ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ຈັບ ຜູ້ຕ້ອງສົງ​ໄສ ກໍ່​ການ​ຮ້າຍ ຄົນ​ສໍາຄັນ


​ທ້າວ Yasin Bhaktal ຜູ້ຕ້ອງ​ສົງ​ໄສວ່າ ເປັນຜູ້​ຊ່ອຍ​ລິ​ເລີ່​ມສ້າງ​ຕັ້ງ​ກຸ່ມ​ຫົວ​ຮຸນ​ແຮງ Mujahideen ​ຂອງ​ອິນ​ເດຍ
​ທ້າວ Yasin Bhaktal ຜູ້ຕ້ອງ​ສົງ​ໄສວ່າ ເປັນຜູ້​ຊ່ອຍ​ລິ​ເລີ່​ມສ້າງ​ຕັ້ງ​ກຸ່ມ​ຫົວ​ຮຸນ​ແຮງ Mujahideen ​ຂອງ​ອິນ​ເດຍ
ເຈົ້າ​ໜ້າ​ທີ່ອິນ​ເດຍ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຈັບຜູ້ກໍ່​ການ
​ຮ້າຍຄົນ​ສໍາຄັນ ທີ່​ຖືກກ່າວ ຫາ​ວ່າ​ ມີ​ສ່ວນ​ພົວພັນໃນເຫດ
​ການວາງ​ລະ​ເບີດຫຼາຍໆ​ບັ້ນ​ຕິດ​ຕໍ່​ກັນໃນ​ຫຼາຍໆຫົວ​ເມືອງ
ຂອງ​ອິນ​ເດຍ.

ລັດຖະມົນຕີກະຊວງພາຍ​ໃນຂອງ​ອິນ​ເດຍ ທ່ານ Sushi-
kumar Shine ​ກ່າວ​ໃນ​ວັນ​ພຸດວານ​ນີ້ວ່າ ເຈົ້າ​ໜ້າ​ທີ່​ໄດ້​ຕາມ​ລ່າ​ໂຕ​ທ້າວ Yasin
Bhaktal ​ໄປ​ຮອດ​ເຂດ​ຊາຍ​ແດນ​ ກໍ້າ​ຕາ​ເວັນ​ອອກ ທີ່​ຕິດ​ກັບເນ​ປາລ. ​ເວລາ​ນີ້ ຜູ້ກ່ຽວ
ກໍາລັງ​ຖືກ​ຕໍາຫຼວດ​ສອບ​ປາກ​ຄໍາຢູ່.

​ທາງ​ການ​ສົງ​ໄສວ່າ ​ທ້າວ Bhaktal ໄດ້​ຊ່ອຍ​ລິ​ເລີ່​ມສ້າງ​ຕັ້ງ​ກຸ່ມ​ຫົວ​ຮຸນ​ແຮງ Mujahideen
​ຂອງ​ອິນ​ເດຍ ທີ່ເຈົ້າ​ໜ້າ​ທີ່ບາງ​ຄົນ​ເຊື່ອ​ວ່າ ມີ​ການ​ເຊື່ອມ​ໂຍງ​ກັບກຸ່ມ​ກໍ່​ການ​ຮ້າຍ Lashkar-
Taiba ທີ່​ມີ​ຖານ​ຢູ່​ປາ​ກີ​ສຖານ.

ມີ​ການ​ເຊື່ອ​ກັນວ່າກຸ່ມ​ຫົວ​ຮຸນ​ແຮງ Mujahideen ​ຂອງ​ອິນ​ເດຍ ນັ້ນ​ເປັນ​ຜູ້​ຮັບຜິດຊອບ​
ໃນ​ການວາງ​ລະ​ເບີດ​ ຫຼາຍໆ​ບັ້ນ​ຕິດ​ຕໍ່​ກັນ ຊຶ່ງ​ຮວມທັງ ການວາງ​ລະ​ເບີດ​ໃນປີ 2010
​ໂຈມ​ຕີ​ ​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ ທີ່ພວກ​ຊາວ​ຕ່າງ​ຊາດ​ນິຍົມ​ໄປ​ກິນ​ດື່ມ ​ໃນ​ເມືອງ​ Pune
ທາງ​ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ ​ທີ່​ຍັງ​ຜົນ​ໃຫ້​ມີ 17 ຄົນ​ເສຍ​ຊີວິດ​.

ທາງ​ການ​ຍັງ​ໄດ້​ເອົາ ທ້າວ Bhaktal ຊຶ່ງ​ຄິດກັນ​ວ່າມີ​ອາຍຸປະມານ 30 ກວ່າໆ ​ໄປ​ພົວພັນ​
ກັບ​ການ​ໂຈມ​ຕີ​ ໃນ​ເມືອງບາງ​ກາລໍ ​ແລະ​ໄຮ​ເດີຣາບັດ. ການ​ຈັບ​ກຸມ​ຜູ້ກ່ຽວ​ມີ​ຂຶ້ນບໍ່​ດົນ
ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມ ທ້າວ Abdul Karim Tunda ຜູ້​ຕ້ອງ​ສົງ​ໄສ​ວ່າ​ເປັນຜູ້ກໍ່​
ການ​ຮ້າຍ​ລະດັບ​ຫົວໜ້າອີກ​ຄົນ​ນຶ່ງ.
XS
SM
MD
LG