ນາຍົກລັດຖະມຸນຕີອິນເດຍ ທ່ານມັນໂມຮັນ ສິງ ສະຫລອງ ວັນເອກະລາດຄົບຮອບ 65 ປີໃນວັນອາທິດມື້ນີ້ ດ້ວຍການ ກ່າວເຕືອນປາກິສຖານວ່າ ການຮື້ຟື້ນການໂອ້ລົມສົນທະນາ ກັນຄືນຫວ່າງໄວໆຜ່ານມານີ້ຈະບໍ່ດໍາເນີນຕໍ່ໄປອີກ ຖ້າພວກ ຫົວຮຸນແຮງໄດ້ຮັບອະນຸມັດໃຫ້ໃຊ້ປາກິສຖານ ເປັນຖານທໍາ
ການເຄື່ອນໄຫວແບບກໍ່ການຮ້າຍຕໍ່ອິນເດຍນັ້ນ.
ໃນລະຫວ່າງການທໍາພິທີທີ່ຄ້າຍທະຫານເກົ່າ Red Fort ທີ່ມີຄວາມສໍາຄັນທາງປະວັດສາດ ໃນກຸງນີວແດນລີ ນະຄອນຫລວງຂອງອິນເດຍນັ້ນ ທ່ານສິງຍັງໄດ້ຮຽກຮ້ອງໃຫ້ພວກກະບົດໃນແຄວ້ນ Kashmir ພາກສ່ວນຂອງອິນເດຍ ບ່ອນທີ່ພວກມຸສລິມຫົວແບ່ງແຍກດິນແດນທໍາການຕໍ່ສູ້ເພື່ອເອກກະລາດຈາກອິນເດຍ ມາເປັນເວລາຫລາຍທົດສະວັດ ຫລືເພື່ອຮວມເຂົ້າກັບປາກິສຖານນັ້ນ ໃຫ້ພາກັນວາງອາວຸດແລະເລີ້ມທໍາການໂອ້ລົມສົນທະ ນາກັນ. ທ່ານສິງກ່າວຕື່ມວ່າ Kashmir ເປັນພາກສ່ວນທີ່ແຍກອອກບໍ່ໄດ້ຂອງອິນເດຍ.
ໄດ້ມີການເອົາມາດຕະການຮັກສາຄວາມປອດໄພຢ່າງເຄ່ງຄັດໃນທົ່ວປະເທດ ເພື່ອຍັບຍັ້ງການໂຈມຕີຂອງພວກຫົວຮຸນແຮງ ທີ່ອາດມີຂຶ້ນໄດ້ນັ້ນ.