ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ອຍກວ່າຄົນ ເສຍຊີວິດ ຍ້ອນກິນເຫຼົ້າພິດ ໃນອິນເດຍ


ຍາດພີ່ນ້ອງຂອງພວກເຄາະຮ້າຍ ໄປໂຮມຊຸມນຸມກັນຢູ່ທີ່ໂຮງໝໍ Diamond Harbour ລຸນຫຼັງມີຜູ້ເສຍຊີວິດ ຫຼາຍສິບຄົນ ແລະລົ້ມປ່ວຍອີກ 100 ກວ່າຄົນ ຍ້ອນກິນເຫຼົ້າພິດ ທີ່ບ້ານ Sangrampur ໃນພາກຕາເວັນ ອອກສຽງເໜືອຂອງອິນເດຍ (14 ທັນວາ 2011)
ຍາດພີ່ນ້ອງຂອງພວກເຄາະຮ້າຍ ໄປໂຮມຊຸມນຸມກັນຢູ່ທີ່ໂຮງໝໍ Diamond Harbour ລຸນຫຼັງມີຜູ້ເສຍຊີວິດ ຫຼາຍສິບຄົນ ແລະລົ້ມປ່ວຍອີກ 100 ກວ່າຄົນ ຍ້ອນກິນເຫຼົ້າພິດ ທີ່ບ້ານ Sangrampur ໃນພາກຕາເວັນ ອອກສຽງເໜືອຂອງອິນເດຍ (14 ທັນວາ 2011)

ພວກ​ເຈົ້າໜ້າ​ທີ່​ອິນ​ເດຍກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ມີ​ຄົນ​ເສຍ​ຊີວິດ​ໄປແລ້ວ 102 ຄົນຫລັງ​
ຈາກ​ພາກັນ​ດື່ມ​ເຫລົ້າທີ່​ເຮັດ​ເອງ ໂດຍພວກຂາຍເຫຼົ້າເຖື່ອນ ທີ່​ປົນ​ດ້ວຍຢາ​ພິດ ​ໃນ​ເຂດຕາ
ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

ພວກຊາວ​ເມືອງ​ຮູ້ສຶກ​ບໍ່​ສະບາຍ​ຫລັງ​ຈາກຊື້​ເຫລົ້າ​ໃນ​ລາຄາ​ຖືກ​ຈາກພວກ​ສົ່ງ​ເຫລົ້າ​ເຖື່ອນ
ໃນ​ຕອນ​ບ່າຍ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ໃນ​ເຂດ​ເມືອງ 24 ໃຕ້ Parganas ທີ່​ເປັນ​ເມືອງ​ທີ່​
ຍາກຈົນ ​ໃນ​ລັດ Bengal ຕາເວັນຕົກນັ້ນ.

ພວກຄົນປ່ວຍຍ້ອນກິນເຫລົ້າພິດ ຈໍານວນນຶ່ງ ນັ່ງລໍຖ້າຮັບການປິ່ນປົວ ທີ່ໂຮງໝໍໃນເມືອງ Diamond Harbour, ວັນທີ 15 ທັນວາ 2011.
ພວກຄົນປ່ວຍຍ້ອນກິນເຫລົ້າພິດ ຈໍານວນນຶ່ງ ນັ່ງລໍຖ້າຮັບການປິ່ນປົວ ທີ່ໂຮງໝໍໃນເມືອງ Diamond Harbour, ວັນທີ 15 ທັນວາ 2011.

ນອກຈາກ​ພວກ​ທີ່​ລົ້ມ​ຕາຍ​ໄປ
​ແລ້ວ​ນັ້ນ ກໍ​ປາກົດ​ວ່າ​ຍັງມີອີກ
​ຢ່າງ​ໜ້ອຍ 135 ຄົນ​ທີ່​ເຈັບ​
ປ່ວຍ ຊຶ່ງ​ຫລາຍໆ​ຄົນ​ຈົ່ມ​ເຈັບ
ທ້ອງແລະຮາກ. ພວກ​ທີ່​ຮູ້ສຶກ
ບໍ່​ສະບາຍ​ນັ້ນແມ່ນ​ພວກ​ກໍາມະ
ກອນ​ຫາ​ເຊົ້າກິນ​ຄໍ່າຫລື​ພວກ
​ຄົນ​ງານທຸກຈົນ​ອື່ນໆ.

ນັກ​ຂ່າວ​ຄົນ​ນຶ່ງ​ບອກ​ວີ​ໂອ​ເອວ່າ
ພວກ​ເຈົ້າໜ້າ​ທີ່ໄດ້ຮີບ​ນໍາ​ສົ່ງ
​ພວກ​ເຄາະຮ້າຍທີ່​ປ່ວຍອາການ​
ສາຫັດ 70 ຄົນ​ໄປ​ໂຮງໝໍ​ປະ​ຈໍາ
​ເມືອງ​ຫລວງ​ຂອງ​ລັດ.

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ
​ເຂົາ​ເຈົ້າຄາດ​ວ່າ ​ຈໍານວນ​ຄົນ
ເຈັບ​ປ່ວຍ​ລົ້ມ​ຕາຍຈະ​ສືບ​ຕໍ່​ສູງ​
ຂຶ້ນ​ໄປ​ອີກ.

ເມື່ອ​ວັນ​ພຸດ​ວານນີ້ ພວກ​ຊາວ
ບ້ານທີ່ໂກດ​ແຄ້ນ​ກັບ​ການ​ເສຍ
​ຊີວິດພາກັນຊອກ​ຄົ້ນ​ຫາ​ພວກ​ຜະລິດ​ເຫລົ້າ​ເຖື່ອນ​ຕາມ​ທ້ອງ​ຖິ່ນທີ່​ສົງ​ໄສ​ວ່າ​ຂາຍ​ເຫລົ້າທີ່​
ພາ​ໃຫ້​ສ້າງຄວາມເສຍຫາຍນັ້ນ​ ໃນ​ຂະນະ​ທີ່​ພວກ​ຕໍາຫລວດໄດ້​ຈັບ​ກຸມ​ສີ່​ຄົນທີ່ພົວພັນກັບ ​ກໍລະນີ​ດັ່ງກ່າວ.

ປົກກະຕິ​ແລ້ວ ການ​ຜະລິດ​ເຫລົ້າທີ່​ຜິດ​ກົດໝາຍ​ໃນ​ອິນ​ເດຍ ມັກ​ຈະ​ປົນ​ດ້ວຍ​ຢາ​ເຄມີເພື່ອ​
ເພີ່ມ​ຄວາມ​ແຮງ​ຂອງ​ເຫລົ້າ​ແລະ​ຂາຍ​ໃຫ້​ພວກ​ຄົນ​ຍາກຈົນທີ່​ອາ​ໃສ​ຢູ່​ຕາມ​ຄຸ້ມສະຫຼໍາ​ແລະ
ພວກ​ຊາວນາ. ​ເຫລົ້າ​ເປັນ​ພິດ ​ແມ່ນ​ເຂັ່ນຂ້າ​ຫລາຍ​ຮ້ອຍ​ຄົນໃນ​ປະ​ເທດ​ໃນ​ແຕ່ລະ​ປີ.

ໃນ​ປີ 2009 ​ເກີດ​ເຫດ​ເຫລົ້າ​ເປັນ​ພິດທີ່​ໄດ້​ເອົາ​ຊີວິດ​ພວກ​ຄົນ​ໄປ​ຢ່າງ​ໜ້ອຍ 112 ຄົນ​ໃນ
ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ.

XS
SM
MD
LG