ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍ KASABຕ້ອງໂທດປະຫານຊີວິດໃນການ ຄາຕະກຳແລະການເຮັດສົງຄາມຕໍ່ຕ້ານອິນເດຍ


ຜູ້ພິພາກສາຄົນນຶ່ງຂອງອິນເດຍ ໄດ້ຕັດສິນໂທດປະຫານຊີວິດຜູ້ຊາຍຊາວ
ປາກິດສະຖານ ຍ້ອນບົດບາດຂອງຜູ້ກ່ຽວໃນການໂຈມຕີຂອງພວກກໍ່ການ
ຮ້າຍທີ່ເມືອງມູມໄບໃນເດືອນພະຈິກປີ 2008 ນັ້ນ.

ໃນວັນພະຫັດມື້ນີ້ ຜູ້ພິພາກສາ M.L TAHALIYANI ໄດ້ຕັດສິນໂທດ
ປະຫານຊີວິດ ນາຍ MOHAMMED AJMAL KASAB ມືປືນພຽງຄົນດຽວ
ທີ່ເຈົ້າໜ້າທີ່ຈັບເປັນໄດ້ ໃນລະຫວ່າງການໂຈມຕີ ເປັນເວລາ3 ມື້ ຕໍ່​ໂຮງ​ແຮມ
ໃນ​ມູມບາຍທີ່ເຮັດໃຫ້ມີຜູ້ເສຍຊີວິດ 166 ຄົນ.

ການຕັດສິນໂທດທີ່ວ່ານີ້ແມ່ນໃນຄວາມຜິດ 4 ກະທົງຮວມທັງການຄາຕະກຳ
ແລະການເຮັດສົງຄາມຕໍ່ຕ້ານອິນເດຍ. ໃນມື້ວັນຈັນແລ້ວ ນາຍ KASAB
ຖືກພົບເຫັນວ່າມີຄວາມຜິດໃນເກືອບທັງໝົດ 86 ຂໍ້ຫາ ທີ່ລາວໄດ້ຖືກຟ້ອງ.

ໂທດປະຫານຊີວິດດ້ວຍການແຂວນຄໍຢູ່ອິນເດຍຈະຕ້ອງໄດ້ຮັບການເຫັນພ້ອມ
ຈາກສານສູງເສຍກ່ອນ. ພວກນັກຊ່ຽວຊານກ່າວວ່າ ມີທ່າທາງວ່າຂັ້ນຕອນ
ໃນການຂໍອຸທອນທີ່ໃຊ້ເວລາຍືດຍາວນັ້ນຈະມີ​ຂຶ້ນ.

ນາຍ KASAB ອາຍຸ 22 ປີ ແມ່ນນຶ່ງໃນມືປືນຈຳນວນ 10 ຄົນທີ່ເດີນທາງໄປເຖິງ
ນະຄອນມູມໄບໂດຍທາງທະເລແລະໄດ້ທຳການໂຈມຕີສະຖານີລົດໄຟ ໂຮງແຮມ
5 ດາວ 2 ບ່ອນ ຮ້ານອາຫານແຫ່ງນຶ່ງແລະສູນກາງຊາວຢິວ.

XS
SM
MD
LG