ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຜູ້ເສຍຊີວິດ ຍ້ອນຕຶກພັງ ຢູ່ອິນເດຍ ເພີ້ມຂຶ້ນ ເປັນ 42 ຄົນ (ສະໄລດ໌/ວີດີໂອ)


INDIA BUILDING COLLAPSE
please wait

No media source currently available

0:00 0:00:39 0:00
ຈຳນວນຜູ້ເສຍຊີວິດຍ້ອນການພັງລົງຂອງຕຶກຫໍພັກຫຼາຍຊັ້ນ ທີ່
ນະຄອນມຸມໄບ ສູນກາງການເງິນຂອງອິນເດຍ ເພີ່ມຂຶ້ນເປັນບໍ່
ຕໍ່າກວ່າ 42 ຄົນແລ້ວ.

ບັນດານັກກູ້ໄພ ຍັງສືບຕໍ່ ພະຍາຍາມຊອກຄົ້ນຫາ ພວກທີ່ຍັງ
ຫາຍສາບສູນຈາກເຫດຮ້າຍ ໃນການພັງລົງຂອງຕຶກດັ່ງກ່າວ
ໃນຕອນເຊົ້າຂອງມື້ວັນສຸກ. ເຈົ້າໜ້າທີ່ເວົ້າວ່າ ມີ 33 ຄົນ ໄດ້
ຖືກຊ່ອຍອອກມາຈາກຊາກຫັກພັງໂດຍທີ່ຍັງມີຊີວິດຢູ່ນັບແຕ່
ຕຶກໄດ້ພັງລົງມາ.

ຕຶກອາຄານຫຼັງນີ້ແມ່ນລັດຖະບານໃນເຂດເທດສະບານເປັນເຈົ້າຂອງແລະສ່ວນໃຫຍ່ຂອງ ພວກທີ່ພັກພາອາໄສຢູ່ໃນຕຶກຫໍພັກນີ້ ກໍແມ່ນພະນັກງານຂອງເຂດເທດສະບານ. ສາເຫດ ທີ່ພາໃຫ້ຕຶກພັງ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.

ຕຶກອາຄານພັງ ແມ່ນຖືເປັນເລື່ອງທຳມະດາ ຢູ່ໃນອິນເດຍ ເພາະວ່າ ບັນດາຜູ້ກໍ່ສ້າງມັກພາ
ກັນໃຊ້ອຸບປະກອນທີ່ບໍ່ໄດ້ມາດຕະຖານ ແລະຕຶກຫລາຍຊັ້ນມັກສ້າງຂື້ນ ໂດຍປາດສະຈາກ ການຄວບຄຸມດູແລຢ່າງພຽງພໍ.

ຢ່າງໜ້ອຍ 10 ຄົນ ໄດ້ເສຍຊີວິດ ໃນເດືອນມິຖຸນາຜ່ານມາ ເວລາຕຶກຫໍພັກ ຢູ່ໃກ້ນະຄອນ Mumbai ໄດ້ພັງລົງມາ.

ໃນເດືອນເມສາປີນີ້ ມີ 74 ຄົນ ເສຍຊີວິດ ໃນເຫດຕຶກອາຄານພັງ ທີ່ຮ້າຍແຮງທີ່ສຸດ ໃນປະ ຫວັດສາດຂອງອິນເດຍ ເວລາຕຶກອາຄານຫຼັງນຶ່ງ ທີ່ກໍ່ສ້າງຂື້ນມາຢ່າງຜິດກົດໝາຍ ໃນເຂດ ຊານເມືອງ ຂອງນະຄອນ Mumbai ໄດ້ພັງລົງມາ.

XS
SM
MD
LG