ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນ ເສຍຊີວິດ ຍ້ອນຕຶກຫໍພັກ ພັງລົງມາ ຢູ່ ອິນເດຍ (ສະໄລດ໌)


ພວກກູ້ໄພອິນເດຍ ພວມຊອກຫາ ພວກທີ່ລອດຊີວິດ ທີ່ຍັງຕົກຄ້າງ ຢູ່ໃນຊາກຫັກພັງ ຂອງຕຶກອາຄານ ທີ່ຄຸ້ມ Thane ໃນເຂດຊານເມືອງຂອງນະຄອນມຸມໄບ (21 ມິຖຸນາ 2013)
ພວກກູ້ໄພອິນເດຍ ພວມຊອກຫາ ພວກທີ່ລອດຊີວິດ ທີ່ຍັງຕົກຄ້າງ ຢູ່ໃນຊາກຫັກພັງ ຂອງຕຶກອາຄານ ທີ່ຄຸ້ມ Thane ໃນເຂດຊານເມືອງຂອງນະຄອນມຸມໄບ (21 ມິຖຸນາ 2013)
ຕຶກຫໍພັກຫຼັງນຶ່ງ ໃນເຂດຊານເມືອງ ຂອງນະຄອນຫຼວງທາງດ້ານ
ການເງິນອິນເດຍ ໄດ້ພັງລົງ ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນຮວມ ທັງເດັກນ້ອຍ 5 ຄົນແລະອີກ 9 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ ເວົ້າວ່າ ຕຶກຫໍພັກ 3 ຊັ້ນ ທີ່ຕັ້ງຢູ່ໃນເຂດ Thane ຊຶ່ງ
ເປັນເຂດຊານເມືອງຂອງນະຄອນມຸມໄບໄດ້ພັງລົງໃນຕອນເຊົ້າ ຂອງວັນສຸກມື້ນີ້ໃນຂະນະທີ່ພວກພັກອາໄສຢູ່ໃນຕຶກອາຄານດັ່ງ
ກ່າວພວມພາກັນຫຼັບນອນຢູ່.

ຕຳຫຼວດກ່າວວ່າ ພວກກູ້ໄພສຸກເສີນໄດ້ຊ່ອຍ 20 ຄົນອອກມາ
ຈາກຊາກຫັກພັງ ແລະຍັງສືບຕໍ່ດຳເນີນຄວາມພະຍາຍາມເພື່ອຊອກຄົ້ນຫາພວກທີ່ລອດ ຊີວິດມາໄດ້. ສາເຫດທີ່ພາໃຫ້ຕຶກອາຄານຫຼັງນີ້ ພັງລົງມາ ພວມຢູ່ໃນລະຫວ່າງ ການສືບ ສວນ.

ຕຶກອາຄານພັງ ແມ່ນຖືກເປັນເລື່ອງທຳມະດາຢູ່ໃນອິນເດຍ ຍ້ອນພວກກໍ່ສ້າງມັກຈະໃຊ້ ວັດຖຸທີ່ບໍ່ໄດ້ມາດຕະຖານແລະໂຄງສ້າງຂອງຕຶກອາຄານຫຼາຍໆຊັ້ນກໍມັກຈະສ້າງເຕີມຕໍ່ ໂດຍບໍ່ໄດ້ຮັບການດູແລຄວບຄຸມຢ່າງພຽງພໍ.

ເມື່ອເກືອບສອງອາທິດຜ່ານມານີ້ ກໍມີ 10 ຄົນເສຍຊີວິດ ເວລາຕຶກອາຄານ ອີກຫຼັງນຶ່ງ ໄດ້ພັງລົງ ທີ່ນະຄອນມຸມໄບ.

ໃນເດືອນເມສາປີນີ້ ກໍມີ 74 ຄົນເສຍຊີວິດ ໃນເຫດຕຶກພັງທີ່ຮ້າຍແຮງສຸດຄັ້ງນຶ່ງໃນປະ ຫວັດສາດຂອງອິນເດຍ ເວລາຕຶກອາຄານທີ່ກໍ່ສ້າງຂຶ້ນມາຢ່າງຜິດກົດໝາຍຫຼັງນຶ່ງ ໄດ້ ພັງລົງມາ.

XS
SM
MD
LG