ອິນເດຍ ກ່າວວ່າ 23 ປະເທດ ໄດ້ສະແຫວງຫາ ຄວາມຊ່ວຍເຫຼືອ
ຈາກຕົນ ໃນການຍົກຍ້າຍພົນລະເມືອງຂອງພວກເຂົາ ອອກຈາກ
ປະເທດເຢເມັນ ທີ່ເກີດສົງຄາມກາງເມືອງນັ້ນ ຫຼັງຈາກທີ່
New Delhi ໄດ້ເລີ້ມຕົ້ນປະຕິບັດການທາງອາກາດ ແລະ ທະເລ
ຢ່າງໃຫຍ່ ເພື່ອນຳເອົາພົນລະເມືອງຂອງຕົນອອກມານັ້ນ.
ໃນຂໍ້ຄວາມທີ່ສົ່ງຜ່ານທາງ tweeter ນັ້ນ ນາຍົກລັດຖະມົນຕີ
Narendra Modi ໄດ້ສະແດງຄວາມສະໜັບສະໜຸນ ຕໍ່ຄວາມ
ພະຍາຍາມໃນການຊ່ອຍເຫຼືອດັ່ງກ່າວ ໂດຍກ່າວວ່າ ຄວາມ
ພະຍາຍາມໃນການຍົກຍ້າຍຕ່າງໆນັ້ນ “ສະທ້ອນໃຫ້ເຫັນ
ເຖິງຄວາມເຕັມໃຈ ເພື່ອທີ່ຈະຮັບໃຊ້ພົນລະເມືອງ ຂອງ
ພວກເຮົາ ແລະ ຄວາມພ້ອມແລ້ວ ທີ່ຈະຊ່ອຍເຫຼືອຄົນອື່ນໆທີ່ກຳລັງເດືອດຮ້ອນ.”
ອິນເດຍ ໄດ້ຊ່ວຍນຳເອົາ ຜູ້ຄົນສ່ວນນຶ່ງ ຈຳນວນ 3,000 ຄົນ ອອກມາຈາກປະເທດດັ່ງກ່າວແລ້ວ. ປະມານ ເຄິ່ງນຶ່ງຂອງຊາວອິນເດຍທີ່ທຳງານຢູ່ໃນເຢເມັນນັ້ນ ແມ່ນເປັນພະຍາບານ. ອິນເດຍຍັງໄດ້ໃຫ້ການຊ່ວຍເຫຼືອ ພົນລະເມືອງບາງສ່ວນ ຂອງປະເທດອື່ນໆ
ອີກດ້ວຍ.
ບາງຄົນໄດ້ຖືກນຳອອກມາດ້ວຍ ເຮືອນ້ອຍຕ່າງໆໄປຍັງ ເຮືອລົບຫຼາຍລຳ ທີ່ບໍ່ສາມາດຈອດຢູ່ທ່າເຮືອ Aden ຍ້ອນການໂຈມຕີດ້ວຍປືນໃຫຍ່. ສ່ວນຄົນອື່ນໆນັ້ນ ໄດ້ຖືກນຳອອກມາ ກັບຄືນບ້ານເກີດ ໂດຍທາງອາກາດ ຫຼັງຈາກອິນເດຍ ໄດ້ສະແຫວງຫາຄວາມຊ່ວຍເຫຼືອ ຈາກ ຊາອຸດີ ອາຣາເບຍ ເພື່ອຈະສາມາດໃຊ້ເຂດອາກາດຂອງເຢເມັນ ໄດ້ຢ່າງປ້ອດໄພ.