ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

16 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ພາກໃຕ້ ອິນເດຍ (ສະໄລດ໌)


ບັນດາຜູ້ຄົນພາກັນຢືນເບິ່ງ ຢູ່ບ່ອນເກີດເຫດລະເບີດແຕກ ທີ່ເມືອງ Hyerabad ປະເທດ ອິນເດຍ.
ບັນດາຜູ້ຄົນພາກັນຢືນເບິ່ງ ຢູ່ບ່ອນເກີດເຫດລະເບີດແຕກ ທີ່ເມືອງ Hyerabad ປະເທດ ອິນເດຍ.
ລັດຖະມົນຕີກະຊວງພາຍໃນຂອງອິນເດຍກ່າວວ່າ ລັດຖະບານ
ຈະດຳເນີນທຸກໆຄວາມພະຍາຍາມ ເພື່ອຈັບກຸມ ພວກທີ່ຮັບຜິດ
ຊອບໃນການວາງລະເບີດ ທີ່ເມືອງ Hyderabad ທີ່ເຮັດໃຫ້ມີຜູ້
ເສຍຊີວິດ 16 ຄົນແລະ ໄດ້ຮັບບາດເຈັບ 100 ກວ່າຄົນນັ້ນ ມາ
ລົງໂທດ.

ທ່ານ Sushil Kumar Shinde ກ່າວຕໍ່ສະພາແຫ່ງຊາດ ໃນວັນ
ສຸກມື້ນີ້ວ່າ ພວກກໍ່ການແລະບົງການຢູ່ເບື້ອງຫຼັງເຫດລະເບີດຈະ
ຖືກລົງໂທດຕາມກົດໝາຍ.

ກ່ອນໜ້ານີ້ ທ່ານ Shinde ກ່າວຕໍ່ພວກນັກຂ່າວວ່າ ໄດ້ມີການ
ເຕືອນແບບທົ່ວໄປຢູ່ໃນທົ່ວປະເທດໃນໄລຍະສາມມື້ຜ່ານມານີ້
ກ່ຽວກັບຄວາມເປັນໄປໄດ້ ທີ່ຈະມີການໂຈມຕີຢູ່ບ່ອນໃດບ່ອນ
ນຶ່ງໃນອິນເດຍ. ແຕ່ທ່ານກ່າວວ່າ ບໍ່ມີຂ່າວສືບລັບທີ່ສະເພາະເຈາະຈົງກ່ຽວກັບສະຖານທີ່.

ເຈົ້າໜ້າທີ່ຕໍາຫລວດອິນເດຍ ກ່າວວ່າ ເຂົາເຈົ້າໄດ້ຖືກເຕືອນນຶ່ງປີກ່ອນ ກ່ຽວກັບການໂຈມ
ຕີ ທີ່ອາດມີຂຶ້ນຢູ່ເມືອງ Hyderabad.

ຕໍາຫລວດກ່າວໃນວັນສຸກມື້ນີ້ວ່າ ຜູ້ຕ້ອງສົງໄສວ່າເປັນພວກຫົວຮຸນແຮງສອງຄົນທີ່ສັງກັດຢູ່
ໃນກຸ່ມ Mujahideen ຂອງອິນເດຍ ໄດ້ເປີດເຜີຍໃຫ້ຮູ້ ໃນລະຫວ່າງການສອບສວນເມື່ອປີ ແລ້ວນີ້ວ່າ ເຂົາເຈົ້າໄດ້ທຳການສອດແນມສັງເກດການ ທີ່ຄຸ້ມ Dil Suhk ຂອງເມືອງ Hyde-
rabad ຊຶ່ງເປັນເຂດດຽວກັນ ກັບບ່ອນເກີດລະເບີດແຕກ ບໍ່ເທົ່າໃດນາທີຫ່າງກັນ ໃນຕອນ ແລງຂອງວັນພະຫັດວານນີ້. ບັນດາເຈົ້າໜ້າທີ່ກ່າວວ່າ ລະເບີດໄດ້ຫ້າງໃສ່ລົດຖີບສອງຄັນ
ທີ່ຢູ່ຫ່າງກັນປະມານ 150 ແມັດ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບເທື່ອ ໃນເວລານີ້.

XS
SM
MD
LG