ພວກເຈົ້າໜ້າທີ່ ໃນແຄວ້ນແຄັສເມຍ (Kashmir) ທີ່ຢູ່ພາຍໃຕ້ການຄວບຄຸມ ຂອງອິນ
ເດຍ ໄດ້ເລີ້ມສ້ອມແປງການບໍລິການໂທລະສັບຄືນໃໝ່ໃນວັນເສົາມື້ນີ້ ຢູ່ໃນເຂດທີ່ຕັ້ງ
ຢູ່ເທິງພູຫິມະໄລດັ່ງກ່າວ.
ແຄວ້ນແຄັສເມຍ ໃນສ່ວນທີ່ອິນເດຍຄວບຄຸມ ທີ່ມີການຂັດແຍ້ງກັນນັ້ນ ໄດ້ຢູ່ພາຍ
ໃຕ້ການຫ້າມເຂົ້າອອກ ນັບແຕ່ຕົ້ນເດືອນສິງຫາ ເວລານິວເດລີ ໄດ້ສົ່ງທະຫານຫຼາຍ
ສິບພັນຄົນໄປເພີ້ມໃນຂົງເຂດດັ່ງກ່າວ ໃນຂະນະທີ່ໄດ້ຕັດສາຍໂທລະສັບທາງພາກ
ພື້ນດິນ ໂທລະສັບມືຖື ແລະອິນເຕີແນັດ ແລະຍົກເລີກ ການປົກຄອງຕົນເອງ ໃນເຂດ
ທີ່ປະຊາຊົນສ່ວນໃຫຍ່ ເປັນຊາວມຸສລິມນັ້ນ.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມພິເສດຂຶ້ນໃນວັນສຸກ ວານ
ນີ້ ເພື່ອສົນທະນາຫາລືກ່ຽວກັບການຕັດສິນໃຈຂອງອິນເດຍ ທີ່ຈະຍົກເລີກຖານະພິ
ເສດຂອງແຄວ້ນແຄັສເມຍ ຊຶ່ງໄດ້ຄວາມເຄັ່ງຕຶງ ກັບປາກິສຖານທີ່ເປັນເພື່ອນບ້ານ
ເພີ້ມທະວີຂຶ້ນ.
ແຄວ້ນແຄັສເມຍໄດ້ແບ່ງອອກເປັນສອງເຂດລະຫວ່າງອິນເດຍ ແລະປາກິສຖານ ແຕ່
ໄດ້ອ້າງເອົາກຳມະສິດທັງໝົດ ໂດຍທັງສອງຝ່າຍ.
ແຄວ້ນແຄັສເມຍ ໄດ້ເປັນຂົງເຂດທີ່ມີການຂັດແຍ້ງກັນມາຫຼາຍທົດສະວັດແລ້ວ. ອິນ
ເດຍ ແລະປາກິສຖານ ຊຶ່ງຕ່າງກໍເປັນປະເທດມະຫາອຳນາດນິວເຄລຍ ໄດ້ເຮັດສົງ
ຄາມກັນຫຼາຍເທື່ອແລ້ວ ຍ້ອນແຄວ້ນແຄັສເມຍ ນັບແຕ່ປະເທດທັງສອງ ໄດ້ຮັບເອກ
ກະລາດຈາກອັງກິດໃນປີ 1947.
Officials in India-controlled Kashmir began restoring telephone service Saturday to the Himalayan region.
The Indian-controlled section of disputed Kashmir has been under lockdown since early August, when New Delhi deployed tens of thousands of additional troops to the region as it cut off landlines, mobile phones and the internet and stripped the Muslim-majority region of its autonomy.
The U.N. Security Council held a private meeting Friday to discuss India's decision to revoke Kashmir's special status which has escalated tensions with neighboring Pakistan.
Kashmir is divided between India and Pakistan, but is claimed in full by both.
Kashmir has been a regional flashpoint for decades. Nuclear powers India and Pakistan have fought several wars over Kashmir since they both gained independence from Britain in 1947.