ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄຟຟ້າມອດ ກະທົບ 9 ລັດ ຢູ່ພາກເໜືອຂອງອິນເດຍ


ຜູ້ໂດຍສານນັ່ງລໍຖ້າໄຟຟ້າມາ ຢູ່ທີ່ສະຖານີລົດໄຟແຫ່ງນຶ່ງ ຢູ່ເມືອງ Allahabad, ຢູ່ພາກເໜືອຂອງອິນເດຍ ໃນເຊົ້າວັນຈັນ ທີ 30 ກໍລະກົດນີ້
ຜູ້ໂດຍສານນັ່ງລໍຖ້າໄຟຟ້າມາ ຢູ່ທີ່ສະຖານີລົດໄຟແຫ່ງນຶ່ງ ຢູ່ເມືອງ Allahabad, ຢູ່ພາກເໜືອຂອງອິນເດຍ ໃນເຊົ້າວັນຈັນ ທີ 30 ກໍລະກົດນີ້

ເຈົ້າໜ້າທີ່ອິນເດຍເວົ້າວ່າ ​ໄດ້​ເກີດ​ເຫດໄຟຟ້າ​ມອດ ທີ່ເຮັດ​ໃຫ້ຂົງເຂດອັນກວ້າງໃຫຍ່ຢູ່
​ພາກເໜືອຂອງອິນເດຍ ມືດໄປໝົດໃນຕອນເຊົ້າມືດວັນຈັນມື້ນີ້ ຊຶ່ງໄດ້ສົ່ງຜົນກະທົບ
ແກ່ຫລາຍກວ່າ 300 ລ້ານຄົນ ທີ່ອາ​ໄສຢູ່ໃນ 9 ລັດລວມທັງນະຄອນຫລວງນີວແດນລີ.

ໄຟຟ້າມອດ ໄດ້ລົບ​ກວນເຄືອຂ່າຍການຂົນສົ່ງ ລວມທັງລົດໄຟ ແລະ ລົດເມຕ່າງໆ ທີ່
ແລ່ນຮັບໃຊ້ຢູ່ໃນຕົວເມືອງ ເຮັດໃຫ້​ແລ່ນບໍ່ໄດ້ ໃນຂະນະທີ່ລະບົບໄຟຈາລະຈອນກໍດັບ ເຮັດໃຫ້ມີລົດຕິດຢ່າງໜັກຢູ່ໃນເມືອງໃຫຍ່ໆ ບາງເມືອງ.

ພວກເຈົ້າໜ້າທີ່ຮັບຜິດຊອບເວົ້າວ່າການສະໜອງໄຟຟ້າຄືນໃຫ້ແກ່ສະຖານ ທີ່ຮັບໃຊ້
ສ່ວນລວມ ເຊັ່ນໂຮງໝໍ ແລະລະບົບການຂົນສົ່ງຕ່າງໆ ແມ່ນກໍາລັງໄດ້ຮັບເປັນບູລິມະ
ສິດກ່ອນໝູ່. ພວກເຂົາເຈົ້າຍັງເວົ້າອີກວ່າ ຄາດວ່າ ໄຟຟ້າຈະກັບຄືນມາ ໃນຕອນ​ແລງ
ຂອງມື້ນີ້.

ທາງ​ການກໍາລັງດໍາເນີນການສືບສວນ ສອບສວນຫາສາເຫດທີ່ເຮັດໃຫ້ໄຟຟ້າ​ມອດຄັ້ງນີ້.

XS
SM
MD
LG