຊັບສິນທັງໝົດ​ປະມານ 17 ພັນ​ລ້ານ​ໂດ​ລາ ​ແລະ​ຈະ​ໂອນ​ຫຸ້ນທີ່ທ່ານ​ບໍ
ລິຈາກ​ໃຫ້ນັ້ນ​ໄປໃຫ້​ມູນ​ນິທິ​ດັ່ງກ່າວພາຍໃນ​ວັນ​ທີ 7 ທັນວາ​ເດືອນ​ນີ້.

XS
SM
MD
LG