ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະລັງງານແສງຕາເວັນ ມີລາຄາຖືກລົງຕື່ມ ຢູ່ທົ່ວໂລກ


Solar Power Increasingly Cheap, On the Rise Around the World
please wait

No media source currently available

0:00 0:01:59 0:00

ພະລັງງານໝູນວຽນກຳລັງເພີິ້ມທະວີຄວາມນິຍົມຂຶ້ນ. ອາທິດນີ້ ບັນດາເຈົ້າໜ້າທີ່ບໍລິສັດ Google ໄດ້ປະກາດວ່າ ເຂົາເຈົ້າຢູ່ໃນເສັ້ນທາງທີ່ພວມ ຈະແລ່ນບໍລິສັດ ເຂົາເຈົ້າທັງໝົດ
ໂດຍການໃຊ້ພະລັງງານໝູນວຽນໃນປີ 2017. ແລະຈຳນວນພະລັງແສງຕາເວັນທີ່ສະສົມ
ໄວ້ ກຳລັງເພີ້ມຂຶ້ນຢ່າງວ່ອງໄວ ຢູ່ໃນ ສະຫະລັດ ແລະຢູ່ທົ່ວໂລກ. ບໍ່ພຽງເທົ່າໃດເດືອນທີ່
|ຜ່ານມານີ້ອິນເດຍໄດ້ເປີດຟາມແສງຕາເວັນທີ່ໃຫຍ່ສຸດໃນໂລກ ເພື່ອເອົາຜົນປະໂຫຍດ
ຂອງການເພີ້ມທີ່ມີລາຄາຖືກລົງ ແລະມີພະລັງສະສົມໄວ້ຢ່າງຫລວງຫລາຍນີ້ຊຶ່ງ
ກິ່ງ​ສະຫວັນ ຈະ​ນຳ​ທາ​ສະ​ເໜີ​ທ່ານ.

ໂຮງງານແສງຕາເວັນດັ່ງກ່າວທີ່ສ້າງຂຶ້ນມາໄດ້ປະມານນຶ່ງປີ ມີຂະໜາດ ເທົ່າກັບ 60 ເທື່ອຂອງຜາສາດ Taj Mahals.

ທ່ານ Vneet Jaain ຈາກບໍລິສັດ ພະລັງງານ Adani ກ່າວວ່າ “ກ່ອນໜ້າ ນັ້ນພວກເຮົາ ມີໂຮງງານພະລັງແສງຕາເວັນ ຢູ່ແຫ່ງດຽວທີ່ໃຫຍ່ສຸດໃນ ລັດ California ໃນ ສະຫະ ລັດ. ມີພະລັງງານຢູ່ 550 ເມັກກາວັດ ແລະສ້າງສຳເລັດລົງພາຍໃນ ປະມານສາມປີ. ພວກເຮົາຕ້ອງການສ້າງໂຮງໄຟຟ້າແສງຕາເວັນໃຫ້ໄດ້ພະລັງງານ 648 ເມັກກາວັດ ຢູ່ແຫ່ງດຽວໃຫ້ແລ້ວພາຍໃນໜ້ອຍກວ່ານຶ່ງປີ."

ຟາມແສງຕາເວັນເປັນບ່ອນສະຖານທີ່ກວ້າຂວາງ ກິນເນື້ອທີ່ກວມເອົາເນື້ອທີ່ຫລາຍກວ່າ 1000 ເຮັກຕາ.

ທ່ານ Jaain ກ່າວວ່າ “ສຳລັບໂຮງໄຟຟ້າພະລັງແສງຕາເວັນຂະນາດຍັກໃຫຍ່ນີ້ ພວກ ເຮົາຕ້ອງການທີ່ດິນຕອນໃຫຍ່ ພ້ອມທັງລັດສະໝີແສງຕາເວັນທີ່ດີ ແລະ ຢູ່ໃນຂົງເຂດ ທ່າເຮືອເພື່ອຈຸດປະສົງດ້ານສຳພາລະ. ທັງໝົດນີ້ພວກເຮົາໄດ້ພົບເຫັນຢູ່ Kamuthi ໃນ Thamil Nadu.”

ໂຮງງານຮ່ວມມີສອງລ້ານຫ້າແສນຊິ້ນສ່ວນແຜ່ນແສງຕາເວັນ ມີລາຄາຢູ່ປະມານ 679 ລ້ານໂດລາສຳລັບການກໍ່ສ້າງ.

ວຽກການຮັກສາໂຮງງານແສງຕາເວັນໃຫ້ສະອາດ ຕົກເປັນໜ້າທີ່ຂອງເຄື່ອງຈັກປັດກວດ ທີ່ໃຊ້ພະລັງແສງຕາເວັນເຊັ່ນກັນ ໃຊ້ເວລາແຕ່ລະມື້ທຳຄວາມສະອາດແຕ່ລະແຜ່ ເກັບ ແສງຕາເວັນ.

ທ່ານ Yoel Yoselevich ປະຈຳລະບົບເຄຶ່ອງຈັກທຳຄວາມສະອາດກ່າວວ່າ “ລະບົບ
ເຄຶ່ອງຈັກທຳຄວາມສະອາດ ເຮັດວຽກໂດຍການໃຊ້ການດືງດູດເພື່ອນຳເອົາຂີ້ຝຸ່ນອອກ
ຈາກແຜ່ນແສງຕາເວັນ. ມັນຍັງໃຊ້ເສັ້ນຝ້າຍທີ່ລະອຽດ ອ່ອນເສັດຂີ້ຝຸ່ນອອກຈາກແຜ່ນ
ແສງຕາເວັນນຳ."

ໃນປີ 2022 ລັດຖະບານອິນເດຍມີຄວາມຫວັງວ່າ ຈະຜະລິດ ພະລັງງານແສງຕາເວັນທີ່
ນຳໃຊ້ໄດ້ສຳລັບຫລາຍກວ່າ 60 ລ້ານຫລັງຄາເຮືອນ.

ທ່ານ Adani ກ່າວວ່າ “ພວກເຮົາມີແຜນວ່າຈະຜະລິດພະລັງແສງຕາເວັນໄດ້ 11,000 ເມັກກາວັດ ໃນອີກຫ້າປີຂ້າງໜ້າ ເຮັດໃຫ້ອິນເດຍຮູ້ຢູ່ທົ່ວໂລກວ່າ ເປັນຜູ້ນຳໃຊ້ພະ
ລັງງານໝູນວຽນ.”

Adani ແມ່ນບໍລິສັດພະລັງງານທີ່ມີຄວາມຮັບຜິດຊອບໃນການປະຕິບັດງານນີ້ ພາຍໃຕ້
ສັນຍາກໍ່ສ້າງໂຮງງານແສງຕາເວັນຂຶ້ນອີກແຫ່ງນຶ່ງຢູ່ປະເທດອອສເຕຣເລຍ.

XS
SM
MD
LG