ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍ ​ຈັບ​ກຸມ ຜູ້ນຳ​ແບ່ງ​ແຍກ​ດິນ​ແດນ ​ທີ່​ມີ​ອິດ​ທິພົນ ຢູ່ໃນແຄວ້ນ Kashmir


ນາຍ Masarat Alam ຜູ້ນຳ​ແບ່ງ​ແຍກ​ດິນ​ແດນ ຢູ່ໃນແຄວ້ນ Kashmir ກຳລັງເວົ້າໂທລະສັບ ຢູ່ນັ້ນ ຢູ່ທີ່ບ້ານພັກຂອງຜູ້ກ່ຽວເອງ.
ນາຍ Masarat Alam ຜູ້ນຳ​ແບ່ງ​ແຍກ​ດິນ​ແດນ ຢູ່ໃນແຄວ້ນ Kashmir ກຳລັງເວົ້າໂທລະສັບ ຢູ່ນັ້ນ ຢູ່ທີ່ບ້ານພັກຂອງຜູ້ກ່ຽວເອງ.

ເຈົ້າໜ້າ​ທີ່ຕຳຫລວດ ໃນແຄວ້ນ Kashmir ຂອງ​ອິນ​ເດຍ ກ່າວ
​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ຈັບ​ກຸມ ຜູ້ນຳ​ແບ່ງ​ແຍກ​ດິນ​ແດນ ​ທີ່​ມີ​ອິດ​
ທິພົນຄົນ​ນຶ່ງ ໃນຖານ​ຊ່ອຍ​ເຫຼືອ ​ຈັດການໂຮມຊຸມນຸມ ເດີນ​
ຂະ​ບວນ​ ເພື່ອ​ຮຽກຮ້ອງ​ໃຫ້ ປາ​ກິ​ສຖານ​ເຂົ້າຄວບ​ຄຸມຂົງ​ເຂດ​
ທີ່ຕັ້ງຢູ່ເທິງພູ ​Himalay ດັ່ງກ່າວ.

ບັນດາ​ເຈົ້າໜ້າ​ທີ່​ອິນ​ເດຍ ກ່າວ​ວ່າ ນາຍ Masarat Alam ​ໄດ້
​ຖືກ​ຈັບ​ກຸມ ​ໃນ​ວັນ​ສຸກ​ມື້​ນີ້ ຢູ່​ທີ່​ບ້ານ​ພັກ​ຂອງ​ຜູ້ກ່ຽວ ພາຍ​ໃຕ້​
ກົດໝາຍ ຂອງ​ປະ​ເທດ ວ່າ​ດ້ວຍ ການ​ກະທຳກິດຈະກຳ​ຕ່າງໆ
​ທີ່​ຜິດ​ກົດໝາຍ ຊຶ່ງໄດ້ຖືກ​ຫ້າມ​ ບໍ່ໃຫ້ຈັດ​ງານ​ໃດໆ ທີ່ທ້າ​ທາຍ​ຕໍ່
​ອະທິປະ​ໄຕ ​ຂອງ​ປະ​ເທດອິນເດຍ.

ນາຍ Alam ໄດ້​ຊ່ອຍ​ນຳພາ ການ​ປະ​ທ້ວງ​ຕໍ່ຕ້ານ​ອິນ​ເດຍ ​ໃນ​ວັນ​ພຸດ​ຜ່ານມາ​ນີ້ ຊຶ່ງ​ໃນ​ລະຫວ່າງ ການ​ປະ​ທ້ວງ​ນັ້ນ ພວກປະ​ທ້ວງ​ໄດ້​ໂບກ​ທຸງຊາດ​ປາ​ກິ​ສຖານ ​ແລະ ຮ້ອງ​ໂຮ ຄຳ​ຂວັນທີ່ນິຍົມຊົມ​ຊອບປາກິ​ສຖານຕ່າງໆ​ນາໆ. ການ​ປະ​ທ້ວງ​ທີ່​ສັນຕິດັ່ງກ່າວ ໄດ້​ຖືກປະນາມ​ ໂດຍບັນດາ​ນັກ​ການ​ເມືອງ​ຂອງອິນ​ເດຍ.

​ແຄວ້ນ Kashmir ​ໄດ້​ຖືກ​ແບ່ງ​ແຍກ​ອອກ​ເປັນ​ສອງ​ເຂດ ໂດຍອິນ​ເດຍ ​ແລະ ປາ​ກິ​ສຖານ ​
ແຕ່ປະເທດທັງ​ສອງ​ ​ຕ່າງກໍໄດ້​ອ້າງ​ເອົາ​ຂົງ​ເຂດ​ດັ່ງກ່າວ​ທັງ​ໝົດ ເປັນ​ຂອງ​ຕົນແຕ່ພຽງຜູ້ດຽວ.

ປະ​ເທດ​ເພື່ອນ​ບ້ານທັງ​ສອງ ​ທີ່​ມີ​ອາວຸດ​ນິວ​ເຄລຍ ​ໄດ້​ສູ້​ລົບ​ກັນ ​ໃນ​ສົງຄາມ​ມາແລ້ວສອງຄັ້ງ
ກ່ຽວ​ກັບເລື້​ອງຂົງ​ເຂດ​ດັ່ງກ່າວ ນັບ​ຕັ້ງ​ແຕ່​ ປະເທດທັງ​ສອງ​ ໄດ້ຮັບ​ເອກ​ກະລາດ ຈາກອັງກິດ ​ໃນ​ປີ 1947 ​ເປັນ ຕົ້ນມາ.

India Kashmir Arrest
please wait
Embed

No media source currently available

0:00 0:00:29 0:00



Police in Indian Kashmir say they have arrested an influential separatist leader for helping organize a march calling for Pakistani control of the Himalayan region.

Indian officials say Masarat Alam was arrested Friday at his home under the country's unlawful activities act, which prohibits any events that challenge the sovereignty of the Indian state.

Alam on Wednesday helped lead an anti-India protest during which demonstrators waved Pakistani flags and chanted pro-Pakistan slogans. The peaceful protest was widely condemned by Indian politicians.

Kashmir is divided between India and Pakistan, though both nations claim the region in its entirety.

The nuclear-armed neighbors have fought two wars over the region since gaining independence from Britain in 1947.

XS
SM
MD
LG