ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

WTO ພາດ​​ເສ້ນ​ຕາຍ ໃນການຮັບຜ່ານ​ ການ​ປະຕິ​ຮູບ ​ການຄ້າໂລກ ເພາະອິນເດຍບໍ່ຍອມ ຮັບຮອງເອົາ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ສະບາຍດີ ບັນດານັກຂ່າວ ທີ່ເດີ່ນເຮືອບິນ ນິວເດລີ
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ສະບາຍດີ ບັນດານັກຂ່າວ ທີ່ເດີ່ນເຮືອບິນ ນິວເດລີ

ອິນ​ເດຍ​ໄດ້ຂັດຂວາງ ການປະຕິ​ຮູບການ​ຄ້າ​ໂລກ ຍ້ອນ​ວ່າຕົນ
​ບໍ່​ໄດ້​ຮັບອະນຸຍາດ​ ​ໃຫ້ຂາຍອາຫານທີ່ສະ​ສົມ​ໄວ້ໃຫ້​ແກ່​ຄົນ​ທຸກ​
ຍາກ ​ໃນ​ລາຄາ​ເກື້ອ​ກຸນຈາກ​ລັດ​ຖະບານ ຕາມ​ທີ່​ໄດ້​ຮຽກຮ້ອງ
​ໄປ​ນັ້ນ.

ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ​ຂອງ ອົງການ​ຄ້າ​ໂລກ (WTO) ຢູ່​
ນະຄອນ​ເຈ​ນີວາ ກ່າວ​ວ່າ ພວກ​ຕົນ​ໄດ້​ພາດ​ກຳໜົດ​ເສ້ນ​ຕາຍ
ສຳ​ຫລັບ​ຮັບ​ຜ່ານ​ການ​ປະຕິ​ຮູບ​ເຫລົ່າ​ນັ້ນ ​ໃນ​ວັນ​ພະຫັດ​ວານ
​ນີ້ ​ແລະ​ກ່າວ​ຕື່ມ​ວ່າ ຜົນ​ສະທ້ອນ​ທີ່​ຕິດຕາມ​ມາ​ອາດ​ສາມາດ​
ຮ້າຍ​ແຮງ​ຫລາຍ.

ບັນດາ​ສະມາຊິກ​ອົງການ​ຄ້າ​ໂລກ (WTO) ​ໄດ້​ເຫັນພ້ອມ​ກັນ​ໃນ​ທາງ​ຫ​ລັກ​ການ​ໃນ​ປີແລ້​ວນີ້ ​ນຳ​ການ​ປັບປຸງກົດ​ລະບຽບກ່ຽວ​ກັບພາສີ​ໃຫ້ໄດ້​ມາດຕະຖານ​ດຽວ​ກັນ ຢູ່​ໃນ​ທົ່ວ​ໂລກ.

​ເຖິງ​ຢ່າງ​ໃດ​ກໍ​ດີ ອິນ​ເດຍ ກ່າວ​ວ່າ ຕົນ​ຈະ​ບໍ່​ສະໜັບສະໜູນ​ປະຕິ​ຮູບ ດ້ານການ​ຄ້າ ​ເວ້ນ​ເສຍ​ແຕ່​ວ່າ ​ຕົນ​ໄດ້​ຮັບ​ອະນຸຍາດ ​ໃຫ້​ມີ​ສິດຊື້​ເຂົ້າ​ຈາກ​ພວກ​ຊາວນາ ​ໃນ​ລາ​ຄາ​ສູງ​ກວ່າ​ຕະຫລາດ ​ແລະສະ​ສົມ​ໄວ້ ​ແລ້ວຂາຍ​ໃຫ້​ແກ່​ຄົນ​ທຸກ​ຍາກ ​ໃນ​ລາຄາ​ເກື້ອ​ກຸນຈາກ​ລັດ​ຖະບານ.

ກົດລະບຽບ​ຂອງອົງການ​ຄ້າ​ໂລກ (WTO) ລະບຸ​ວ່າ ອາຫານທີ່​ເກັບສະ​ສົມ​ໄວ້ ສາມ​າດຂາຍ​ໄດ້ ​ໃນ​ລາຄາ​ຕະຫລາດ​ເທົ່າ​ນັ້ນ.

ຜູ້​ແທນ​ການ​ຄ້າ ສະຫະລັດ ທ່ານ Micheal Froman ກ່າວ​ວ່າ ການ​ປະຕິ​ຮູບ​ພາສີ ​ຈະ​ຕັດ​ຄ່າແລກປ່ຽນ​ການ​ຄ້າລົງ​ຢ່າງ​ຫລວງ​ຫລາຍ ​ແລະສ້າງ​ລາຍ​ໄດ້ ຫລາຍ​ພັນ​ລ້ານ​ໂດ​ລາ ຜ່ານກິດຈະກຳດ້ານ​ເສດຖະກິດ​ ທີ່​ຈຳ​ເປັນ​ຕ່າງໆ.

ທ່ານ Froman ກ່າວ​ວ່າ ທ່ານຮູ້ສຶກຜິດຫວັງ ​ທີ່ອິນ​ເດຍ ​ແລະ​ບັນດາ​ຜູ້​ສະໜັບ ສະໜູນອິນ​ເດຍ ໄດ້​ຕັດສິນ​ໃຈ​ບໍ່​ປະຕິບັດ​ຕາມ ຄວາ​ມໜາຍ​ໜັ້ນຂອງ​ເຂົາ​ເຈົ້າ.

ທ່ານ ກ່າວ​ຕື່ມວ່າ ສະຫະລັດ ຈະ​ປຶກສາ​ຫາລືກັບພາຄີການ​ຄ້າ​ຂອງ​ຕົນ ກ່ຽວ​ກັບບາດ​ກ້າວ​ຕໍ່​ໄປ.

XS
SM
MD
LG