ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຍ ອັງກິດ ຢ້ຽມຢາມ ອິນເດຍ


ນາຍົກລັດຖະມົນຕີອັງກິດ ທ່ານ DAVID CAMERON ຮຽກຮ້ອງໃຫ້ເພີ້ມທະວີການຄ້າ ແລະການມີຄວາມສຳພັນ ທີ່ເຂັ້ມແຂງກວ່າເກົ່າກັບອິນເດຍ.

ທ່ານ CAMERON ເລີ້ມຕົ້ນການຢ້ຽມຢາມອິນເດຍ ເປັນເວລາ 3 ມື້ ທີ່ເມືອງບັງກາລໍ ໃນວັນພຸດມື້ນີ້ ດ້ວຍການກ່າວຄຳປາໄສ ຢູ່ທີ່ໂຮງງານ ຜລິດຊອບແວຍັກໃຫຍ່ INFOSYS.

ທ່ານກ່າວວ່າ ທ່ານຢູ່ໃນລະຫວ່າງ ການປະຕິບັດງານ ເພື່ອສ້າງວຽກເຮັດງານທຳ ແລະຮ້ອງຂໍໃຫ້ອິນເດຍ ຫຼຸດຜ່ອນກຳແພງການຄ້າ ໃນດ້ານທະນາຄານ ປະກັນໄພ ຜະລິດຕະພັນປ້ອງກັນປະເທດ ແລະການບໍລິການ ທາງດ້ານກົດໝາຍ.

ລັດຖະມົນຕີ ກະຊວງທຸລະກິດ ຂອງອັງກິດ ທ່ານ VINCE CABLE ປະກາດໃນວັນພຸດມື້ນີ້ວ່າ ລັດຖະບານ ຈະອະນຸຍາດໃຫ້ ບໍລິສັດຕ່າງໆ ສົ່ງອອກເທັກໂນໂລຈີ ນິວເຄລຍພົນລະເຮືອນ ໄປຍັງປະເທດອິນເດຍໄດ້.

ທ່ານແມ່ນນຶ່ງ ໃນຈຳນວນລັດຖະມົນຕີ 6 ທ່ານ ທີ່ຮ່ວມເດີນທາງ ໄປນຳນາຍົກລັດຖະມົນຕີ CAMERON. ນອກນັ້ນ ຄະນະຜູ້ແທນຂອງອັງກິດ ຍັງຮວມທັງ ພວກນັກກິລາໂອລິມປິກ ແລະຜູ້ນຳທຸລະກິດ ອີກຫຼາຍສິບຄົນ.

ທ່ານ CAMERON ຍັງຈະໄດ້ສົນທະນາຫາລື ກັບນາຍົກລັດຖະມົນຕີອິນເດຍ ທ່ານ MANMOHAN SINGH ແລະປະທານາທິບໍດີ PRATIBHA PATIL.

XS
SM
MD
LG