ພວກເຈົ້າໜ້າທີ່ ໃນພາກເໜືອຂອງອິນເດຍເວົ້າວ່າ ລົດເມຄັນນຶ່ງໄດ້ແລ່ນເຈືອກຕົກເຫວ
ຊຶ່ງເຮັດໃຫ້ຢ່າງໜ້ອຍ 40 ຄົນເສຍຊີວິດ.
ພວກເຈົ້າໜ້າທີ່ຍັງກ່າວອີກວ່າ ລົດເມໂດຍສານຄັນນີ້ ໄດ້ແລ່ນເຈືອກອອກຈາກທາງໃນ
ວັນເສົາມື້ນີ້ ຢູ່ທີ່ເມືອງ Chamba ຂອງລັດ Himachal Pradesh ແລ້ວກໍໄດ້ຕົກລົງໄປ ໃນເຫວ ທີ່ເລິກຢ່າງໜ້ອຍ 76 ແມັດ ແລະວ່າ ຈໍານວນ ຄົນເສຍຊີວິດ ຍ້ອນອຸປະຕິເຫດນີ້ ມີທ່າທີວ່າຈະເພີ້ມຂຶ້ນ.
ອິນເດຍ ເປັນປະເທດທີ່ມີຈໍານວນຄົນເສຍຊີວິດຍ້ອນອຸປະຕິເຫດຕາມທ້ອງຖະໜົນຫລາຍ
ທີ່ສຸດໃນໂລກ ຍ້ອນວ່າລົດບັນຈຸຄົນໂດຍສານແໜ້ນເກີນໄປ, ແລ່ນໄວເກີນ ຂອບເຂດ ແລະ ບໍ່ມີການຮັກສາສ້ອມແປງລົດ ຕະຫຼອດທັງຖະໜົນຫົນທາງທີ່ດີ.