ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ອິນເດຍ ສ້າງຄວາມເຂັ້ມແຂງທາງກອງທັບເຮືອ ດ້ວຍການສັງເກດ ຈີນ


ວີດີໂອລາຍງານກ່ຽວກັບ ການສ້າງຄວາມເຂັ້ມແຂງທາງກອງທັບເຮືອຂອງ ອິນເດຍ ດ້ວຍການສັງເກດ ຈີນ.

ເມື່ຶອບໍ່ດົນ​ມາ​ນີ້, ອິນ​ເດຍ ​ໄດ້​ນຳເອົາ​ກຳ​ປັ່ນລົບໃໝ່ 3 ລຳ​ເຂົ້າປະຈໍາການຢູ່ໃນ​ກອງທັບ​ເຮືອ​ຂອງ​ຕົນ, ​ໃນ​ຂະນະ​ທີ່​ປະເທດດັ່ງກ່າວ ​ໄດ້​ເພີ້ມ​ທະວີ​ຄວາມ​ພະຍາຍາມ​ເພື່ອ​ຕ້ານ​ການ​ເຕີບ​ໃຫຍ່ຂະຫຍາຍໂຕ​ຂອງ ​ຈີນ ໃນ​ບັນດາ​ປະ​ເທດຕ່າງໆຢູ່ເຂດມະຫາ​ສະໝຸດ​ອິນ​ເດຍ. ນັກວິ​ເຄາະ​ກ່າວ​ວ່າ ​ໃນ​ຂະ​ນະ​ທີ່​ລັດຖະບານ​ນິວ​ເດ​ລີ ແນເປົ້າໝາຍ​ໃສ່​ບໍລິເວນຂົງ​ເຂດ​ຊາຍ​ແດນ ພູຫິມາໄລ (Himalayan) ທີ່​ເປັນຂໍ້ພິພາດ​ກັນ​ນັ້ນ, ກອງ​ກຳ​ລັງ​ທາງທະ​ເລຂະໜາດ​ໃຫຍ່​ຂອງ​ຈີນ ​ກໍ​ໄດ້​ກາຍມາ​ເປັນບັນຫາດ້ານ​ຄວາມໝັ້ນຄົງ​ຂອງ ​ອິນ​ເດຍ, ເຮັດ​ໃຫ້​ອິນ​ເດຍ ຕ້ອງ​ເພີ້ມ​ທະ​ວີຄວາມອາດສາມາດທາງ​ກອງທັບ​ເຮືອ.

ກໍາປັ່ນພິຄາດທີ່ລົບຫຼີກເຣດາ ຫຼື ໂຊນາ, ກໍາປັ່ນດຳນ້ຳໂຈມຕີ ແລະກຳປັ່ນພິຄາດຂີປະນາວຸດ ທີ່ນຳມາປະຈໍາການໃນກອງທັບເຮືອຂອງອິນເດຍ ເມື່ອບໍ່ດົນມານີ້ ແມ່ນສ່ວນນຶ່ງໃນບັນດາກຳປັ່ນລົບຫຼາຍສິບລຳທີ່ ອິນເດຍ ວາງແຜນຈະເພີ້ມເຂົ້າສູ່ກອງທັບເຮືອ ໃນອີກສິບປີຕໍ່ໜ້າ.

ທ່ານ ອະລົກ ບານຊາລ, ຜູ້ອໍານວຍການຢູ່ທີ່ສູນກາງຄົ້ນຄວ້າອິດສະຫຼະ, ເຊິ່ງເປັນມູນນິທິຂອງອິນເດຍໃນນະຄອນຫຼວງນິວເດລີ ກ່າວຜ່ານ Zoom ວ່າ:

“ມີ​ກຳ​ປັ່ນລົບ​ປະມານ 40 ລຳ​ ທີ່​ຈະ​ໄດ້​ນໍາເຂົ້າມາປະຕິບັດການ​ໃນ​ອີກບໍ່ເທົ່າໃດ​ປີ​ຕໍ່ໜ້າ. ນັ້ນ​ແມ່ນ​ກ້າວ​ກະ​ໂດດອັນສຳ​ຄັນ. ແມ່ນ​ແຕ່​ດ້ານ​ຄຸນ​ນະພາ​ບ, ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ອິນ​ເດຍທີ່ກໍາລັງເຂົ້າປະຈໍາການ ຍັງເປັນກໍາປັ່ນທີ່​ມີ​ເທັກ​ໂນ​ໂລ​ຈີສູງ ​ແລະ​ມີລາຄາແພງ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ທ່ານ ຣາຈນາດ ຊິງ (Rajnath Singh) ກ່າວ​ວ່າ ການເພີ້ມທະວີຄວາມເຂັ້ມແຂງໃຫ້ແກ່ກອງທັບເຮືອ ​ແມ່ນ​ບຸູລິ​ມະ​ສິດ​ອັນ​ດັບ​ນຶ່ງ ເນື່ອງຈາກ​ພູມິພາກ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ແຂ່ງ​ຂັນ​ທາງອໍານາດລະຫວ່າງປະເທດ​ນັບ​ມື້ເພີ້ມ​ຂຶ້ນ.

