ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານດູດາ ຜູ້ດຳລົງຕຳແໜ່ງ ປະທານາທິບໍດີ ຂອງໂປແລນ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງຂັ້ນຊີ້ຂາດ


ປະທານາທິບໍດີ ອານເດຣຈ໌ ດູດາ ຖືກກອດໂດຍພັນລະຍາ ທ່ານນາງອາກາຕາ ຄອນຮາວເຊີ ໃນເມືອງພູລທັສຄ໌ ຂອງໂປແລນ, ວັນອາທິດ ທີ 12 ກໍລະກົດ 2020.
ປະທານາທິບໍດີ ອານເດຣຈ໌ ດູດາ ຖືກກອດໂດຍພັນລະຍາ ທ່ານນາງອາກາຕາ ຄອນຮາວເຊີ ໃນເມືອງພູລທັສຄ໌ ຂອງໂປແລນ, ວັນອາທິດ ທີ 12 ກໍລະກົດ 2020.

ປະທານາທິບໍດີຂອງໂປແລນ ທ່ານອານເດຣຈ໌ ດູດາ ຜູ້ທີ່ດຳລົງຕຳແໜ່ງໃນປັດ ຈຸບັນ ໄດ້ຊະນະການເລືອກຕັ້ງປະທານາທິບໍດີໂດຍການນັບບັດລົງຄະແນນສຽງໄປແລ້ວເຖິງ 99 ເປີເຊັນ ຈາກການເລືອກຕັ້ງ ຂັ້ນຊີ້ຂາດ ໃນວັນອາທິດວານນີ້ ຊຶ່ງທ່ານດູດາ ໄດ້ຮັບໄຊຊະນະ ດ້ວຍຄະແນນສຽງ 51.2 ເປີເຊັນ. ການໄດ້ຮັບໄຊຊະນະແບບວຸດວິດນັ້ນ ໄດ້ຖືກປະກາດ ໃນຕອນເຊົ້າວັນຈັນມື້ນີ້.

ທ່ານດູດາທີ່ເປັນຝ່າຍຂວາ ແລະຄູ່ແຂ່ງ ເຈົ້າຄອງນະຄອນວໍຊໍ ທ່ານຣາຟາລ ຊາສຄອບສ໌ກີ ທັງສອງໄດ້ຮັບຄະແນນສຽງ 50 ເປີເຊັນ ເມື່ອຕອນເດິກ ວັນອາທິດວານນີ້ ໂດຍຜົນຈາກເລືອກຕັ້ງ ຊຶ່ງໂທລະພາບຂອງທາງການໂປແລນ ໄດ້ລາຍງານວ່າ ທ່ານດູດາມີຄະແນນນຳໜ້າໜ້ອຍນຶ່ງ.

ທ່ານປະທານາທິບໍດີ ໄດ້ອ້າງວ່າຕົນໄດ້ຮັບໄຊຊະນະໃນແລງວັນອາທິດວານນີ້. ທ່ານໄດ້ກ່າວຢູ່ທີ່ການໂຮມຊຸມນຸມໃນເມືອງພູລທັສຄ໌ວ່າ “ຂອບໃຈເພື່ອນຮ່ວມຊາດທັງໝົດຜູ້ທີ່ໄດ້ລົງຄະແນນສຽງໃຫ້ແກ່ຂ້າພະເຈົ້າ ແລະປ່ອນບັດເລືອກຕັ້ງຂອງພວກທ່ານ. ຂ້າພະເຈົ້າຢາກຈະຂອບອົກຂອບໃຈທ່ານດ້ວຍຄວາມຈິງໃຈ.”

ພັກເພື່ອກົດໝາຍແລະຄວາມຍຸຕິທຳຂອງທ່ານດູດາ ຢາກຈະຂະຫຍາຍສຽງສ່ວນຫຼາຍ ຢູ່ໃນສະພາຂອງຕົນ ແລະຈັດຕັ້ງນະໂຍບາຍຕ່າງໆ ດ້ານອະນຸລັກສັງຄົມ ຕຸລາການ ແລະຄົນເຂົ້າເມືອງ ທີ່ຫຼາຍໆຄົນໃນສະຫະພາບຢູໂຣບ ໄດ້ຕ້ອງຕິວ່າ ເປັນການຕໍ່ຕ້ານປະຊາທິປະໄຕ.

ນະໂຍບາຍທັງຫຼາຍເຫຼົ່ານີ້ ທີ່ປະກອບດ້ວຍ ການປະຕິຍານຂອງທ່ານດູດາ ທີ່ຈະຫ້າມຫ້ອງຮຽນສອນສິດທິຂອງກະເທີຍໃນໂຮງຮຽນທັງຫຼາຍ. ທ່ານໄດ້ເອີ້ນການຮັກຮ່ວມເພດນັ້ນ ຮ້າຍແຮງກວ່າລັດທິຄອມມິວນິສ.

ສ່ວນທ່ານຊາສຄອບສ໌ກີ ຂອງພັກ Civic Platform ໄດ້ໂຄສະນາໃນເລື້ອງການໃຫ້ຄຳໝັ້ນສັນຍາ ທີ່ຈະປົກປັກຮັກສາໂຄງການດ້ານສະຫວັດດີການຕ່າງໆທີ່ນິຍົມຊົມຊອບຂອງພັກທີ່ປົກຄອງໃນປັດຈຸບັນ ແຕ່ໄດ້ກ່າວວ່າ ທ່ານຈະສະກັດກັ້ນຮ່າງກົດໝາຍໃດໆ ທີ່ທ່ານກ່າວວ່າ ຜິດຕໍ່ລັດຖະທຳມະນູນ. ທ່ານຍັງຢາກຈະຟື້ນຟູສາຍສຳພັນກັບສະຫະພາບຢູໂຣບ.

ການລະບາດຂອງໄວຣັສໂຄໂຣນາ ໄດ້ບັງຄັບໃຫ້ເລື່ອນການລົງຄະແນນສຽງຮອບທຳອິດເກືອບສອງເດືອນ.

ບັນດານັກສັງເກດການ ກ່າວວ່າ ການໂຈະດັ່ງກ່າວ ເຮັດໃຫ້ທ່ານດູດາ ເສຍຫາຍ ຜູ້ທີ່ໄດ້ເບິ່ງຄືວ່າ ຈະໄດ້ຮັບໄຊຊະນະຮອບທຳອິດຢ່າງງ່າຍດາຍ. ແຕ່ຄວາມນິຍົມຊົມຊອບຂອງທ່ານໃນການຢັ່ງຫາງສຽງທັງຫຼາຍນັ້ນ ໄດ້ຫລຸດລົງ ຫຼັງຈາກທີ່ພັກ Civic Platform ໄດ້ສັບປ່ຽນຜູ້ສະໝັກຜູ່ທີ່ບໍ່ຄ່ອຍໄດ້ຮັບຄວາມນິຍົມນັ້ນ ດ້ວຍທ່ານຊາສຄອບສ໌ກີ ແລະຜູ້ສະໝັກຄົນອື່ນໆ ໄດ້ຮັບອະນຸຍາດ ໃຫ້ອອກໄປແລະຫາສຽງໄດ້ຫຼາຍຂຶ້ນ ໃນເມື່ອຂໍ້ຈຳກັດຕ່າງໆຍ້ອນໄວຣັສໂຄວິດ-19 ໄດ້ຖືກຜ່ອນຜັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG