ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ແລະອາຊ່ຽນ ເສີມຂະຫຍາຍການຄ້າ


ເຄື່ອງໝາຍຂອງສະມາຄົມອາາຊ່ຽນ
ເຄື່ອງໝາຍຂອງສະມາຄົມອາາຊ່ຽນ

ອິນເດຍແລະສະມາຄົມອາຊ່ຽນທີ່ມີສະມາຊິກ 10 ປະເທດສະເໜີແນະໃຫ້ມີການຮວມຕົວ
ທາງດ້ານເສດຖະກິດລະຫວ່າງສອງຝ່າຍເພີ່ມຕື່ມ ໂດຍແນໃສ່ຈະ ເສີມຂະຫຍາຍການຄ້າ
40% ພາຍໃນປີ 2012.

ທ່ານ Anand Sharma ລັດຖະມົນຕີກະຊວງການຄ້າຂອງອິນເດຍ ກ່າວໃນມື້ວັນພຸດ
ວານນີ້ວ່າ ການດຳເນີນຄວາມພະຍາຍາມ ທີ່ວ່ານີ້ແມ່ນພາກສ່ວນນຶ່ງ ຂອງຂໍ້ລິເລີ່ມຂະ
ໜາດໃຫຍ່ ເພື່ອອຳນວຍໃຫ້ບັນດາປະເທດໃນເອເຊຍມີບົດບາດສຳຄັນເພີ່ມຂຶ້ນໃນເສດ
ຖະກິດຂອງໂລກ.

ນອກນັ້ນແລ້ວທ່ານ Sharma ຍັງກ່າວຕໍ່ພວກນັກຂ່າວວ່າທ່ານຄາດວ່າ 3 ໃນຈຳນວນ
5 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກແມ່ນຈະມາຈາກເຂດ ເອເຊຍພາຍໃນໄລຍະ
2 ທົດສະວັດຂ້າງໜ້ານີ້. ການຄ້າຂາຍລະຫວ່າງອິນເດຍແລະສະມາຄົມອາຊ່ຽນມີມູນຄ່າ
50 ພັນລ້ານໂດ ລາໃນປີ 2010.

ສຳລັບເປົ້າໝາຍໃໝ່ໃນປີໜ້າ ແມ່ນຈະເພີ່ມລະດັບການຄ້າຂຶ້ນ ເປັນ 70 ພັນລ້ານໂດລາ.
ເຈົ້າໜ້າທີ່ອິນເດຍແລະສະມາຄົມອາຊ່ຽນໄດ້ປະຊຸມກັນທີ່ນະຄອນຫຼວງນິວເດລີ ຊຶ່ງເປັນ
ພາກສ່ວນນຶ່ງຂອງງານມະຫະກຳທຸລະກິດອິນເດຍ-ອາຊ່ຽນເປັນເວລາ 5 ມື້.

ສະມາຊິກຂອງອາຊ່ຽນແມ່ນປະກອບດ້ວຍບຣູນາຍ ກຳປູເຈຍ ມາເລເຊຍ ອິນໂດເນເຊຍ
ລາວ ມຽນມາ ຟີລິບປິນ ສິງກະໂປ ໄທ ແລະຫວຽດນາມ.

XS
SM
MD
LG