ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໑ ກໍລະກົດ ໒໐໒໔

​ອິນ​ເດຍ ຖືກ​ກ່າວ​ຫາ​ວ່າ ​ວາງ​ແຜນ​ການ​ລອບ​ສັງ​ຫານ​ ໃນ​ແຜ່ນ​ດິນ ສະ​ຫະ​ລັດ


ຜູ້​ປະ​ທ້ວງ​ຖືກ​ຮູບ​ຂອງ​ທ້າວ ເກີ​ປັດ​ວານ ຊິງ ປານ​ນັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ນິວເດ​ລີ, ອິນ​ເດຍ, 24 ກັນ​ຍາ 2023.
ຜູ້​ປະ​ທ້ວງ​ຖືກ​ຮູບ​ຂອງ​ທ້າວ ເກີ​ປັດ​ວານ ຊິງ ປານ​ນັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ນິວເດ​ລີ, ອິນ​ເດຍ, 24 ກັນ​ຍາ 2023.

ການກ່າວ​ຫາ ກ່ຽວ​ກັບ ​ແຜນ​ການ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ອິ​ນ​ເດຍ​ ເພື່ອ​ລອບ​ສັງ​ຫານ​ຊາວ ຊິກ ແບ່ງ​ແຍກ​ດິນ​ແດນ​ໃນ​ແຜ່ນ​ດິນ​ຂອງ ອາ​ເມ​ຣິ​ກາ ແມ່​ນ​ບັນ​ຫາ​ທີ່​ຮ້າຍ​ແຮງ​ທີ່ ວໍ​ຊິ​ງ​ຕັນ ໄດ້​ຍົກ​ຂຶ້ນ​ມາ​ເວົ້າ​ກັບລັດ​ຖະ​ບານ ນິວ​ເດ​ລີ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ຢືນ​ຢັນ​ໃນ​ວັນ​ພຸດ​ວານນີ້.

ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານນາງ ເອດ​ຣຽນ ວັດ​ສັນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຮົາ​ຖືວ່າ​ບັນ​ຫານີ້​ມີ​ຄວາມ​ຮ້າຍ​ແຮງ​ທີ່​ສຸດ, ແລະ ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ຍົກ​ມັນ​ຂຶ້ນ​ມາເວົ້າ​ກັບ​ລັດ​ຖະ​ບານ ອິ​ນ​ເດຍ, ລວມ​ທັງ​ໃນ​ລະ​ດັບ​ອະ​ວຸ​ໂສ​ທີ່​ສຸດ. ບັນ​ດາ​ຄູ່​ຮ່ວມ ອິນ​ເດຍ ໄດ້​ສະ​ແດງ​ຄວາມ​ຕົກ​ໃຈ ແລະ ເປັນ​ຫ່ວງ. ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ການ​ກະ​ທຳ​ແບບນີ້ບໍ່​ແມ່ນ​ນະ​ໂຍ​ບາຍ​ຂອງ​ເຂົາ​ເຈົ້າ.”

ທ່ານ​ນາງ ວັດ​ສັນ ໄດ້​ກ່າວ​ຕື່ມ​ວ່າ “ອີງ​ຕາມ​ການ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ສະ​ຫະ​ລັດ, ພວກ​ເຮົາ​ເຂົ້າ​ໃຈ​ວ່າ​ລັດ​ຖະ​ບານ ອິນ​ເດຍ ໄດ້​ສືບ​ສວ​ນ​ສອບ​ສວນ​ບັນ​ຫານີ້​ເພີ່ມ​ເຕີມ ແລະ ຈະ​ມີ​ສິ່ງ​ທີ່​ຈະ​ເວົ້າ ກ່ຽວ​ກັບ ມັນ​ຕື່ມ​ອີກ​ໃນ​ບໍ່​ເທົ່າ​ໃດ​ວັນ​ຈະ​ມາ​ເຖິງນີ້. ພວກ​ເຮົາ​ໄດ້​ສະ​ແດງ​ຄວາມ​ຄາດ​ຫວັງ​ຂອງ​ພວກ​ເຮົາ​ວ່າ ຜູ້​ໃດ​ກໍ່​ຕາມ​ທີ່​ຮັບ​ຜິດ​ຊອບ ​ຄວນ​ຖືກ​ນຳ​ຕົວ​ມາ​ລົງ​ໂທດ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້ຂັດ​ຂວາງ​ການ​ສົມ​ຮູ້​ຮ່ວມ​ຄິດ ແລະ ໄດ້​ອອກ​ຄຳ​ເຕືອນ​ຕໍ່​ລັດ​ຖະ​ບານ ອິນ​ເດຍ ກ່ຽວ​ກັບ ບັນ​ຫາ​ຕ່າງໆ​ທີ່​ເຂົາ​ເຈົ້າ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ວາງ​ແຜນ​ນັ້ນ, ເຊິ່ງ​ໜັງ​ສື​ພິມ Financial Times ໄດ້​ລາຍ​ງານ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG