ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫຼອງວັນຊາດສະຫະລັດ ຂອງປະຊາ​ຄົມ ລາວ-ອະເມຣິກັນ ​ໃນນະຄອນຫຼວງວໍຊິງຕັນ ດີຊີ


ງານ​ສະຫຼອງ​ວັນ​ຊາດສະຫະລັດ​ ຢູ່ວັດ​ລາ​ວພຸດ​ທະ​ວົງ ທີ່ເມືອງແຄັຕແລັຕ ພາກເໜືອລັດເວີຈີເນຍ ນອກນະຄອນຫລວງວໍຊິງຕັນ, ວັນທີ 2-3 ກໍລະກົດ 2011.
ງານ​ສະຫຼອງ​ວັນ​ຊາດສະຫະລັດ​ ຢູ່ວັດ​ລາ​ວພຸດ​ທະ​ວົງ ທີ່ເມືອງແຄັຕແລັຕ ພາກເໜືອລັດເວີຈີເນຍ ນອກນະຄອນຫລວງວໍຊິງຕັນ, ວັນທີ 2-3 ກໍລະກົດ 2011.

ໃນລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ​ແລງມື້ນີ້ ທ່ານ​ຈະ​ໄດ້​ຮັບ​ຟັງ​ການ​ສໍາ ພາດ​ກັບ​ປະຊາ​ຄົມ​ລາວໃນເຂດນະຄອນຫລວງວໍຊິງຕັນ ​ທີ່​​ໄດ້ພາກັນ​ຈັດສະຫຼອງວັນຊາດ​ສະຫະລັດ ​ຢູ່ວັດລາວພຸດທະວົງທີ່ລັດເວີຈີເນຍ ພາຍໃຕ້ການເປັນປະທານຂອງຍາ​ນາງບຸນ ເຮ່​ງ ອິນ​ເວີ​ຊິນ ພ້ອມ​ດ້ວຍ​ຄະນະກໍາມະການ​ຫຼາຍທ່ານ​ ​ຮວມ​ທັງ​ນັກ​ຮ້ອງ ສິນ​ລະ​ປິນຮັບ​ ເຊີນ​ອື່ນໆ. ສ່ວນວ່າຈະ​ມີ​ໃຜ​ແດ່​ນັ້ນ ​ເຮົາ​ຂໍ​ເຊີນ​ທ່ານ​ພົບ​ກັບ​ວັນນະສອນ​ໄດ້​ເລີຍ.

ໃນ​ວັນຢຸດ​ທ້າຍ​ສັບປະດາທີ່ຜ່ານມາ​ນີ້ ທາງ​ວັດ​ລາວ​ພຸດ​ທະ​ວົງ​ໄດ້ມີການ​ສະຫຼອງ​ວັນ
ເອກ​ກະ​ລາດ​ຂອງສະຫະລັດ ຊຶ່ງ​ຈັດ​ຂຶ້ນ​ທັງໃນ​ວັນທີ 2 ແລະ 3 ກໍລະກົດ ຊຶ່ງ​ງານ​ສະ
ຫຼອງ​ດັ່ງກ່າວກໍ​ມີ​ທັງ​ແບບ​ຮີດ​ຕອງ​ປະ​ເພນີ​ລາວ ຕັກບາດ​ຢາກ​ນໍ້າ ຊຶ່ງ​ເຮັດ​ໃຫ້​ວັດ​ລາວ
ພຸດ​ທະ​ວົງ​ທີ່​ມີ​ສະຖາ​ນທີ່​ກ້ວາງ​ຂວາງ​ນັ້ນ​ ຄັບ​ແຄບ​ລົງ​ທັນທີ ​ໂດຍ​ການ​ປະກອບສ່ວນ​
ຂອງ​ປະຊາ​ຄົມ​ລາ​ວ, ປະຊາ​ຄົມເອ​ເຊຍແລະ​ຊາວ​ຕ່າງ​ຊາດ ທີ່​ເດີນທາງ​ມາ​ຈາກ​ໃກ້​ແລະ
ໄກ ​ແລະ​ຈາກ​ຕ່າງປະ​ເທດ​ກໍ​ຍັງ​ມີ.

ທ່ານນາງ ບຸນ​ເຮ່​ງ ອິນ​ເວີ​ຊິນ ປະທານ​ຈັດ​ງານ
ທ່ານນາງ ບຸນ​ເຮ່​ງ ອິນ​ເວີ​ຊິນ ປະທານ​ຈັດ​ງານ

ນອກຈາກ​ພິທີ​ທາງ​ສາ​ສະນາ
ຕັກບາດ​ຢາດນໍ້າ​ແລ້ວ ທາງ
ຄະນະ​ກໍາມະການ​ກໍ​ໄດ້​ມີ​ການ
ຈັດ​ສະຫຼອງງານລື່ນ​ເລີງ​ມ່ວນ
ຊື່ນ ມີ​ການສະ​ແດງ​ນາດຕະສິນ
ຕ່າງໆ ​ທີ່​ປະກອບສ່ວນ​ຈາກ
ຫຼາຍໆ​ຝ່າຍ. ປະທານ​ຈັດ​ງານ
ກໍ​ຄື​ຍາ​ນ້າ ບຸນ​ເຮ່​ງ ອິນ​ເວີ​ຊິນ
ທີ່​ໄດ້​ອະທິບາຍ​ໃຫ້​ຟັງ​ເຖິງ​ຈຸດ
ປະສົງ​ໃນ​ການຈັດ​ສະຫຼອງ​ວັນ
ຊາດ​ສະຫະລັດ​ແບບ​ລາວໆ​ນີ້​ວ່າ:
"
ປີ​ນີ້​ກໍ​ຖື​ວ່າ​ເປັນ​ການ​ສະຫຼອງ​
ຄົບຮອບ 30 ປີ ທີ່​ວັດ​ລາວ​ເຮົາ​ສະຫຼອງ 4th of July ກໍ​ຖື​ວ່າ​ເປັນ​ປະ​ເພນີ​ນຶ່ງ​ທີ່​
ເລີ່​ມຕົ້ນ
ມາ​ແຕ່​ດົນ​ນານ​ແລ້ວ...”

​ຮ້ອງ​ເພງ​ລາວ​ເດີ​ມທີ່​ນໍາພາ​ໂດຍ ອ. ສີ​ອໍາໄພ ດວງ​ພູມີ(ສິ້ນ​ສີຟ້າອ່ອນ)
​ຮ້ອງ​ເພງ​ລາວ​ເດີ​ມທີ່​ນໍາພາ​ໂດຍ ອ. ສີ​ອໍາໄພ ດວງ​ພູມີ(ສິ້ນ​ສີຟ້າອ່ອນ)
ພ້ອມ​ດຽວນີ້ ຜູ້​ທີ່​ເປັນ​ຫົວ​ຈັກ
ຫົວ​ແຮງ​ສິດສອນນາດຕະສິນ
ລາວ​ເດີມ ​ຟ້ອນ​ລໍາ​ໃຫ້​ແກ່​ລູກ​ຫຼານ​ລາວ​ທີ່​ໄດ້​ມາສະ​ແດງ​ຟ້ອນ​ແລະ​ຮ້ອງ​ເພງ​ລາວ​ເດີມ​ໃນ​ເວທີ​ສໍາຄັນ​ນີ້ ກໍຄື ອາຈານ ສີ​ອໍາ​ໄພ
ດວງ​ພູມີ ທີ່ໄດ້​ບອກ​ກັບ VOA
ວ່າ ມີ​ຄວາມ​ສັດ​ທາ​ໃນ​ພຸດທະ​
ສາສະໜາ ມັກ​ເຮັດ​ການກຸສົນ
ແລະ​ຢາກ​ຈະ​ສິດສອນ ມອບ​ສິ່ງ
ທີ່​ໄດ້​ຮໍ່າຮຽນ ທັງ​ການ​ຟ້ອນ, ການ​ດົນຕີ​ແບບ​ລາວ​ເດີມ​ນີ້ ​ໃຫ້​ແກ່​ພວກ​ເຍົາວະ​ຊົນ​ທີ່​ເກີດ​ໃນ​ຕ່າງປະ​ເທດ​ໄດ້​ສືບ​ທອດ​ຕໍ່​ໄປ ຊຶ່ງ​ນາງ​ໄດ້ສະ​ແດງຄວາມ​ຮູ້ສຶກ​ຕໍ່ VOA ວ່າ:

/ ສີ​ອໍາ​ໄພ ດວງ​ພູມີ /

ສິນລະປິນ​ຮັບ​ເຊີນ​ທີ່​ເດີນທາງ​ມາ​ຈາກ​ປະ​ເທດ​ໄທ ກໍ​ແມ່ນ​ນ້ອງ ​ໃບຕອງ​ ຈັນ​ງາມ
ຊຶ່ງ​ນາງ​ກໍ​ສະ​ແດງ​ຄວາມ​ຮູ້ສຶກ​ຂອງ​ນາງ​ເຊັ່ນ​ກັນ: / ໃບຕອງ​ ຈັນ​ງາມ/

ສິນ​ລະ​ປິນຮັບ​ເຊີນຈາກ​ໄທ ​ໃບຕອງ ຈັນງາມ
ສິນ​ລະ​ປິນຮັບ​ເຊີນຈາກ​ໄທ ​ໃບຕອງ ຈັນງາມ


ໄດ້​ມີ​ສິນລະປິນ​ຈາກ​ທົ່ວ​ສາລະ​ທິດ​ເຂົ້າ​ມາ​ຮ່ວມ​ງານ​ໃນ​ຄັ້ງ​ນີ ​ແລະໃນ​ນັ້ນ​ກໍ​ມີ​ຄະນະ​
ສິນລະປິນ​ລາວ​ຈາກ ກາ​ນາ​ດາ​ທີ່​ນໍາພາ​ໂດຍ​ອ້າຍ​ອິນ​ປອນ, ​ເອື້ອ​ຍວຽງໄຊ ຫຼື​ວີນາ
ສະຫວັນແລະ​ຍາ​ເອື້ອຍ​ດອກ​ບົວ​ເພັດ ​ໄຊໂກສີ ຊຶ່ງ​ຕາງໜ້າ​ທາງ​ສິນລະປິນ​ລາວ
ກາ​ນາ​ດາ ກໍ​ໄດ້​ຮ່ວ​ມສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ນັ້ນ​ກໍ​ມີ ​ຍາ​ເອື້ອຍ​ດອກ​ບົວ​ເພັດ
ໄຊໂກສີ ແລະວີນາ ສະຫວັນ ຊຶ່ງ​ທັງ​ສອງ​ກ່າວດັ່ງ​ຕໍ່​ໄປ​ນີ້:

/ ດອກ​ບົວ​ເພັດ ​ໄຊໂກສີ / ​ແລະ / ວີນາ ສະຫວັນ /

​ແຂກ​ທີ່​ເຂົ້າ​ຊົມ​ງານ​ສະຫຼອງ​ທີ່​ວັດ​ລາວ​ພຸດ​ທະ​ວົງ
​ແຂກ​ທີ່​ເຂົ້າ​ຊົມ​ງານ​ສະຫຼອງ​ທີ່​ວັດ​ລາວ​ພຸດ​ທະ​ວົງ

ງານ​ສະຫຼອງ​ວັນ​ເອກ​ກະລາດ​ສະຫະຣັດຫຼື​ເອີ້ນ​ກັນ​ອີກ​ແບບ​ກໍ​ຄື​ວັນ​ພົບ​ເຄືອ​ຍາດທີ່
ທາງ​ວັດ​ລາວ​ພຸດ​ທະ​ວົງ​ໄດ້​ຈັດ​ຂຶ້ນນັ້ນ​ແມ່ນ​ຈົບ​ລົງ​ດ້ວຍ​ດີ ​ໄດ້​ທັງ​ບຸນ ໄດ້​ທັງຄວາມ
ມວນ​ຊື່ນ ​ໄດ້​ພົບ​ໜ້າ​ພໍ້​ຕາ​ຍາດ​ມິດ​ເພື່ອນ​ຝູງ ອີ່ມ​ໜໍ່າສໍາລານ ຊຶ່ງ​ເຮັດ​ໃຫ້​ງານ​ສະ
ຫຼອງ​ທີ່​ວັດ​ລາວ​ພຸດ​ທະ​ວົງ​ການ​ເປັນ​ປະ​ເພນີ​ສືບ​ສານ​ມາ​ນານ​ກວ່າ 30 ປີ​ແລ້ວ
ຊຶ່ງ​ໄດ້​ມີ​ການ​ປະກອບ​ສ່ວນຈາກ​ຫຼາຍໆ​ປະຊາ​ຄົມ​ອື່ນໆ​ເພື່ອສະຫຼອງວັນ​ເອກ​ກະ
ລາດ​ທີ່​ເປັນ​ພົນລະ​ເມືອງ​ອະ​ເມຣິກັນຢ່າງ​ເຕັມ​ຮູບ​ແບບ ​ແລະ​ຄົງ​ໄວ້​ຊຶ່ງ​ຄວາມ​ເປັນ
ເອກ​ກະ​ລັກ​ຂອງ​ເຊື້ອ​ຊາດ​ລາວ​ໄວ້ ​ໂດຍ​ການ​ສືບ​ທອດວັດທະນະ​ທໍາ, ການ​ດົນຕີ,
ສິນລະ ​ແລະ​ຮີດຄອງ​ປະ​ເພນີ​ຕ່າງໆ​ໃຫ້​ແກ່​ພວກ​ເຍົາວະ​ຊົນ​ຮຸ່ນ​ຫຼັງ ໄດ້​ປະຕິບັດ
ຮັກສາ​ສືບ​ຕໍ່​ໄປ.

​ເຂົ້າຕົ້ມ​ປີ້ງ
​ເຂົ້າຕົ້ມ​ປີ້ງ

ທາ​ງລາ​ຍການຊີວິດ​ຊາວ​ລາວ​
ໃນ​ຕ່າງ​ແດນ​ຂອງ VOA ກໍຈະ
ນໍາເລື່ອງລາວທີ່ໜ້າສົນໃຈອື່ນໆ
ມາຝາກທ່ານຜູ້ຟັງອີກ. ຢ່າລືມ
ຕິດຕາມຮັບຟັງໃຫ້ໄດ້ໃນທຸກໆ ວັນພະຫັດ.

XS
SM
MD
LG