ຕຳຫຼວດໄດ້ຈັບກຸມພວກຜູ້ຊາຍທີ່ບໍ່ມີບ່ອນຢູ່ອາໄສ 2 ຄົນ ທີ່ສົງໄສ
ວ່າ ເປັນຜູ້ຂົ່ມຂືນສຳເລົາໝູ່ ຕະຫລອດທັງທຸບຕີ ແລະປຸ້ນຊັບ ນັກ
ທ່ອງທ່ຽວແມ່ຍິງຊາວເດັນມາກຄົນນຶ່ງ ໄວ 51 ປີ ທີ່ກຸງນີວເດລີນັ້ນ
ຕຳຫຼວດກ່າວວ່າ ໄດ້ມີການພົບເຫັນພວກຜູ້ຊາຍ 2 ຄົນນີ້ ຢູ່ໃກ້ໆ
ກັບບ່ອນເກີດເຫດ ໂດຍມີສິ່ງຂອງຕ່າງໆ ຂອງແມ່ຍິງຄົນນີ້ ຢູ່ໃນ
ຄວາມຄອບຄອງ ຮວມທັງແວ່ນຕາ ແລະ iPod ຂອງນາງ.
ການຊອກຄົ້ນກຳລັງດຳເນີນຕໍ່ໄປກັບພວກຜູ້ຕ້ອງສົງໄສອີກຫຼາຍ
ຄົນໃນເຫດການດັ່ງກ່າວ ຊຶ່ງໄດ້ເກີດຂຶ້ນໃນວັນອັງຄານມື້ກ່ອນນີ້
ໃນຂົງເຂດ Paharganj ທີ່ຜູ້ຄົນນິຍົມໄປທ່ຽວໃນນະຄອນຫລວງ
ຂອງອິນເດຍ.
ແມ່ຍິງທີ່ໄດ້ກັບຄືນໄປຍັງເດນມາກແລ້ວນັ້ນ ກ່າວຕໍ່ຕຳຫຼວດວ່າ ພວກຜູ້ຊາຍເຫຼົານີ້ໄດ້ຫຼອກ
ລໍ້ໃຫ້ນາງໄປຍັງເຂດ ສະຫງົຍງຽບແຫ່ງນຶ່ງ ແລະປຸກປໍ້າໂດຍໃຊ້ມີດຈີ້ນາງ ຫຼັງຈາກນາງຖາມ
ເລື້ອງທິດທາງໄປ.
ອັນນີ້ເປັນເຫດການຄັ້ງຫຼ້າສຸດ ທີ່ພາໃຫ້ມີການຕຳໜິຕິຕຽນຢ່າງແຮງຕໍ່ປະຫັວດຂອງອິນເດຍ ໃນການຮັບມືກັບຄວາມຮຸນແຮງ ຕໍ່ພວກແມ່ຍິງນັ້ນ.