ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

34 ຄົນເສຍຊີວິດແລະບາດເຈັບ ອີກ 20 ກວ່າຄົນໃນອຸບັດເຫດ ລົດຕໍາກັນທີ່ອິນເດຍ


ພວກເຈົ້າໜ້າທີ່ອິນເດຍກ່າວວ່າ ມີຄົນເສຍຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖະໜົນຫລາຍກວ່າ 110,000 ຄົນໃນແຕ່ລະປີ ຊຶ່ງສາເຫດ ສ່ວນໃຫຍ່ແມ່ນ​ເປັນຍ້ອນຂັບລົດໄວ ຖະໜົນບໍ່ດີ ແລະສະພາບລົດບໍ່ດີ.
ພວກເຈົ້າໜ້າທີ່ອິນເດຍກ່າວວ່າ ມີຄົນເສຍຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖະໜົນຫລາຍກວ່າ 110,000 ຄົນໃນແຕ່ລະປີ ຊຶ່ງສາເຫດ ສ່ວນໃຫຍ່ແມ່ນ​ເປັນຍ້ອນຂັບລົດໄວ ຖະໜົນບໍ່ດີ ແລະສະພາບລົດບໍ່ດີ.

ຕໍາຫລວດອິນເດຍກ່າວວ່າ ​ໄດ້​ເກີດ​ອຸບັດ​ຕິ​ເຫດລົດ​ເມແລະລົດຕູ້ຕໍາກັນ ທີ່ຍັງຜົນໃຫ້ມີຜູ້
ເສຍຊີວິດ 34 ຄົນ ໂຮມທັງຄົນຂັບລົດ​ເມ ແລະບາດເຈັບ ອີກ 20 ​ກວ່າ​ຄົນ.

ພວກສືບສວນສອບສວນກ່າວວ່າ ລົດຕູ້ກໍາລັງເດີນທາງກັບຈາກງານສົ່ງສະການພ້ອມດ້ວຍ
ພວກໄວ້ອາໄວ ເວລາລົດເກີດຕໍາກັນຢູ່ໄກ້ເມືອງ Badaun ໃນລັດ Uttar Pradesh.

ອົງການອະນາໄມໂລກກ່າວວ່າ ອິນເດຍມີອັດຕາການເສຍຊີວິດ ຍ້ອນ​ອຸບັດ​ຕິ​ເຫດທ້ອງ
ຖະໜົນທີ່ສູງທີ່ສຸດໃນໂລກ.

ພວກເຈົ້າໜ້າທີ່ອິນເດຍກ່າວວ່າ ມີຄົນເສຍຊີວິດຍ້ອນອຸບັດຕິເຫດຕາມທ້ອງຖະໜົນ
ຫລາຍກວ່າ 110,000 ຄົນໃນແຕ່ລະປີ ຊຶ່ງສາເຫດສ່ວນໃຫຍ່ແມ່ນ​ເປັນຍ້ອນຂັບລົດໄວ ຖະໜົນບໍ່ດີ ແລະສະພາບລົດບໍ່ດີ.

XS
SM
MD
LG