ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍ ປະກາດເງິນຊ່ວຍເຫຼືອ 265 ຕື້ໂດລາ ເພື່ອຟື້ນຟູ ເສດຖະກິດ ທີ່ຖືກທຳລາຍຂອງຕົນ


ປະຊາຊົນສອງຄົນ ເບິ່ງການກ່າວຄຳປາໄສຕໍ່ປະເທດຂອງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ຢູ່ໂທລະພາບ ກ່ຽວກັບ ມາດຕະການກະຕຸ້ນເສດຖະກິດ, ໃນເມືອງ ຮາຍເດີຣາບັດ, ອິນເດຍ. 12 ພຶດສະພາ, 2020.
ປະຊາຊົນສອງຄົນ ເບິ່ງການກ່າວຄຳປາໄສຕໍ່ປະເທດຂອງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ຢູ່ໂທລະພາບ ກ່ຽວກັບ ມາດຕະການກະຕຸ້ນເສດຖະກິດ, ໃນເມືອງ ຮາຍເດີຣາບັດ, ອິນເດຍ. 12 ພຶດສະພາ, 2020.

ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ໄດ້ປະກາດເງິນຊ່ວຍ ເຫຼືອຂະໜາດໃຫຍ່ ຫຼາຍກວ່າ 265 ຕື້ໂດລາ ເພື່ອຟື້ນຟູເສດຖະກິດທີ່ໄດ້ເສຍຫາຍຈາກການກັກບໍລິເວນ 7 ອາທິດ ເຊິ່ງຖືກບັງຄັບໃຊ້ເພື່ອຄວບຄຸມໂຣກລະ ບາດໄວຣັສໂຄໂຣນາ.

ການຊ່ວຍເຫຼືອກະຕຸ້ນເສດຖະກິດທີ່ລໍຄອຍມາດົນນານ ມີມູນຄ່າເທົ່າກັບປະມານ 10 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນຂອງ ອິນເດຍ.

ໃນການກ່າວຄຳປາໄສຕໍ່ປະເທດທີ່ອອກອາກາດທາງໂທລະພາບນັ້ນ, ນາຍົກລັດຖະມົນຕີໄດ້ກ່າວວ່າ ປະເທດຕ້ອງຫັນວິກິດການໃຫ້ເປັນໂອກາດ ແລະ ກ່າວຢໍ້າວ່າ ເປົ້າໝາຍຫຼັກຂອງການຊ່ວຍ ເຫຼືອແມ່ນເພື່ອສ້າງ ອິນເດຍ ທີ່ເພິ່ງພາອາໄສຕົນເອງ.

ທ່ານ ໂມດີ ຍັງໄດ້ລະບຸອີກວ່າ ອິນເດຍ ຈະໃຊ້ການປະຕິຮູບເສດຖະກິດທີ່ບັນດານັກເສດຖະສາດ ແລະ ຜູ້ນຳທຸລະກິດໄດ້ສະແດງຄວາມຄິດເຫັນມາດົນນານ ເພື່ອດຶງດູດການລົງທຶນ ແລະ ໃຫ້ການສະໜັບສະໜູນອຸດສາຫະກຳ.

ການປະກາດໄດ້ມີຂຶ້ນທ່າມກາງການຮຽກຮ້ອງທີ່ເພີ່ມຂຶ້ນ ສຳລັບການກະຕຸ້ນທາງ ການເງິນ ເພື່ອຫຼຸດຜ່ອນຄວາມເສຍຫາຍທີ່ໜັກໜ່ວງ ເຊິ່ງເກີດຈາກການປິດເສດຖະກິດທີ່ໄດ້ມີມາແມ່ນກະທັ້ງກ່ອນໂຣກລະບາດນັ້ນ.

ບັນດານັກເສດຖະສາດເວົ້າວ່າ ອັດຕາການຫວ່າງງານໄດ້ເພີ່ມຂຶ້ນຮອດ 24.7 ເປີເຊັນ ໃນຂະນະທີ່ໄດ້ມີການສູນເສຍວຽກງານຫຼາຍຕຳແໜ່ງໃນຫຼາຍຂະແໜງ ນັບຕັ້ງແຕ່ໄດ້ມີການບັງຄັບໃຫ້ກັກບໍລິ ເວນເມື່ອວັນທີ 25 ມີນາທີ່ຜ່ານມາ. ກຳມະກອນຍ້າຍຖິ່ນຖານຫຼາຍສິບພັນຄົນ ໄດ້ພາກັນໜີອອກຈາກເມືອງທີ່ຖືກປິດຕ່າງໆ ທ່າມກາງການສູນເສຍຢ່າງກວ້າງຂວາງ.

ເຖິງແມ່ນການຫ້າມບາງອັນຕໍ່ການຜະລິດແມ່ນໄດ້ຖືກຍົກເລີກນັ້ນ, ອຸດສາຫະກຳ ສ່ວນຫຼາຍແມ່ນຍັງບໍ່ໄດ້ສືບຕໍ່ການປະຕິບັດງານເທື່ອ, ຊັກຊ້າໂດຍການຂາດກຳມະກອນ ແລະ ກົດລະບຽບໃໝ່ທີ່ເຄັ່ງຄັດ ທີ່ແນໃສ່ການຄວບຄຸມການລະບາດ ຂອງໄວຣັສໂຄໂຣນາ.

ນາຍົກລັດຖະມົນຕີໄດ້ກ່າວວ່າ “ແຮງງານລາຍວັນ, ກຳມະການຍ້າຍຖິ່ນຖານໄດ້ປະສົບຄວາມທຸກຍາກຫຼາຍໃນໄລຍະນີ້. ມັນແມ່ນໜ້າທີ່ຂອງພວກເຮົາໃນເວລານີ້ ທີ່ຈະເຮັດບາງຢ່າງສຳລັບເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG