ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂັບລົດລາ ຢ່າງບໍ່ຖືກກົດຈະລາຈອນ ເຮັດໃຫ້ມີ ການເສຍຊີວິດ ຍ້ອນອຸບັດຕິເຫດເພີ້ມຂຶ້ນ ໃນລາວ


ອຸບັດຕິເຫດບັ້ນນຶ່ງ ຂອງລົດເມຂົນສົ່ງຄົນໂດຍສານ ໄປມາລະຫວ່າງແຂວງ
ອຸບັດຕິເຫດບັ້ນນຶ່ງ ຂອງລົດເມຂົນສົ່ງຄົນໂດຍສານ ໄປມາລະຫວ່າງແຂວງ

ການເພີ່ມຂຶ້ນຢ່າງວ່ອງໄວຂອງຈໍານວນຍວດຍານພາຫານະໃນລາວ ໄດ້ກໍ່ໃຫ້ເກີດບັນຫາຫຍຸ້ງ ຍາກຫຼາຍດ້ານ ໂດຍສະເພາະແມ່ນອຸບັດຕິເຫດໃນທ້ອງຖະໜົນນັ້ນ ກໍຍັງເຮັດໃຫ້ມີຄົນເສຍ ຊີວິດເພີ່ມຂຶ້ນທຸກປີອີກດ້ວຍ.

ທາງກະຊວງໂຍທາທິການ ແລະ ຂົນສົ່ງໄດ້ສະເໜີລາຍງານວ່າ ຈໍານວນຍວດຍານ
ພາຫານະໃນລາວ ໄດ້ເພີ່ມຂຶ້ນຢ່າງໄວວາໃນຕະຫຼອດໄລຍະ 5 ປີມານີ້ ໂດຍຈະເຫັນ ໄດ້ຈາກຈໍານວນຍວດຍານພາຫານະ ທີ່ເພີ່ມຂຶ້ນຈາກ 366,135 ຄັນໃນປີ 2005 ເປັນ
768,606 ຄັນໃນປີ 2008 ແລະ ເພີ່ມຂຶ້ນ 1ລ້ານ ກວ່າຄັນ ໃນປີ 2010 ທີ່ຜ່ານມາ.
ສ່ວນຈົນເຖິງທ້າຍປີ 2011 ກໍເຊື່ອວ່າ ຍານພາຫານະໃນລາວ ຈະເພີ່ມຂຶ້ນຫຼາຍກວ່າ
1.3 ລ້ານຄັນຢ່າງແນ່ນອນ.

ລົດທີ່ນໍາເຂົ້າຈາກຈີນມາລາວ ມີຈໍານວນ ນັບມື້ນັບຫລາຍຂຶ້ນ
ລົດທີ່ນໍາເຂົ້າຈາກຈີນມາລາວ ມີຈໍານວນ ນັບມື້ນັບຫລາຍຂຶ້ນ

ສໍາລັບເຂດທີ່ມີຈໍານວນຍວດຍານພາຫານະເພີ່ມຂຶ້ນຫຼາຍ
ທີ່ສຸດນັ້ນກໍຄື ນະຄອນວຽງຈັນ ເຊິ່ງມີພາຫະນະຄິດເປັນ
50% ຂອງ 80% ຂອງຈໍານວນຍວດຍານພາຫານະທັງ
ໝົດໃນປະເທດ ເຊິ່ງກໍເປັນຜົນເຮັດໃຫ້ມີການເສຍຊີວິດ
ແລະ ເກີດຄວາມເສຍຫາຍຫຼາຍຂຶ້ນອີກດ້ວຍ.

ທັງນີ້ຕະຫຼອດປີ 2010 ທີ່ຜ່ານມາກໍປະກົດວ່າມີອຸບັດຕິເຫດເທິງທ້ອງຖະໜົນເກີດຂຶ້ນ
ໃນທົ່ວປະເທດລາວ ຈໍານວນທັງໝົດ 5,638 ກໍລະນີ ເຊິ່ງກໍເຮັດໃຫ້ຍານພາຫານະ
ເສຍຫາຍໄປ ຄິດເປັນມູນຄ່າຫຼາຍກວ່າ 55 ຕື້ກີບ. ສ່ວນຄົນລາວທີ່ປະສົບອຸບັດຕິເຫດ
ກໍໄດ້ຮັບບາດເຈັບຫຼາຍກວ່າ 2 ໝື່ນຄົນ ແລະເສຍຊີວິດໄປເຖິງ 790 ກວ່າຄົນ ຫຼືເພີ່ມ
ຂຶ້ນຫຼາຍກວ່າ 15% ເມື່ອທຽບໃສ່ປີ 2009.

ສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດເທິງທ້ອງຖະໜົນເພີ່ມຂຶ້ນ ແລະມີຄວາມເສຍຫາຍ
ເພີ່ມຫຼາຍຂຶ້ນ ດ້ວຍນັ້ນກໍຄື ການຂັບຂີ່ຍານພາຫະນະດ້ວຍຄວາມປະໝາດ ເຊັ່ນ ການບໍ່ປະຕິບັດຕາມການຈະລາຈອນ, ການຂັບຂີ່ຍານພາຫານະຂະນະມຶນເມົາ, ການ
ຂັບຂີ່ຍານພາຫານະໄວເກີນໄປ ແລະ ການບໍ່ໃສ່ໝວກກັນກະທົບ ໃນຂະນະຂັບຂີ່ລົດ
ຈັກເປັນຕົ້ນ.

ອຸບັດຕິເຫດ ບົນທ້ອງຖະໜົນສາຍນຶ່ງ ໃນລາວ
ອຸບັດຕິເຫດ ບົນທ້ອງຖະໜົນສາຍນຶ່ງ ໃນລາວ

ເຊິ່ງດ້ວຍສະພາບການດັ່ງກ່າວ
ກໍຍັງເຮັດໃຫ້ເຊື່ອວ່າ ໃນຕະ
ຫຼອດປີ 2011ນີ້ ອຸບັດຕິເຫດ
ເທິງທ້ອງຖະໜົນ ຈະຍັງຄົງ
ເພີ່ມຂຶ້ນຫຼາຍກວ່າປີ 2010
ທີ່ຜ່ານມາອີກດ້ວຍ ຖ້າຫາກ
ວ່າບັນດາຜູ້ຊົມໃຊ້ ຫຼືຂັບຂີ່
ຍວດຍານພາຫານະຍັງຄົງ
ປະໝາດ ແລະບໍ່ປະຕິບັດ
ຕາມການຈາລະຈອນຕໍ່ໄປ ດັ່ງ
ທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງ
ໂຍທາທິການ ແລະຂົນສົ່ງໄດ້ເນັ້ນຢໍ້າວ່າ:

“ການຮຽກຮ້ອງນີ້ກະຂໍຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງທັງຜູ້ໃຊ້ລົດ, ໃຊ້ຖະໜົນ
ຫຼືວ່າສໍານັກງານ, ອົງການຕ່າງໆ, ອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາ
ຊົນຕ່າງໆ ກໍຂໍໃຫ້ເປັນເຈົ້າການ
ຍົກສູງຄວາມຮັບຜິດຊອບໃນການປະຕິບັດ ກົດລະບຽບການສັນຍານຈໍລະຈອນຢ່າງເຂັ້ມງວດ ແລ້ວອຸບັດຕິເຫດກໍແນ່
ນອນວ່າກໍຈະບໍ່ເກີດ.”

ຍິ່ງໄປກວ່ານັ້ນ, ອັດຕາການເສຍຊີວິດຈາກອຸບັດຕິເຫດເທິງທ້ອງຖະໜົນໃນລາວທີ່ ເພີ່ມຂຶ້ນ ຢ່າງຕັ້ງໜ້ານັ້ນກໍຍັງເຮັດໃຫ້ລາວເປັນປະເທດໜຶ່ງໃນກຸ່ມອາຊີທີ່ມີການເສຍຊີວິດຈາກອຸບັດຕິ
ເຫດເທິງທ້ອງຖະໜົນໃນອັດຕາສະເລ່ຍທີ່ສູງທຽບເທົ່າກັບຫວຽດນາມ, ກໍາປູເຈຍ, ພະມ້າ
ແລະ ຟີລິບປິນ ອີກດ້ວຍ.

ສໍາລັບເຂດທີ່ມີອຸບັດຕິເຫດເທິງທ້ອງຖະໜົນເກີດຂຶ້ນຫຼາຍທີ່ສຸດໃນລາວ ກໍຄືນະຄອນຫຼວງ
ວຽງຈັນ ຕິດຕາມດ້ວຍແຂວງສະຫວັນນະເຂດ, ຈໍາປາສັກ, ແຂວງວຽງຈັນ, ຫຼວງພະບາງ,
ຄໍາມ່ວນ, ບໍລິຄໍາໄຊ, ອຸດົມໄຊ, ໄຊຍະບູລີ, ຫຼວງນໍ້າທາ ແລະຊຽງຂວາງ. ສ່ວນເຂດທີ່ມີ ອຸບັດຕິເຫດເທິງທ້ອງຖະໜົນເກີດຂຶ້ນ ໃນອັດຕາສະເລ່ຍທີ່ຕໍ່ານັ້ນກໍຄືເຊກອງ, ອັດຕະປື,
ຫົວພັນ, ຜົ້ງສາລີ, ບໍ່ແກ້ວ, ແລະສາລະວັນ ເນື່ອງຈາກວ່າຍັງມີຍານພາຫານະບໍ່ຫຼາຍ
ນັ້ນເອງ.

XS
SM
MD
LG