ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ BRICS ຢາກຂະຫຍາຍ ແຫຼ່ງເງິນທຶນໃໝ່ ສຳຫຼັບ ການພັດທະນາ (ເບິ່ງວີດີໂອ)


ກອງປະຊຸມສຸດຍອດຂອງກຸ່ມ BRICS ທີ່ອິນເດຍ.
ວັນທີ 29 ມີນາ 2012.
ກອງປະຊຸມສຸດຍອດຂອງກຸ່ມ BRICS ທີ່ອິນເດຍ. ວັນທີ 29 ມີນາ 2012.


















ນາຍົກລັດຖະມົນຕີອິນ​ເດຍ ໄດ້​ກ່າວເນ້ນ ​ເຖິງ​ຄວາມ​ຕ້ອງການ​ຂອງ​ພວກ​ປະເທດ​ກໍາລັງ​ພັດທະນາໃນ​ການຊອກ​ຫາ​ເງິນ​ທຶນ​ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງກຸ່ມປະ​ເທດ ​ທີ່​ເອີ້ນ​ວ່າ BRICS ຊຶ່ງ​ປະກອບ​ດ້ວຍ 5 ປະ​ເທດ​ທີ່ເສດຖະກິດ​ພຸ່ງ​ພົ້ນ​ໃໝ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ.

ໃນ​ການ​ຖະ​ແຫຼ​ງຢູ່ກຸງ​ນີວ​ເດນ​ລີ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່ກອງ​ປະຊຸມ​ສຸດ​ຍອດ​ເປັນ​ເວລາ​ນຶ່ງ​ມື້ ນາຍົກ​ລັດຖະມົນຕີ ມັນ​ໂມຫັນ ສິງ ກ່າວ​ວ່າ ບັນດາ​ຜູ້​ນໍາ​ແລະ​ພວກ​ຜູ້ແທນ​ໃນ​ກອງ​ປະຊຸມ​ໄດ້​ໂອ້​ລົມສົນທະນາ​ກັນ​ກ່ຽວ​ກັບ​ວ່າ ຈະ​ເຮັດວິທີ​ໃດ​ເພື່ອ​ຂະຫຍາຍ​ພື້ນຖານຂອງ​ທຶນ​ທະນາຄານ​ໂລກ​ອອກ​ອີກ ຕະຫຼອດ​ທັງ​ຂໍ້​ສະ​ເໜີ​ອັນ​ນຶ່ງ​ເພື່ອ​ສ້າງ​ຕັ້ງ​ທະນາຄານ​ພັດ​ທະນາ​ໃໝ່ຂຶ້ນທີ່​ໄດ້​ຮັບ​ທຶນ​ແລະ​ນໍາພາ​ໂດຍ 5 ປະ​ເທດ​ໃນ​ກຸ່ມ BRICS ທີ່ປະກອບ​ດ້ວຍ​ປະ​ເທດ ບຣາຊີ​ລ ຣັດ​ເຊຍ ອິນ​ເດຍ ຈີນ​ ແລະ​ອາ​ຟຣິກາໃຕ້.

ພວກ​ປະ​ເທດ​ໃນ​ກຸ່ມ BRICS ນີ້ ​ມີ​ປະຊາ​ກອນປະກອບ​ເປັນ 40 ​ເປີ​ເຊັນ​ຂອງ​ຈໍານວນ​ປະຊາກອນ​ທັງ​ໝົດ​ຂອງ​ໂລກ. ທະນາຄານ​ພັດ​ທະນາ​ໃໝ່​ນີ້ຈະ​ອໍານວຍ​ສິນ​ເຊື່ອແລະ​ໂອກາດ​ການ​ລົງທຶນ​ຕ່າງໆຮ່ວມ​ກັນ​ສໍາລັບພວກ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ແລະ​ພວກ​ປະ​ເທດ​ກໍາລັງ​ພັດທະນາ​ອື່ນໆ ​ໂດຍ​ບໍ່ຈໍາ​ເປັນ​ຕ້ອງ​ອາ​ໄສກາງ​ຕໍ່​ພວກ​ສະ​ຖາ​ບັນ​ຕ່າງໆ​ຂອງຝ່າຍ​ຕາວັນ​ຕົກ​ນັ້ນ.

ທ່ານ Rajiv Biswas ຫົວໜ້າ​ນັກ​ເສດຖະສາດ​ອົງການ IHS Global Insight ທີ່​ສິງກະ​ໂປ ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ທະນາຄາ​ນ​ໃໝ່​ນີ້​ສາມາດ​ຊ່ອຍ​ຊົດ​ເຊີຍ​ຜົນ​ກະທົບ​ບາງ​ຢ່າງ​ຂອງ​ວິ​ກິດ​ການ​ໜີ້​ສິນ​ໃນ​ຢູ​ໂຣບນັ້ນ​ໄດ້.

ທ່ານ Biswas ກ່າວ​ວ່າ ການຈັດ​ຕັ້ງ​ທະນາຄານ​ພັດທະນາ​ໃໝ່​ຂຶ້ນ​ນີ້ ຈະ​ເປັນຄວາມ​ສໍາ​ເລັດ​ຢ່າງ​ໃຫຍ່​ຫຼວງສໍາລັບ​ກຸ່ມ BRICS ຊຶ່ງ​ແຕ່​ກ່ອນ​ບໍ່​ໄດ້​ທໍາ​ການ​ເຄື່ອນ​ໄຫວທີ່​ເປັນ​ຮູບ​ເປັນ​ຮ່າງ​ໃດໆ​ຂຶ້ນ​ມາ​ນັ້ນ.

XS
SM
MD
LG