ອິນເດຍໄດ້ພິມເຜີຍແຜ່ຮ່າງບັນຊີລາຍຊື່ພົນລະເມືອງທີ່ອາໄສຢູ່ໃນລັດອາສຳ ຢູ່ພາກ
ເໜືອຂອງປະເທດ ສະບັບສຸດທ້າຍແລ້ວ.
ອິນເດຍເວົ້າວ່າ ຫລາຍກວ່າ 4 ລ້ານຄົນທີ່ບໍ່ໄດ້ຈົດຊື່ ຢູ່ໃນການລົງທະບຽນ ພົນລະເມືອງ
ຂອງຊາດ ຫລື NRC ນັ້ນ ຈະມີ "ໂອກາດອັນເຕັມສ່ວນ" ທີ່ຈະພິສູດການເປັນສັນຊາດ
ຂອງຕົນໄດ້.
ການເຄື່ອນໄຫວດັ່ງກ່າວ ແມ່ນຖືກມອງເຫັນຢ່າງກວ້າງຂວາງວ່າ ແມ່ນແນເປົ້າໝາຍ
ໃສ່ຊາວມຸສລິມ ທີ່ປາກພາສາເບັງການ ທີ່ອາໄສຢູ່ໃນລັດອາສໍາ ຊຶ່ງອິນເດຍເຫັນວ່າ ພວກເຂົາເຈົ້າເປັນຄົນເຂົ້າເມືອງຜິດກົດໝາຍ ທີ່ມາຈາກປະເທດບັງກລາແດັສ.
ຊາວບັງກລາແດັສຫລາຍຮ້ອຍພັນຄົນ ໄດ້ຫລົບໜີໄປຍັງອິນເດຍໃນຕົ້ນຊຸມປີ 1970
ໃນໄລຍະທີ່ມີສົງຄາມຂອງບັງກລາແດັສ ເພື່ອຕໍ່ສູ້ເອົາເອກະລາດຈາກປາກິສຖານ.
ເພື່ອຢາກໃຫ້ມີການຮັບຮູ້ວ່າ ເປັນພົນລະເມືອງອິນເດຍໄດ້ ພວກທີ່ອາໄສຢູ່ໃນລັດ
ອາສໍາ ຈະຕ້ອງມີສິ່ງທີ່ພິສູດໄດ້ວ່າ ຄອບຄົວຂອງພວກເຂົາເຈົ້າ ໄດ້ເຂົ້າໄປອາໄສຢູ່
ໃນອິນເດຍ ກ່ອນວັນທີ 24 ມີນາ, 1971.
ມີຫລາຍກວ່າ 30 ລ້ານຄົນ ທີ່ຂໍໃຫ້ມີຊື່ ຢູ່ໃນການລົງທະບຽນພົນລະເມືອງຂອງຊາດ
ຫລື NRC. ສີ່ລ້ານຄົນ ທີ່ບໍ່ທັນໄດ້ມີຊື່ຢູ່ໃນບັນຊີດັ່ງກ່າວ ແມ່ນມີຊາຕາກໍາ ອັນບໍ່ແນ່
ນອນ ໃນເລື້ອງການເປັນພົນລະເມືອງ.
ພວກເຈົ້າໜ້າທີ່ໄດ້ເນັ້ນໜັກວ່າ ບໍ່ມີໃຜ ຈະຖືກເນລະເທດໂດຍກະທັນຫັນ.
ສ່ວນທາງບັງກລາແດັສນັ້ນ ແມ່ນບໍ່ໄດ້ສະແດງໃຫ້ເຫັນວ່າ ຕົນຍິນດີທີ່ຈະຮັບເອົາ
ອົບພະຍົບຄົນໃດຈາກລັດອາສໍາເລີຍ. ນັບແຕ່ປີກາຍນີ້ເປັນຕົ້ນມາ ບັງກລາແດັສ
ໄດ້ຮັບເອົາຊາວໂຣຮິງຢາ 700,000 ຄົນ ທີ່ເປັນຄົນຍົກຍ້າຍຖິ່ນຖານຫລົບໜີຈາກ
ການກໍ່ຄວາມຮຸນແຮງ ແລະການກົດຂີ່ຢູ່ໃນມຽນມາ.
ພົນລະເມືອງອາໄສຢູ່ໃນລັດອາສໍາ ທີ່ບໍ່ໄດ້ຈົດຊື່ຢູ່ໃນການລົງທະບຽນພົນລະເມືອງ
ຂອງຊາດເວົ້າວ່າ ພວກເຂົາເຈົ້າຢ້ານເຈົ້າໜ້າທີ່ຂອງລັດອາສໍາ ຈະໃຊ້ຍຸດທະວິທີ ທີ່ເປັນການກໍ່ຄວາມຮຸນແຮງແບບດຽວກັນນັ້ນກັບພວກເຂົາເຈົ້າ.