ບັນດານັກວິ​ເຄາະ​ກ່າວ​ວ່າ ລັດຖະບານນິວ​ເດ​ລີ ​ກຳລັງ​ສ້າງຄວາມເຂັ້ມແຂງ​ທາງກອງທັບເຮືອ ທ່າມກາງ​ຄວາມ​ກັງວົນທີ່​ວ່າ ໂຄງການ​ພື້ນຖານ​ໂຄງ​ລ່າງ​ທີ່​ຈີນ​ໄດ້​ສ້າງ​ຂຶ້ນໃນ​ປະເທດເພື່ອນບ້ານ​ຂອງ ​ອິນ​ເດຍ ກຳລັງ​ເຮັດ​ໃຫ້​ປະ​ເທດ​ຄູ່​ແຂ່ງ​ໃນ​ເອ​ເຊຍ​ແຫ່ງນີ້ ເຂົ້າ​ໃກ້​ຝັ່ງ​ໃນ​ມະຫາ​ສະໝຸດ​ອິນ​ເດຍຫຼາຍຂຶ້ນ.

ທ່ານ ຣາຮູລ ເບດີ (Rahul Bedi), ນັກວິເຄາະດ້ານຄວາມໝັ້ນຄົງ ກ່າວຜ່ານ Zoom ວ່າ:

“ກອງທັບ​ເຮືອ​ຂອງຈີນ ​ມີ​ການ​ພົວພັນ​ທີ່​ດີ​ກັບ​ມຽນມາ. ພວກເຂົາສາມາດເຂົ້າເຖິງທ່າກໍາປັ່ນໃນປະເທດສີລັງກາ ທີ່ມີຊື່ວ່າ ຮາມບານໂຕຕາ (Hambantota), ເຊິ່ງເຮັດໃຫ້ ຈີນ ມີບ່ອນຈອດກໍາປັ່ນໄດ້, ແລະມັນກໍມີການເຊື່ອມໂຍງແບບໃກ້ຊິດກັບທ່າກໍປັ່ນ ກວາດາຣ (Gwadar) ໃນປະເທດປາກີສະຖານ ຢູ່ຂົງເຂດທະເລອາຣັບ. ສະ​ນັ້ນ, ໃນ​ອີກຄວາມ​ໝາຍນຶ່ງ ອິນ​ເດຍ​ ຈຶ່ງຖືກ​ປິດ​ລ້ອມທັງໝົດ​ໂດຍ ​ຈີນ, ແລະ​ ຈີນ ກໍ​ກຳ​ລັງພະ​ຍາ​ຍາມແນເປົ້າໝາຍໃສ່​ເພື່ອ​ທຳ​ລາຍ ຫຼື​ຢ່າງ​ໜ້ອຍ​ກໍທໍາການຕອບ​ໂຕ້ການ​ປິດ​ລ້ອມ​ນີ້ ​ໂດຍ​ການ​ຂະ​ຫຍາຍກອງທັບ​ເຮືອ​ຂອງ​ຕົນ.”

ສິ່ງທ້າທາຍທັງຫຼາຍ ບໍ່ແມ່ນເລື່ອງງ່າຍ, ດ້ວຍຈໍານວນຂອງກໍາປັ່ນທີ່ມີຢູ່ໃນ ກອງທັບເຮືອຈີນ ຈຶ່ງເປັນກອງທັບເຮືອທີ່ໃຫຍ່ທີ່ສຸດໃນໂລກ.

ທ່ານ ຣາຮູລ ເບດີ, ນັກວິເຄາະດ້ານຄວາມໝັ້ນຄົງກ່າວຜ່ານ Zoom ວ່າ:

“ຈີນ​ ໄດ້ທໍາການ​ຂະຫຍາຍ​ກອງທັບ​ເຮືອຂອງພວກເຂົາແບບກ້າວກະໂດດ ​ແລະຍັງຄົງ​ສືບ​ຕໍ່​ຍະຫຍາຍໂຕຢູ່. ພວກເຂົາມີເຮືອດໍານໍ້າ ແລະກຳປັ່ນລົບ ຫຼາຍກວ່າ ຂອງກອງທັບເຮືອ ອິນເດຍ ຢ່າງໜ້ອຍໃນຈໍານວນ 4 ເທົ່າ, 4 ເທົ່າເຄິ່ງຕາມລຳດັບ, ແລະນັ້ນ ຈຶ່ງໄດ້ສ້າງຄວາມກັງວົນຢ່າງຫຼວງຫຼາຍໃຫ້ແກ່ກອງທັບເຮືອອິນເດຍ.”

​ອິນ​ເດຍ ສຸມ​ໃສ່ການ​ສ້າງ​ກອງທັບ​ຂອງ​ຕົນ​ມາເປັນເວລາຫຼາຍປີ ເນື່ອງຈາກ​ຂໍ້ພິພາດທາງ​ຊາຍ​ແດນກັບ ຈີນ ແລະ ປາກິສຖານ ຢູ່​ບໍລິເວນສາຍ​ພູ​ ຫິ​ມາ​ໄລ ​ທີ່​ແກ່ຍາວມາເປັນເວລາ​ຫຼາຍ​ສິບປີ. ແຕ່ ດ້ວຍການຄ້າ 90 ເປີເຊັນຂອງອິນເດຍ, ລວມທັງການສະໜອງພະລັງງານທີ່ສໍາຄັນ, ການແລ່ນຜ່ານມະຫາສະໝຸດອິນເດຍໃນທຸກໆມື້, ເສັ້ນທາງທະເລຢູ່ບໍລິເວນນີ້ ຈຶ່ງໄດ້ກາຍມາເປັນບູລິມະສິດອັນສໍາຄັນສໍາລັບຜູ້ນໍາທາງການເມືອງ ແລະກອງທັບຂອງປະເທດ.

ທ່ານ ອະລົກ ບານຊາລ, ຜູ້ອໍານວຍການຂອງມູນນິທິອິນເດຍ ກ່າວຜ່ານ Zoom ວ່າ:

“ການດໍາລົງຊີວິດຂອງອິນເດຍ ແມ່ນຂຶ້ນກັບມະຫາສະໝຸດອິນເດຍ ຢ່າງຄົບຖ້ວນ. ສະນັ້ນ, ມະຫາສະໝຸດອິນເດຍຈຶ່ງມີຄວາມສຳຄັນທີ່ສຸດ, ແລະດັ່ງນັ້ນ ອິນເດຍ ຈະຕ້ອງມີສິດເສລີພາບໃນການເດີນເຮືອ. ກຳ​ປັ່ນ​ຂອງ​ພວກ​ເຮົາ​ຄວນ​ສາມາດ​ຜ່ານ​ມະຫາ​ສະໝຸດ​ອິນ​ເດຍ​ໄດ້​ຢ່າງ​ເສລີ ໂດຍ​ບໍ່​ຖືກ​ຂັດຂວາງ​ຈາກ​ອຳນາດ​ໃດໆ​ ທີ່​ອາດ​ຈະເປັນໄພ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ອິນ​ເດຍ.”

ການຂະຫຍາຍໂຕຂອງກອງທັບເຮືອອິນເດຍ ຍັງຖືກຂັບເຄື່ອນດ້ວຍຄວາມທະເຍີທະຍານທີ່ຈະໄດ້ຮັບການຍ້ອງຍໍໃຫ້ເປັນມະຫາອໍານາດໂລກ. ​ໃນ​ພິທີ​ເຂົ້າປະຈໍາການຂອງ​ກຳ​ປັ່ນລົບເຫຼົ່ານັ້ນ, ​ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ ທ່ານ ນາເຣັນດາ ໂມດີ (Narendra Modi) ກ່າວ​ວ່າ ປະ​ເທດແຫ່ງ​ນີ້ ​ຈະ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ ອິນ​ໂດ-​ປາ​ຊີ​ຟິກ ​ໃຫ້​ໝັ້ນ​ຄົງ ແລະ​ຈະ​ເລີນ​ຮຸ່ງ​ເຮືອງ.

ທ່ານ ນາເຣັນດາ ໂມດີ, ນາຍົກລັດຖະມົນຕີອິນເດຍ ກ່າວເປັນພາສາຮິນດີ ວ່າ

“ໃນມື້ນີ້, ອິນເດຍໄດ້ຮັບການຍອມຮັບໃນທົ່ວໂລກ, ໂດຍສະເພາະໃນບັນດາປະເທດທີ່ກໍາລັງພັດທະນາ ຫຼຶ Global South ໃນຖານະພັນທະມິດທີ່ມີຄວາມເຊື່ອຖືໄດ້ ແລະມີຄວາມຮັບຜິດຊອບ.”

​ເພື່ອ​ຊຸກຍູ້ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ອິນ​ເດຍ ​ຍັງ​ໄດ້ເພີ້ມ​ທະວີ​ການ​ຮ່ວມ​ມື​ກັບ​ກອງທັບ​ເຮືອ​ອື່ນໆ. ໃນ​ເດືອນ​ນີ້ ພວກເຮົາໄດ້​ເຂົ້າ​ຮ່ວມ​ຊ້ອມ​ລົບ​ກັບ ​ຝຣັ່ງ ແລະ​ການ​ຊ້ອມ​ລົບ 9 ປະ​ເທດ ເຊິ່ງ​ນຳ​ໂດຍ​ຝຣັ່ງ ລະຫວ່າງຂົງເຂດ​ມະຫາ​ສະໝຸດ​ອິນ​ເດຍ ແລະ ​ປາຊີ​ຟິກ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

India recently inducted three new warships into its navy as it steps up efforts to counter China’s growing footprint in Indian ocean countries. Analysts say while New Delhi was long focused on its disputed Himalayan borders, China’s huge naval force has also become a security concern for India, prompting it to increase its naval prowess. Anjana Pasricha has a report from New Delhi.
A stealth frigate, an attack submarine and a missile destroyer inducted recently into India’s naval fleet are among dozens of warships that the country plans to add over the next decade.

Alok Bansal is Director at independent research center, India Foundation, in New Delhi.

Alok Bansal, Director, India Foundation, Male in English via Zoom.

“About 40 warships are likely to be commissioned over next few years. That’s a significant jump. Even qualitatively, the ships that Indian navy is commissioning are very high tech and high end.”
Indian defense minister Rajnath Singh said strengthening the navy was a top priority as the region is increasingly part of an international power rivalry.

Analysts say New Delhi is building its naval prowess amid concerns that infrastructure projects China has built in India’s neighborhood are bringing the rival Asian nation closer to its shores in the Indian Ocean.

Rahul Bedi, Defense analyst, Male in English, Zoom.

“The Chinese navy has very good relations with Myanmar. It has access to a port in Sri Lanka called Hambantota, which gives it [a] docking facility, and it has very close links with the Gwadar port in Pakistan in the Arabian sea. ...So all ‘round India is, in a sense, encircled by China, and it is concentrating on trying to break, or at least counter, this stranglehold by expanding its navy.”
The challenge is not easy -- China’s navy is the world’s largest by number of ships.

Rahul Bedi, Defense analyst, Male in English, Zoom.
“The Chinese have expanded their navy exponentially and continue to do so. They have at least four times, four and a half times the number of underwater and surface combatants than the Indian navy does and that is a great source of worry for the Indian navy.”

India’s focus for years has been on building its army because of the country’s decades-long border disputes with China and Pakistan in the Himalayas. But with 90 percent of India’s trade, including vital energy supplies, passing daily through the Indian Ocean, this waterway has become a priority for the country’s political and military leaders.

Alok Bansal, Director, India Foundation, Male in English, Zoom.

“Indian sustenance is completely dependent on Indian ocean. So Indian Ocean is absolutely important and for that India needs to have freedom of navigation. Our ships should be able to transit through the Indian Ocean freely without being hindered by any power that could be inimical to India’s interests.”
India’s naval expansion is also driven by its ambitions to be counted as a global power. Inaugurating the ships, Indian Prime Minister Narendra Modi said the country will support a secure and prosperous Indo-Pacific Region.

Indian Prime Minister Narendra Modi, Male in Hindi.

“India is today recognized globally, especially in the Global South as a reliable and responsible partner.”
To boost maritime security, India is also enhancing collaboration with other navies. This month it took part in an exercise with France and a nine-nation exercise, led by France, between the Indian and Pacific oceans.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG