ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາມຽນມາເລີ່ມຕົ້ນຢ້ຽມຢາມອິນເດຍ ຢ່າງເປັນທາງການ


ຜູ້ນຳລັດຖະບານ ທີ່ໂດດດ່ຽວຂອງມຽນມານາຍພົນອະວຸ
ໂສ THAN SHWE ໄດ້ຮັບ​ການຕ້ອນຮັບຢ່າງສົມກຽດ
ຢູ່ທີ່ນະຄອນນິວເດລີ ​ໃນ​ວັນ​ອັງຄານ​ມື້​ນີ້ ຂະນະທີ່ທ່ານ
ເລີ້ມການຢ້ຽມຢາມປະເທດອິນເດຍ ຢ່າງເປັນທາງການ
ເປັນເວລາ 5 ມື້.

ນາຍພົນອາຍຸ 77 ປີຂອງມຽນມາ ໄດ້ພົບປະກັບລັດຖະມົນ
ຕີການຕ່າງປະເທດອິນເດຍທ່ານ S.M. KRISHNA ຫຼັງ
ຈາກໄດ້ມີພິທີຕ້ອນຮັບຢ່າງສົມກຽດຢູ່ທີ່ ທຳນຽບປະທານາ
ທິບໍດີ. ຜູ້ນຳມຽນມາມີກຳນົດທີ່ຈະເຈລະຈາຫາລືກັບນາ
ຍົກລັດ ຖະມົນຕີ MANMOHANSINGH ແລະປະທານາທິບໍດີ PRATIBHA
PATIL ໃນມື້ນີ້.

ເປັນທີ່ຄາດກັນວ່າອິນເດຍແລະມຽນມາຈະລົງນາມໃນຂໍ້ຕົກລົງຫຼາຍໆສະບັບເພື່ອເສີມຂະ
ຫຍາຍການຄ້າແລະການຮ່ວມມືໃນດ້ານປ້ອງກັນປະເທດ.

ກຸ່ມປົກປ້ອງສິດທິມະນຸດ HUMAN RIGHTS WATCH ທີ່ມີສຳນັກງານຢູ່ນະຄອນ
ນິວຢອກໄດ້ອອກຖະແຫຼງຂ່າວສະບັບນຶ່ງໃນມື້ວັນຈັນວານນີ້ ຮຽກຮ້ອງໃຫ້ ອິນເດຍ
ໃຊ້ການເດີນທາງໄປຢ້ຽມຢາມ ຂອງນາຍພົນ THAN SHWE ສົ່ງຄຳເຕືອນໄປຍັງ
ລັດຖະບານທະຫານມຽນມາວ່າ ຜົນປະໂຫຍດທາງດ້ານເສດຖະກິດແລະຄວາມໝັ້ນຄົງ
ບໍ່ຄວນທີ່ຈະເຂົ້າມາແທນອິດສະຫຼະພາບຂັ້ນພື້ນຖານ.

XS
SM
MD
LG