ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

64 ​ຄົນເສຍ​ຊີວິດ ໃນເຫດການ​​ຕຶກພັງ​ລົງ ທີ່​ອິນ​ເດຍ


ພວກຜູ້ເຄາະຮ້າຍຈາກເຫດຕຶກຫັກພັງໃນອິນເດຍ
ພວກຜູ້ເຄາະຮ້າຍຈາກເຫດຕຶກຫັກພັງໃນອິນເດຍ

ທາງ​ການ​ອິນ​ເດຍກ່າວ​ວ່າ ຈຳນວນ​ຂອງ​ຜູ້​ຄົນ​ທີ່​ເສຍ​ຊີວິດ
ໃນ​ເຫດການຕຶກຢູ່​ອາ​ໃສຫລັງນຶ່ງພັງ​ລົງ​ໃນ​ນະຄອນຫລວງ
ນິວ​ແດ​ລລີ​ນັ້ນ ​ໄດ້​ເພີ່ມ​ຂຶ້ນ​ເປັນ 64 ​ຄົນແລ້ວ.

ເຈົ້າໜ້າທີ່ກ່າວ​ວ່າມີ​ປະມານ 80 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​
ເຫດການຕຶກ 5 ຊັ້ນ​ທີ່ພັງ​ລົງໃນແລງວັນ​ຈັນ​ວານ​ນີ້
ໃນ​ເຂດ Latina Park ທີ່​ມີຜູ້​ຄົນ​ອາ​ໄສ​ຢູ່​ຢ່າງ​ໜາ​ເ​ເໜ້ນ
ນັ້ນ.

ພວກ​ຕໍາຫຼວດ​ແລະ​ພະນັກງານ​ຊ່ອຍ​ກູ້​ໄພໄດ້​ພາກັນ​ເຮັດ
ວຽກທັງ​ຄືນ​ເພື່ອ​ດຶງ​ເອົາ​ພວກທີ່ລອດຕາຍ​ອອກ​ມາ​ຈາກ
ກອງຊາກຫັກ​ພັງ​ ອັນມີ​ທັງແຜ່ນຊີມັງ, ທ່ອນເຫລັກ ກ້ອ​ນດິນ​ຈີ່ ແລະກ້ອນອິດທີ່ຖົມ​ທັບ
ພວກ​ເຂົາ​ເຈົ້າ​ຢູ່.

ທາງ​ການເວົ້າວ່າ ​ເຊື່ອ​ກັນ​ວ່າຍັງມີ​ອີກ​ຫຼາຍ​ຄົນ​ທີ່​ຕົກ​ຄ້າງ​ຢູ່​ໃຕ້​ຊາກ​ຫັກ​ພັງ ນັ້ນ. ຜູ້​ເຄາະ​
ຮ້າຍຫຼາຍໆ​ຄົນ​ໄດ້​ຖືກ​ດຶງ​ອອກ​ມາຈາກຊາກ​ຫັກ​ພັງດ້ວຍການຊ່ອຍ​ເຫຼືອ​ຈາກຜູ້​ຄົນ​ທີ່​ອາ​ໃສ
ຢູ່​ໃນ​ຕຶກ​ຫລັງ​ນັ້ນ​ ທີ່​ໃຊ້​ມື​ເປົ່າ​ ​ທັງ​ຮື້​ຊາກ​ຫັກ​ພັງ​ແລະ​ໂກຍ​ເອົາຂີ້ຕົມ​ແລະ​ກ້ອນ​ຫີນອອກໄປ.

ທາງການ​ຂອງ New Delhi ກ່າວ​ວ່າ ຍັງ​ບໍ່​ທັນ​ສາມາດ​ບອກ​ໄດ້​ໃນ​ທັນທີ​ນີ້​ເທື່ອວ່າ
ສາ​ເຫດ​ຂອງຕຶກພັງ​ລົງນີ້​ ມີ​ສາ​ເຫດມາ​ຈາກ​ຫຍັງ ​ແຕ່​ເຈົ້າໜ້າ​ທີ່ບາງ​ຄົນ​ສັນ​ນິຖານ​ວ່າ
ໂຄງ​ຮ່າງ​ຂອງຕຶກທີ່​ກໍ່ສ້າງ​ມາ​ໄດ້ຫລາຍສິບ​ປີ​ແລ້ວ​ນັ້ນ​ ອາດ​ເສື່ອ​ມຄວາມ​ແຂງ​ແຮງ​ລົງ
ຍ້ອນ​ມີຝົນຕົກ​ໜັກຢ່າງ​ຜິດ​ປົກກະຕິ​ໃນລະດູຝົນມໍລະສຸມປີ​ນີ້.

XS
SM
MD
LG