ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນາຍົກ ລມຕ ອິນເດຍ ຢ້ຽມຢາມ ມຽນມາ


ທ່ານມັນໂມຫັນ ສິງ ນາຍົກລັດຖະມົນຕີ ອິນເດຍ.
ທ່ານມັນໂມຫັນ ສິງ ນາຍົກລັດຖະມົນຕີ ອິນເດຍ.






















ນາຍົກລັດຖະມົນຕີອິນ​ເດຍ ທ່ານ ມັນ​ໂມຫັນ ສິງ ​ ກໍາລັງ​ທໍາ​ການ​ຢ້ຽມຢາມ​ມຽນມາ ຊຶ່ງ​ເປັນ​ຜູ້​ນໍາ​ອິນ​ເດຍຄົນ​ທໍາ​ອິດ ທີ່​ໄປ​ຢ້ຽມຢາ​ມ​ປະ​ເທດເພື່ອ​ນບ້ານ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ຕົນ​ ໃນ​ຮອບ 25 ປີຜ່ານ​ມາ.

ດັ່ງ​ທີ່ນັກ​ຂ່າວ​ວີ​ໂອ​ເອ Anjana Pasricha ລາຍ​ງານ​ມາ​ຈາກ​ກຸງ​ນີວ​ເດລີນັ້ນ​ກໍ​ແມ່ນ​ວ່າ ອິນ​ເດຍຢາກ​ສ້າງຄວາມເຂັ້ມ​ແຂງຍິ່ງ​ຂຶ້ນ​ໃຫ້​ແກ່​ສາຍ​ພົວພັນທາງ​ດ້ານ​ເສດ​ຖະກິດ​ແລະ​ການ​ເມືອງ​ກັບ​ມຽນມາ​ ຂະນະ​ທີ່ມຽນມາ​ ຊຶ່ງ​ຄັ້ງ​ນຶ່ງເຄີຍ​ຖືກໂດດດ່ຽວ​ນັ້ນ ​ເຂົ້າ​ມາ​ຮ່ວມໃນເສດຖະກິດ​ໂລກ​ຄືນ​ໃໝ່.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ມຽນມາ​ເປັນ​ເວລາ 3 ມື້​ ​ເລີ້ມ​ແຕ່​ວັນ​ອາ ທິດ​ມື້​ນີ້​ເປັນ​ຕົ້ນ​ໄປ ນາຍົກລັດຖະມົນຕີສິງ ຈະ​ທໍາ​ການ​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ພ້ອມ​ທັງ​ກັບ​ທ່ານນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ​ແລະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກັນ​ຫຼາຍ​ສະບັບ.

​ເຖິງແມ່ນ ທ່ານ​ສິງຈະ​ເປັນ​ນາຍົກລັດຖະມົນຕີຄົນທໍາ​ອິດ​ທີ່ໄປ​ຢ້ຽມຢາມ​ມຽນມາ​ນັບ​ແຕ່​ປີ 1987 ມາກໍ​ຕາມ ແຕ່​ກໍ​ບໍ່ແມ່ນເທື່ອ​ທໍາ​ອິດ​ທີ່​ອິນ​ເດຍ ​ເຂົ້າ​ໄປພົວພັນ​ກັບ​ບັນດາ​ຜູ້​ນໍາ​ຂອງ​ມຽນມາ.

ກຸງ New Delhi ​ໄດ້​ສ້າງ​ຄວາມ​ສໍາພັນ​ກັບ​ພວກ​ຜູ້​ນໍາ​ອໍານາດ​ປົກຄອງ​ ທະຫານ​ມຽນມາ ໃນ​ກາງ​ຊຸມ​ປີ 1990 ​ ​ເຖິງ​ແມ່ນ​ມີ​ການ​ຕໍາ​ໜິຕິຕຽນ​ຈາກ​ນາໆ​ຊາດ ​ແລະ​ກໍ​ໄດ້​ມີ​ການ​ແລກ​ປ່ຽນ​ການ​ຢ້ຽມຢາມ​ໃນ​ລະດັບ​ສູງ​ກັນ​ມາ ​ລະຫວ່າງ​ສອງ​ປະ​ເທດ​ ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້​.

​ໃນ​ຂະນະ​ທີ່​ມຽນມາ​ໄດ້​ກາຍ​ມາ​ເປັນ​ປະ​ເທດ​ທີ່ຢູ້ຢ່າງ​ໂດດດ່ຽວ​ນ້ອຍລົງ ຫຼັງ​ຈາກ​ທໍາ​ຄວາມ​ພະຍາຍາມ​ມາ​ເພື່ອ​ຍຸດຕິ​ການ​ປົກຄອງ​ຂອງ​ທະຫານ​ໃນ​ມຽນມາ​ນັ້ນ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ອິນ​ເດຍທ່ານ Ranjan Mathai ກ່າວ​ວ່າ ​ແນວ​ທາງ​ການເຂົ້າໄປ​ພົວພັນ​ກັບ​ມຽນມາ​ຂອງ​ອິນ​ເດຍ​ນັ້ນ ​ໄດ້​ພິສູດ​ໃຫ້​ເຫັນວ່າ ​ເປັນ​ການ​ຖືກຕ້ອງ​ເໝາະ​ສົມ​ແລ້ວ.

ທ່ານ Mathai ກ່າວ​ວ່າ ອິນ​ເດຍຢາກເຮັດ​ໃຫ້ສະພານທີ່​ຕົນ​ໄດ້​ສ້າງຂຶ້ນ​ມາ​ແລ້ວ ​ກັບ​ປະ​ເທດ​ເພື່ອນ​ບ້ານ​ທາງ​ກໍ້າ​ຕາ​ເວັນ​ອອກ​ຂອງ​ຕົນ​ນັ້ນ ​ມີ​ຄວາມ​ແຂງ​ແຮງ​ຍິ່ງ​ຂຶ້ນແລະ​ສ້າງສາ​ຍພົວພັນ​ທີ່​ເລິກ​ເຊິ່ງ​ໃນ​ຫຼາຍໆ​ດ້ານ.

XS
SM
MD
LG