ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟຟ້າທີ່ອິນເດຍ ກັບຄືນມາ ໃຫ້ບໍລິການ ປະຊາຊົນ ຢ່າງເຕັມສ່ວນແລ້ວ (ວີດີໂອ)


ແຜນທີ່ຂອງ 20 ແຂວງທີ່ເກີດເຫດໄຟຟ້າມອດ ແລະສົ່ງຜົນກະທົບຕໍ່ ຊີວິດການເປັນຢູ່ຂອງຄົນ ຫລາຍກວ່າ 600 ລ້ານຄົນ ໃນໄລຍະສອງວັນ, ທີ 30 ກັບ 31 ກໍລະກົດ 2012.
ແຜນທີ່ຂອງ 20 ແຂວງທີ່ເກີດເຫດໄຟຟ້າມອດ ແລະສົ່ງຜົນກະທົບຕໍ່ ຊີວິດການເປັນຢູ່ຂອງຄົນ ຫລາຍກວ່າ 600 ລ້ານຄົນ ໃນໄລຍະສອງວັນ, ທີ 30 ກັບ 31 ກໍລະກົດ 2012.

ໄຟຟ້າໄດ້ກັບຄືນມາໃຫ້ບໍລິການແກ່ປະຊາຊົນຢ່າງເຕັມສ່ວນແລ້ວທີ່​ອິນ​ເດຍລຸນຫລັງທີ່
ໄດ້ ມອດ​ລົງ​ໃນ​ພື້ນ​ທີ່ອັນ​ກວ້າງ​ໃຫຍ່ ເຮັດໃຫ້ຫຼາຍ​ກວ່າ 600 ລ້ານຄົນບໍ່​ມີໄຟຟ້າ​ໃຊ້.

ພວກເຈົ້າໜ້າທີ່ຮັບຜິດຊອບເວົ້າໃນວັນພຸດມື້ນີ້ວ່າ ກະແສໄຟຟ້າໄດ້ກັບຄືນມາແລ້ວ ຢູ່
ໃນເຂດພາກເໜືອ ແລະຕາເວັນອອກຂອງອິນເດຍ ບ່ອນທີ່ໄຟມອດຄັ້ງປະຫວັດສາດ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນໃນ 20 ແຂວງ.

ເຫດໄຟຟ້າຕິດຂັດ​ໃນ​ມື້ວານ​ນີ້ ເກີດຂຶ້ນເປັນ​ຄັ້ງ​ທີ່ 2 ​ໃນ​ໄລຍະ​ເວລາສອງມື້ ລຸນຫລັງ
ທີ່ເກີດ​ເຫດການໄຟດັບຂະໜາດນ້ອຍກວ່າ ທີ່ສົ່ງຜົນກະທົບຕໍ່ 300 ລ້ານຄົນ ໃນວັນ ຈັນຜ່ານມານີ້.

ລັດຖະມົນຕີກະຊວງພະລັງງານອິນເດຍ ທ່ານ Sushil Kumar Shinde ໄດ້ຕໍານິ ບັນດາແຂວງຕ່າງໆຂອງອິນເດຍວ່າ ເຮັດໃຫ້ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ລົ້ມແຫລວ ຍ້ອນ​ໃຊ້ໄຟຫລາຍເກີນອັດຕາຂອງພະລັງງານທີ່ແຈກຈ່າຍໃຫ້. ແຕ່ວ່າ ຫົວໜ້າບໍລິສັດຕາ
ໜ່າງໄຟຟ້າ ທ່ານ RN Nayak ໄດ້ກ່າວ​ເຕືອນວ່າ ມັນຍັງໄວເກີນໄປທີ່ຈະຮູ້ສາເຫດ ຢ່າງແນ່ນອນ.

ການຕິດຂັດດ້ານພະລັງງານໄຟຟ້າໃນລະດັບຈໍາກັດ ແມ່ນເປັນເລື້ອງທໍາມະດາ ຢູ່
ອິນເດຍ. ​ແຕ່ພວກນັກວິເຄາະໃຫ້ຄໍາເຫັນວ່າ ເຫດການໄຟມອດຄັ້ງໃຫຍ່ຂະໜາດ
​ເຊ່ນນີ້ ແມ່ນໄດ້ເນັ້ນໃຫ້ເຖິງຈຸດອ່ອນໃນລະບົບໂຄງລ່າງພື້ນຖານຂອງປະ​ເທດ ໃນ
ຂະນະທີ່ ອິນເດຍກໍາລັງສູ້ຊົນເພື່ອໃຫ້ກາຍເປັນມະຫາອໍານາດດ້ານເສດຖະກິດ ປະເທດນຶ່ງນັ້ນ.

XS
SM
MD
LG