ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນ​ເດຍຈັບ​ໂຈນ​ທະ​ເລໄດ້ ຫລາຍສິບຄົນ


ໂຈນທະເລພວກນຶ່ງອີກ ທີ່ຖືກເຈົ້າໜ້າທີ່ອິນເດຍຈັບໄດ້ ແລະພາໄປຍັງເມືອງ Mumbai ເມື່ອຕົ້ນປີນີ້. (File Photo - January 31, 2011).
ໂຈນທະເລພວກນຶ່ງອີກ ທີ່ຖືກເຈົ້າໜ້າທີ່ອິນເດຍຈັບໄດ້ ແລະພາໄປຍັງເມືອງ Mumbai ເມື່ອຕົ້ນປີນີ້. (File Photo - January 31, 2011).

ກອງທັບ​ເຮືອ​ອິນ​ເດຍ ກ່າວ​ວ່າ ​ເຮືອ​ຂອງ​ຕົນ 2 ລໍາໄດ້​ເຂົ້າ
ສະກັດ​ກັ້ນ ເຮືອແມ່ຂອງພວກ​ໂຈນ​ທະ​ເລ​ລໍາ​ນຶ່ງ ​ຢູ່​ນອກ​ຝັ່ງ
ທະ​ເລກໍ້າ​ຕາ​ເວັນ​ຕົກ​ຂອງອິນ​ເດຍ ໃນ​ທະ​ເລ​ Arabian
ແລະ​ຈັບ​ພວກ​ໂຈນ​ທະ​ເລ​ໄດ້ 61 ຄົນ​ ພ້ອມ​ທັງຊ່ອຍຊີວິດ
ພວກ​ໂຕ​ປະກັນ​ໃນ​ເຮືອ​ ຕື່ມ​ອີກ13 ຄົນ. ຖະ​ແຫລ​ງການ​
ຂອງ​ກອງທັບ​ເຮືອ​ອິນ​ເດຍ ທີ່ເປີດ​ເຜີຍ​ອອກໃນ​ວັນ​ຈັນ​ມື້​ນີ້
ກ່າວ​ວ່າ ເຮືອບິນຂອງອິນ​ເດຍ​ໄດ້ພົບ​ເຫັນ​ເຮືອ​ຂອງ​ພວກ​
ໂຈນ​ທະ​ເລ ​ໃນ​ວັນ​ສຸກ​ຜ່ານ​ມາ ແລະ​ໄດ້​ຕິດຕາມ​ເຮືອ​ລໍາ​ນີ້​
ໄປ​ຈົນຮອດ​ເວລາ​ເຮືອ​ກອງທັບ​ເຮືອ​ອິນ​ເດຍ 2 ລໍາ​ຕາມ
ໄປ​ທັນ​ໃນ​ຄໍ່າ​ຄືນວັນ​ເສົາຜ່ານ​ມາ​ນີ້.

ກອງທັບ​ເຮືອ​ອິນ​ເດຍກ່າວ​ວ່າ ​ພວກ​ໂຈນ​ທະ​ເລໄດ້​ສົ່ງ​ເຮືອ
ໄວ​ສອງ​ລໍາ​ອອກມາ ​ແລະ​ເປີດສາກ​ຍິງ​ໃສ່​ເຮືອ​ຂອງ​ພວກ
ຕົນ.​ເຮືອ​ຂອງກອງທັບ​ເຮືອ​ອິນ​ເດຍ​ໄດ້ຍິງ​ຕອບ​ໂຕ້​ແລະປາ
ກົດວ່າ​ ໄດ້​ເຮັດ​ໃຫ້ເກີດ​ໄຟ​ໄໝ້​ຢູ່ ​ເທິງເຮືອ​ແມ່​ຂອງ​ພວກ​
ໂຈນ​ທະ​ເລພາ​ໃຫ້​ພວກ​ຜູ້​ຄົນ​ໃນ​ເຮືອກະ​ໂດດ​ໜີລົງ​ນໍ້າ.

ພວກ​ລູກ​ເຮືອຂອງ​ກອງທັບ​ເຮືອ​ອິນ​ເດຍ​ໄດ້​ດຶງ​ພວກ​ໂຈນ​ທະ​ເລ​ ພ້ອມ​ທັງ​ພວກ​ໂຕ​ປະກັນ ​
ຂຶ້ນ​ເຮືອຂອງ​ຕົນ.

ຖະ​ແຫລ​ງການ​ກອງທັບ​ເຮືອ​ອິນ​ເດຍ ກ່າວ​ວ່າ ​ເຮືອຂອງ​ພວກ​ໂຈນ​ທະ​ເລ ຊື່ Vega 5 ​
ເປັນ​ເຮືອ​ຫາ​ປາ​ທີ່​ຕິດ​ທຸງຊາດ Mozambique ທີ່ ພວກ​ໂຈນ​ທະ​ເລ​ໄດ້​ຈີ້​ເອົາ​ໄປໃນ​ເດືອນ​
ທັນວາ ​ແລະໄດ້ໃຊ້​ເປັນ​ເຮືອ​ແມ່​ສໍາລັບທໍາ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ ຕັ້ງ​ແຕ່​ນັ້ນ​ມາ. ພວກ​ໂຕ
ປະກັນ 13 ຄົນ​ນັ້ນ ເປັນ​ພວກ​ລູກ​ເຮືອ​ຂອງ​ເຮືອຫາ​ປາ​ລໍາ​ນີ້.

ກອງທັບ​ເຮືອ​ອິນ​ເດຍກ່າວ​ວ່າ ພວກ​ຕົນ​ຈະ​ນໍາ​ໂຕ​ພວກ​ໂຈນ​ທະ​ເລ​ພ້ອມ​ທັງ​ເຮືອ Vega 5
ຂອງ​ພວກ​ເຂົາ ​ໄປ​ຍັງ​ເມືອງ Mumbai. ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ໃຫ້ຮູ້ ກ່ຽວ​ກັບ​ສັນຊາດ​ຂອງ​
ໂຈນ​ເຫລົ່າ​ນີ້​ເທື່ອ.

XS
SM
MD
LG