ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນເສຍຊີວິດ ໃນເຫດລະເບີດ ທີ່ນະຄອນມູມໄບ (ເບິ່ງວີດີໂອ)


ຕຳຫຼວດນອກເຄື່ອງແບບອິນເດຍ ພວມຫ້ອມລ້ອມລົດຄັນນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນເຫດລະເບີດ ທີ່ຄຸ້ມ Dadar ຂອງນະຄອນມູມໄບ (13 ກໍລະກົດ 2011)
ຕຳຫຼວດນອກເຄື່ອງແບບອິນເດຍ ພວມຫ້ອມລ້ອມລົດຄັນນຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນເຫດລະເບີດ ທີ່ຄຸ້ມ Dadar ຂອງນະຄອນມູມໄບ (13 ກໍລະກົດ 2011)

ເຈົ້າໜ້າທີ່ອິນເດຍກ່າວວ່າ ຍັງເປັນການໄວເກີນໄປທີ່ຈະກ່າວຫາຕໍ່ກຸ່ມໃດກຸ່ມນຶ່ງໂດຍສະເພາະ ໃນການໂຈມຕີດ້ວຍລະເບີດ 3 ຄັ້ງຕິດຕໍ່ກັນທີ່ນະຄອນມູມໄບ ສູນກາງການເງິນຂອງອິນເດຍ
ໃນມື້ວັນພຸດວານນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 17 ຄົນແລະໄດ້ຮັບບາດເຈັບອີກ 133
ຄົນ.

ລັດຖະມົນຕີກະຊວງພາຍໃນຂອງອິນເດຍທ່ານ P. Chindambaram ກ່າວໃນວັນພະຫັດ
ມື້ນີ້ວ່າ ຕຳຫຼວດພວມທຳການສືບສວນກ່ຽວກັບທຸກຊ່ອງທາງທີ່ເປັນໄປໄດ້ກ່ຽວກັບກຸ່ມທີ່ເປັນ
ປໍລະປັກແລະໜ່ວຍສືບລັບຂອງອິນເດຍບໍ່ໄດ້ມີການເຕືອນລ່ວງໜ້າກ່ຽວກັບການໂຈມຕີເຫຼົ່ານີ້
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ເທື່ອ.

ເຫດລະເບີດ 2 ຄັ້ງ ໃນເຂດກໍ້າໃຕ້ຂອງນະຄອນມູມໄບແລະອີກຄັ້ງນຶ່ງໃນເຂດໃຈກາງ​ເມືອງ
ໄດ້ເກີດຂຶ້ນຫ່າງກັນ 20 ນາທີ ໃນຊົ່ວໂມງເລີກການຕອນແລງຂອງມື້ວານນີ້.

ລາຍງານໃນຂັ້ນຕົ້ນແຈ້ງວ່າ ມີຜູ້ເສຍຊີວິດ 21 ຄົນ ຈາກເຫດລະເບີດທັງ 3 ແຕ່ຕໍ່ມາກະ
ຊວງພາຍໃນຂອງອິນເດຍ ໄດ້ຫຼຸດໂຕເລກພວກທີ່ເສຍຊີວິດລົງ ແລະເວົ້າວ່າຈຳນວນຜູ້ເສຍ
ອາດຍັງຈະມີການປ່ຽນແປງໄດ້.

ທ່ານ Chindambaram ກ່າວວ່າລັດຖະບານອິນເດຍເຊື່ອວ່າເຫດລະເບີດທັງ 3 ແມ່ນເປັນ
ການໂຈມຕີຕໍ່ການຮ້າຍທີ່ມີການປະສານງານກັນຍ້ອນໄລຍະເວລາທີ່ແຕກຂຶ້ນແມ່ນໃກ້ຄຽງກັນ.

ທ່ານໄດ້ໄປ​ເບິ່ງບ່ອນທີ່ເກີດ​ເຫດລະເບີດທັງ 3 ໃນວັນພະຫັດມື້ນີ້ຕະຫຼອດທັງໄປຢ້ຽມໂຮງໝໍ
ແຫ່ງນຶ່ງ ເພື່ອພົບພໍ້ກັບພວກທີ່ໄດ້ຮັບບາດເຈັບຈາກການໂຈມຕີ.

ກະຊວງພາຍໃນຂອງອິນເດຍໄດ້ມີຄຳສັ່ງໃຫ້ເພີ່ມການຮັກສາຄວາມປອດໄພຢູ່ໃນທົ່ວປະເທດ.

XS
SM
MD
LG