ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

35 ຄົນ ເສຍຊີວິດ ຍ້ອນອາຄານພັງ ຢູ່ອິນເດຍ (ສະໄລດ໌)


ຕຳຫຼວດອິນເດຍກ່າວວ່າ ຕຶກອາຄານຫຼາຍຊັ້ນຫຼັງນຶ່ງ ທີ່ນະຄອນ
ມູມໄບໄດ້ພັງລົງມາເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນແລະ ອີກຈຳນວນນຶ່ງໄດ້ຮັບບາດເຈັບ.

ພວກກູ້ໄພ ຍັງສືບຕໍ່ຊອກຄົ້ນຫາຜູ້ຄົນ ທີ່ອາດຕົກຄ້າງ ຢູ່ຂ້າງໃນ
ຊາກຫັກພັງຂອງຕຶກອາຄານ.

ການພັງທະລາຍລົງຂອງຕຶກອາຄານ 7 ຊັ້ ທີ່ພວມຢູ່ໃນລະຫວ່າງ
ການກໍ່ສ້າງ ໄດ້ມີຂຶ້ນໃນຕອນແລງຂອງວັນພະຫັດວານນີ້ຢູ່ທີ່ຄຸ້ມ
Thane ໃນເຂດຊານເມືອງຂອງນະຄອນມູມໄບ.

ສ່ວນໃຫຍ່ຂອງພວກທີ່ເສຍຊີວິດແມ່ນເປັນກຳມະກອນກໍ່ສ້າງແລະຄອບຄົວຂອງພວກເຂົາ ເຈົ້າທີ່ພາກັນອາໄສຢູ່ບາງພາກສ່ວນທີ່ກໍ່ສ້າງຍັງທັນແລ້ວ ຂອງຕຶກອາຄານ. ມີເດັກນ້ອຍ 9 ຄົນຮວມຢູ່ໃນຈຳນວນຂອງພວກທີ່ຕາຍ.

ທ່ານ K.P. Raghuvanshi ຜູ້ບັນຊາການຕຳຫຼວດໃນເຂດທ້ອງຖິ່ນ ກ່າວວ່າ ຕຶກອາຄານ ຫຼັງນີ້ ບໍ່ເຂັ້ມແຂງພຽງພໍ ແລະກໍ່ສ້າງຂຶ້ນມາ ແບບຜິດກົດໝາຍ. ຕຳຫຼວດໄດ້ຈົດທະບຽນຄະ ດີນີ້ວ່າ ເປັນຄະດີຂ້າຄົນແບບຜິດກົດໝາຍຕໍ່ເຈົ້າຂອງຜູ້ກໍ່ສ້າງຕຶກອາຄານ.
XS
SM
MD
LG