ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍລະບຸວ່າ ມີການຫ້າງລະເບີດ ໄວ້ໃນລົດຈັກ


ຕຳຫຼວດຄົນນຶ່ງພວມຍ່າງກາຍບ່ອນທີ່ເກີດເຫດລະເບີດທີ່ຄຸ້ມ Dadar ໃນນະຄອນມູມໄບ (15 ກໍລະກົດ 2011)
ຕຳຫຼວດຄົນນຶ່ງພວມຍ່າງກາຍບ່ອນທີ່ເກີດເຫດລະເບີດທີ່ຄຸ້ມ Dadar ໃນນະຄອນມູມໄບ (15 ກໍລະກົດ 2011)

ເອກອະທິບໍດີກະຊວງພາຍໃນຂອງອິນເດຍກ່າວວ່າ ພວກນັກສືບກຳລັງກວດເບິ່ງຫຼັກຖານ
ຕ່າງໆ ທີ່ໄດ້ມາຈາກບ່ອນເກີດເຫດແລະກ້ອງຖ່າຍພາບວີດີໂອຂະນະທີ່ພວກເຂົາເຈົ້າສືບຕໍ່ ດຳເນີນການສືບສວນກ່ຽວກັບເຫດລະເບີດຮ້າຍແຮງທີ່ໄດ້ສັ່ນສະເທືອນນະຄອນມູມໄບໃນ
ມື້ວັນພຸດແລ້ວນີ້.

ທ່ານ R.K. Singh ກ່າວໃນວັນສຸກມື້ນີ້ວ່າ ເຈົ້າໜ້າທີ່ໄດ້ລະບຸວ່າລະເບີດລູກນຶ່ງໄດ້ມີການ
ຫ້າງໃສ່ລົດຈັກສະກຸດເຕີ້ຄັນນຶ່ງ. ມີລະເບີດທັງໝົດ 3 ລູກໄດ້ແຕກຂຶ້ນໃນໄລະຍະ 20 ນາ
ທີຫ່າງກັນ ຢູ່ທີ່ນະຄອນມູມໄບ ຊຶ່ງເປັນສູນກາງການເງິນຂອງອິນເດຍທີ່ເຮັດໃຫ້ມີຜູ້ເສຍຊີ
ວິດຢ່າງນ້ອຍ 17 ຄົນແລະໄດ້ຮັບບາດເຈັບອີກ 133 ຄົນ.

ທ່ານ Singh ແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າຂອງການສືບສວນວ່າພວກນັກສືບກຳ
ລັງກວດເບິ່ງຊີດີ 11 ແຜ່ນຂອງຮູບວີດີໂອທີ່ຖ່າຍຈາກກ້ອງສັງເກດການໃນບໍລິເວນທີ່ເກີດ
ເຫດ ເພື່ອຊອກຫາຜູ້ຄົນຫຼືກິດຈະກຳທີ່ໜ້າສົງໄສຕ່າງໆ.

ການກວດເບິ່ງຊາກຄວາມເສຍຫາຍໃນບໍລິເວນທີ່ເກີດເຫດ ສະແດງຮ່ອງຮອຍໃຫ້ເຫັນວ່າ ມີການນຳໃຊ້ສານແອັມໂມເນຍໄນເຕຣັດ ແລະສ່ວນປະສົມຂອງຝຸ່ນວິທະຍາສາດໃນການ
ເຮັດລະເບີດທີ່ໃຊ້ໂຈມຕີ.

ພວກເຈົ້າໜ້າທີ່ກ່າວວ່າ ຕຳຫຼວດກຳລັງສືບສວນເບິ່ງທຸກຊ່ອງທາງທີ່ເປັນໄປໄດ້ ກ່ຽວກັບ
ບັນດາກຸ່ມທີ່ເປັນປໍລະປັກແລະໜ່ວຍສືບລັບຂອງອິນເດຍກໍບໍ່ໄດ້ເຕືອນລ່ວງໜ້າກ່ຽວການ
ໂຈມຕີເຫຼົ່ານີ້. ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີເທື່ອແຕ່ພວກ
ເຈົ້າໜ້າທີ່ກ່າວວ່າ ຕົນເຊື່ອວ່າເປັນການໂຈມຕີກໍ່ການຮ້າຍທີ່ມີການປະສານງານກັນ.

ພວກເຈົ້າໜ້າທີ່ອະວຸໂສຂອງອິນເດຍ ໄດ້ກ່າວປ້ອງກັນການເອົາມາດຕະການຮັກສາຄວາມ
ປອດໄພຂອງລັດຖະບານທີ່ນະຄອນມູມໄບ ແລະໃຫ້ຄຳໝັ້ນສັນຍາວ່າຈະໃຫ້ຄຳຕອບຕໍ່ບັນ
ຫາເຫຼົ່ານີ້ ຂະນະທີ່ພວກເຂົາເຈົ້າພວມປະເຊີນກັບຄວາມໂກດແຄ້ນແລະຄວາມເສົ້າເສຍໃຈ
ຂອງປະຊາຊົນລຸນຫຼັງທີ່ໄດ້ເກີດເຫດລະເບີດ.

XS
SM
MD
LG