ນັກສ້າງເລື້ອງທີ່ມີເນື້ອຫານຳລົງສື່ສັງຄົມ ອິດສະຫຼະ ຫຼື blogger 2 ຄົນຖືກຄວບຄຸມຕົວຢູ່ຫວຽດນາມ ໃນທ້າຍເດືອນແລ້ວນີ້, ເຊິ່ງລວມມີ 1 ຄົນທີ່ເປັນຜູ້ສະໜອງຂ່າວໃຫ້ແກ່ວິທະຍຸເອເຊຍເສລີ ຫຼື RFA ເຊິ່ງເປັນຫ້ອງຂ່າວເອື້ອຍນ້ອງຂອງວີໂອເອ.
ໃນວັນທີ 29 ກຸມພານີ້, ຕຳຫຼວດໄດ້ຈັບຕົວທ່ານ ຫງວຽນ ວູ ບິ່ນ, ຜູ້ສະໜອງຂ່າວໃຫ້ RFA ພາກພາສາຫວຽດນາມ ເປັນປະຈຳ, ແລະທ່ານ ຫງວຽນ ຈີ໋ ຕວຽນ ຢູ່ເຮືອນຂອງພວກເຂົາ ໃນນະຄອນຫຼວງຮາໂນ່ຍ, ອີງຕາມການກ່າວຂອງກຸ່ມເສລີພາບຂອງສື່ມວນຊົນ ທີ່ເປັນຄະນະກຳມະການເພື່ອປົກປ້ອງນັກຂ່າວ.
ລາຍງານຂອງສື່ມວນຊົນ ກ່າວວ່າ ທ່ານ ບິ່ນ (Binh) ຖືກຈັບໃນຂໍ້ກ່າວຫາທີ່ບໍ່ແຈ້ງ ຫລັງຈາກໄດ້ຖືກເອີ້ນໂຕໃຫ້ເຂົ້າໄປພົບກັບຕຳຫຼວດໃນມື້ກ່ອນ.
ນີ້ຍັງຫ່າງໄກຈາກຄັ້ງທຳອິດທີ່ອຳນາດການປົກຄອງຫວຽດນາມ ໄດ້ແນເປົ້າໄປທີ່ ທ່ານ ບິ່ນ. ໃນປີ 2002, ຫຼັງຈາກໄດ້ໃຫ້ຄຳເຫັນເປັນລາຍລັກອັກສອນຕໍ່ລັດຖະສະພາສະຫະລັດ ກ່ຽວກັບບັນຫາສິດທິມະນຸດໃນຫວຽດນາມ, ທ່ານໄດ້ຖືກຈັບ ແລະຖືກຕັດສິນລົງໂທດໃຫ້ຕິດຄຸກ 7 ປີ, ອີງຕາມ ຂໍ້ມູນຈາກ RFA. ຕໍ່ມາ ລາວໄດ້ຖືກປ່ອຍຕົວໃນປີ 2007.
ຫຼັງຈາກນັ້ນ, ໃນປີ 2015, ທ່ານໄດ້ຢູ່ໃນບັນດານັກຂຽນບລັອກ ແລະນັກເຄື່ອນໄຫວ 12 ຄົນທີ່ຖືກຕີໂດຍຕໍາຫຼວດໃນ ນະຄອນຫຼວງຮ່າໂນ້ຍ, ອີງຕາມການກ່າວຂອງ RFA.
ໃນຖະແຫຼງການສະບັບນຶ່ງ ໃນວັນພະຫັດວານນີ້, RFA ແລະກຸ່ມ PEN International ຮຽກຮ້ອງໃຫ້ປ່ອຍຕົວ ທ່ານ ບິ່ນ ໃນທັນທີ. ທ່ານບິ່ນ ເປັນສະມາຊິກກິດຕິມະສັກຂອງສູນ PEN ຫຼາຍແຫ່ງ.
ປະທານ ແລະຊີອີໂອ ຂອງ RFA ທ່ານ ນາງ ເບ ຟາງ (Bay Fang) ແລະ ປະທານຂອງ PEN International ທ່ານ ເບີຮານ ຊອນເມັຊ (Burhan Sonmez) ກ່າວໃນຖະແຫຼງການວ່າ “ກໍລະນີຂອງລາວ ໄດ້ຮັບຄວາມສົນໃຈຢ່າງໄວວາ, ແລະພວກເຮົາຮຽກຮ້ອງໃຫ້ປະຊາຄົມນາໆຊາດ ເຂົ້າຮ່ວມກັບພວກເຮົາ ໃນການປະນາມການຈັບກຸມລາວ.”
ຟໍຣັມສະແດງຄວາມຄິດເຫັນ