ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ຮຽ​ກ​ຮ້ອງ ປາ​ກິ​ສ​ຖານ ເອົາ​ມາດ​ຕະ​ການ​ກັບ ກຸ່ມ​ຫົວ​ຮຸນ​ແຮງ


ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ ອິນ​ເດຍ ທ່ານ ຣາ​ວີ​ຊ ຄູ​ມາ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ນະ​ຄອນຫຼວງ ນິວ ເດ​ລີ, ອິນ​ເດຍ. 27 ກຸມ​ພາ, 2019.
ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ ອິນ​ເດຍ ທ່ານ ຣາ​ວີ​ຊ ຄູ​ມາ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ນະ​ຄອນຫຼວງ ນິວ ເດ​ລີ, ອິນ​ເດຍ. 27 ກຸມ​ພາ, 2019.

ຫຼາຍ​ວັນຫຼັງ​ຈາກ ອິນ​ເດຍ ແລະ ປາ​ກິ​ສ​ຖານ ໄດ້​ຖອຍ​ຈາກ​ການ​ປະ​ເຊີນ​ໜ້າ​ກັນ​ທີ່​ອັນ
ຕະລາຍຄັ້ງຫຼ້າສຸດນີ້, ລັດຖະບານ ນິວ ເດລີ ໄດ້ສືບຕໍ່ຮຽກຮ້ອງລັດຖະບານຖະບານ
ອິສລາມາບັດ ໃຫ້ເອົາບາດກ້າວທີ່ໜັກແໜ້ນກັບກຸ່ມຫົວຮຸນແຮງຕ່າງໆ ເຖິງແມ່ນລັດ
ຖະບານ ນິວ ເດລີ ໄດ້ສະແດງຄວາມສົງໄສ​ຄັ້ງ​ໃໝ່ ກ່ຽວກັບ ການປາບປາມຕໍ່ກຸ່ມດັ່ງ
ກ່າວໃນ ປາກິສຖານ ກໍ​ຕາມ.

ປາ​ກິ​ສ​ຖານ ໄດ້​ກ່າວ​ໃນ​ອາ​ທິດນີ້​ວ່າ​ ເຂົາ​ເຈົ້າ​ໄດ້​ກັກ​ຂັງ​ສະ​ມາ​ຊິກ​ຂອງ​ອົງ​ການ​ທີ່​ຖືກ
ຫ້າມນັ້ນຫຼາຍສິບຄົນ, ລວມທັງພີ່ນ້ອງທີ່ໃກ້ຊິດຂອງຜູ້ນຳກຸ່ມ ໄຈອິສ-ອີ-ໂມຮຳມັດ,
ເຊິ່ງ ອິນເດຍ ໄດ້ກ່າວຫາສຳລັບການລະເບີດທີ່ຮ້າຍແຮງໃນ ແຄວ້ນ ແຄັສເມຍ ຂອງ
ອິນເດຍ ເມື່ອເດືອນທີ່ຜ່ານມາ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ໂຮງຮຽນສາສະໜາ ແລະ ສະຖາບັນການສຶກສາຫຼາຍແຫ່ງທີ່ຖືກຄວບຄຸມໂດຍກຸ່ມອິສລາມນອກກົດໝາຍນັ້ນ
ຍັງໄດ້ຖືກລັດຖະບານເຂົ້າຄວບຄຸມ ດັ່ງກັບພາກສ່ວນຂອງຄວາມພະຍາຍາມປາບ
ປາມລັດທິກໍ່ການຮ້າຍທົ່ວປະເທດ.

ການ​ກະ​ທຳ​ດັ່ງ​ກ່າວ​ປາກົດ​ວ່າ​ບໍ່​ໄດ້​ເຮັດ​ໃຫ້ ອິ​ນ​ເດຍ ພໍ​ໃຈ, ເຊິ່ງ​ໄດ້​ກ່າວ​ຫາ ປາ​ກິ​ສ
ຖານ ກ່ຽວກັບ ການໃຫ້ບ່ອນຫຼົບລີ້ ແລະ ທີ່ພັກສຳ​ລັບກຸ່ມຫົວຮຸນແຮງ ອິສລາມທັງ
ຫຼາຍ ທີ່ໄດ້ກໍ່ການໂຈມຕີໃນປະເທດ ອິນເດຍ. ລັດຖະບານ ອິສລາມາບັດ ໄດ້ປະຕິ
ເສດມັນ.

ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ແຫ່ງ​ນຶ່ງ​ໃນ​ວັນ​ເສົາ​ວານນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​
ເທດ ອິນເດຍ ໄດ້ກ່າວວ່າ ປາກິສຖານ ບໍ່ໄດ້ສະແດງ “ຄວາມເຈຕະນາທີ່ຈິງຈັງ” ເພື່ອ
ແກ້ໄຂບັນຫາທີ່ແທ້ຈິງຂອງ ອິນເດຍ ແລະ ປະຊາຄົມໂລກ.

ອີງ​ຕາມ​ໂຄງ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ຣາ​ວີ​ສ ຄູ​ມາ​ ນັ້ນ, “ພ​ວກ​ເຮົາໄດ້​ເຫັນ
ບົດເລື່ອງດຽວກັນທີ່ຖືກໃຊ້ກ່ອນໜ້ານີ້” ລຸນຫຼັງການໂຈມຕີກໍ່ການຮ້າຍຄັ້ງທີ່ຜ່ານມາ
ໃນ ອິນເດຍ. “ປາກິສຖານ ໄດ້ອ້າງວ່າເຂົາເຈົ້າໄດ້ກຳຈັດກຸ່ມຕ່າງໆ ແລະ ບຸກຄົນທັງ
ຫຼາຍນັ້ນອອກໄປ, ແຕ່ນີ້ແມ່ນພຽງຄຳເວົ້າຢູ່ໃນເຈ້ຍເທົ່ານັ້ນ. ແທ້ຈິງແລ້ວ, ກຸ່ມກໍ່ການ
ຮ້າຍ ແລະ ບຸກຄົນຕ່າງໆ ໄດ້ດຳເນີນກິດຈະກຳຂອງພວກເຂົາໂດຍບໍ່ມີອຸປະສັກຂັດ
ຂວາງ.”

ອິນ​ເດຍ ໄດ້​ກົດ​ດັນ ປາ​ກິ​ສ​ຖານ ໃຫ້​ເອົາ​ມາດ​ຕະ​ການ​ຕໍ່​ທ້າວ ມາ​ຊູດ ອາ​ຊາ, ຜູ້​ນຳ​ພາ
ຂອງກຸ່ມ ໄຈອິສ-ອີ-ໂມຮຳມັດ ທີ່ໄດ້ອ້າງຄວາມຮັບຜິດຊອບ ສຳລັບການໂຈມຕີສະຫຼະ
ຊີບໃນວັນທີ 14 ກຸມພາທີ່ຜ່ານມາໃນ ແຄວ້ນ ແຄັສເມຍ ຂອງ ອິນເດຍ ທີ່ໄດ້ສັງຫານ
ທະຫານເສີມ 40 ຄົນ ແລະ ໄດ້ກໍ່ໃຫ້ເກີດການເປັນປໍລະປັກທາງທະຫານລະຫວ່າງ
ສອງປະເທດນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG