ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການໄທຮັດເຄັ່ງ ຄວາມປອດໄພຫລາຍຂຶ້ນ ຫຼັງເກີດເຫດລະເບີດ ຢູ່ໃຈກາງບາງກອກ


ພະນັກງານຮັກສາຄວາມປອດໄພ ຄົນນຶ່ງ ກວດກາ ບໍລິເວນອ້ອມແອ້ມ ສູນການຄ້າ Siam Paragon ໃນໃຈກາງ ນະຄອນຫລວງ ບາງກອກ, ວັນທີ 2 ກຸມພາ 2015.
ພະນັກງານຮັກສາຄວາມປອດໄພ ຄົນນຶ່ງ ກວດກາ ບໍລິເວນອ້ອມແອ້ມ ສູນການຄ້າ Siam Paragon ໃນໃຈກາງ ນະຄອນຫລວງ ບາງກອກ, ວັນທີ 2 ກຸມພາ 2015.

ເຈົ້າໜ້າ​ທີ່​ຕຳຫລວດ​ ໃນ​ນະຄອນຫລວງປະ​ເທດ​ໄທ ​ໄດ້​ປະກາດ
​ເພີ້​ມການ​ຮັກສາ​ຄວາມ​ປອດ​ໄພ ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ໃນສະຖາ​ນທີ່
​ສາທາລະນະ​ຕ່າງໆ ​ເຊັ່ນ ສະຖານີ​ລົດ​ເມ ​ແລະ ລົດ​ໄຟ ຫຼັງຈາກ
​ເກີດ​ເຫດລະ​ເບີດ​ສອງ​ບັ້ນ ຢູ່ນອກ​ສູນ​ການ​ຄ້າ​ shopping mall
ທີ່​ຜູ້​ຄົນນິຍົມ​ຊົມ​ຊອບ​ ໃນ​ໃຈ​ກາງ​ບາງກອກ ​ເຮັດ​ໃຫ້ສອງ​ຄົນ​ໄດ້
​ຮັບ​ບາດ​ເຈັບເລັກ​ນ້ອຍ​.

​ຕຳຫລວດໄທ ກ່າວ​ວ່າ ພວກ​ຕົນ​ຍັງລະບຸ​ໂຕ ພວກຕ້ອງສົງ​ໄສ ​
ໃນ​ການວາງ​ລະ​ເບີດແຝດ ຢູ່​ນອກສູນ​ການ​ຄ້າ​ Siam Paragon
ນັ້ນ ບໍ່​ໄດ້ເທື່ອ.​

ລະ​ເບີ​ດ ທີ່​ໄດ້​ຖືກ​ປະ​ໄວ້ຢູ່​ດ້ານຫຼັງ ຂອງ​ໝໍ້​ແບ່ງ​ໄຟຟ້າ ​ໄດ້​ເຮັດ​ໃຫ້​ພວກ​ຄົນ​ຍ່າງ ​ແລະ​
ບັນດາ​ຜູ້​ສັນຈອນໄປມາ ຕາມ​ທ້ອງ​ຖະໜົນ ແຕກ​ຕື່ນ ສົ່ງ​ຜົນ​ໃຫ້​ປິດ​ສະຖານີຂົນ​ສົ່ງ​
ມວນ​ຊົນ ສຳຄັນ​ແຫ່ງ​ນຶ່ງ ​ເປັນ​ເວລາ 30 ນາ​ທີ ເມື່ອ​ຄືນວັນ​ອາທິດ​ວານ​ນີ້​.

ຫົວໜ້າ​ກົມ​ຕຳຫລວດ​ແຫ່ງ​ຊາດ ທ່ານ ສົມ​ຢົດ ພຸ່ມ​ພັນ​ມ່ວງ ກ່າວ​ວ່າ ລະ​ເບີດ​ທໍ່​ນ້ຳທີ່
ຄົນ​ຮ້າຍເຮັດ​ເອງນັ້ນ ບັນຈຸເຄື່ອງ​ຕິດ​ຕັ້ງ​ເວລາ​ສຳ​ຫລັບ ​ໃຫ້​ລະ​ເບີດ​ແຕກ​ຂຶ້ນ.

ນາຍົກລັດຖະມົນຕີ Prayuth Chan-ocha ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ເຈົ້າ ໜ້າ​ທີ່ ກວດ​ເບິ່ງ
ພາບ​ບັນ​ທຶກຂອງກ້ອງ​ວົງ​ຈອນ​ປິດ ​ແລະ ກ່າວ​ວ່າ ບໍ່​ໄດ້ມີ​ການ​ຕັກ​ເຕືອນລ່ວງໜ້າ ກ່ຽວ​
ກັບ​ລະ​ເບີດ​ດັ່ງກ່າວ.

ຜູ້ນຳ​ລັດຖະບານ​ທະຫານ ​ຖະ​ແຫລ​ງຕໍ່ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ​ເຫດການ​ດັ່ງ
ກ່າວ​ນີ້ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ນຳ​ໃຊ້ ກົດໄອຍະ​ການ​ເສິກ ​
ຢູ່ຕໍ່​ໄປ ​ເພາະວ່າ “ມີ​ຄົນ​ບໍ່​ດີ ທີ່​ຈ້ອງ​ຈະ ລົບ​ກວນຄວາມ​ສະຫງົບ.”

XS
SM
MD
LG