ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ນຳ​ໃຊ້​ລະ​ເບີດ​ຝັງ​ດິນຫຼາຍ​ຂຶ້ນ​ ​ເຮັດ​ໃຫ້ໃຫ້​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ ແລະ ບາດ​ເຈັນຫຼາຍກວ່າ​ເກົ່າ ​ໃນ ຢູ​ເຄ​ຣນ ແລະ ມຽນ​ມາ


ປ້າຍ​ທີ່​ອ່ານ​ວ່າ "Mines" ຖືກ​ປັກ​ຢູ່​ຂ້າງ​ຖະ​ໜົນ​ໃນ​ບ້ານ ກາມ​ຢານ​ກາ, ຢູ​ເຄ​ຣນ, 19 ກຸມ​ພາ 2023.
ປ້າຍ​ທີ່​ອ່ານ​ວ່າ "Mines" ຖືກ​ປັກ​ຢູ່​ຂ້າງ​ຖະ​ໜົນ​ໃນ​ບ້ານ ກາມ​ຢານ​ກາ, ຢູ​ເຄ​ຣນ, 19 ກຸມ​ພາ 2023.

ການ​ນຳ​ໃຊ້​ລະ​ເບີດ​ຝັງ​ດິນ​ຕໍ່​ຕ້ານ​ທະ​ຫານ​ໂດຍ ຣັດ​ເຊຍ ແລະ ມຽນ​ມາ ໄດ້​ກໍ່​ໃຫ້​ເກີດພົນ​ລະ​ເຮືອນເສຍ​ຊີ​ວິດ ແລະ ບາດ​ເຈັບເພີ້ມ​ຂຶ້ນ ​ໃນ ຢູ​ເຄ​ຣນ ແລະ ມຽນ​ມາ ເມື່ອ​ປີ​ກາຍນີ້, ອີງ​ຕາມ​ລາຍ​ງານ​ສະ​ບັບ​ໃໝ່​ໂດຍ​ນັກ​ຕິດ​ຕາມ​ລະ​ເບີດ​ຝັງ​ດິນ.

ລາຍ​ງານ​ດັ່ງ​ກ່າວ, ທີ່​ຖືກ​ເປີດ​ເຜີຍ​ໂດຍ​ການ​ໂຄ​ສະ​ນາ​ສາ​ກົນ​ເພື່ອ​ຫ້າມ​ລະ​ເບີດ​ຝັງ​ດິນ, ໄດ້​ພົບ​ວ່າ ຣັດ​ເຊຍ, ເຊິ່ງ​ບໍ່ແມ່ນ​ສະ​ມາ​ຊິກ​ຂອງ​ສົນ​ທິ​ສັນ​ຍາ​ຫ້າມ​ລູກ​ລະ​ເບີດ, “ໄດ້​ໃຊ້​ລະ​ເບີດ​ຕໍ່​ຕ້ານ​ທະ​ຫານ​ຢ່າງກວ້າງ​ຂວາງ​ໃນ ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ​ດັ່ງ​ກ່າວ​ ເມື່ອ​ເດືອນ​ພະ​ຈິກ 2022.”

ລາຍ​ງານ​ຍັງ​ໄດ້​ຄົ້ນ​ພົບຫຼັກ​ຖານ​ວ່າ ຢູ​ເຄ​ຣນ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ສົ​ນ​ທິ​ສັນ​ຍາ​ຫ້າມ​ລູກ​ລະ​ເບີດ​ນັ້ນ, ໄດ້​ໃຊ້​ລະ​ເບີດ​ຕໍ່​ຕ້ານ​ທະ​ຫານ​ຢູ່​ ໃນ ແລະ ອ້ອມ​ແອ້ມ​ເມືອງ ອິ​ສ​ຊຽມ, ໃນ​ພາກ​ພື້ນ ຄາ​ກີບ, ໃນ​ປີ 2022 ເວ​ລາ​ທີ່​ເມືອງ​ດັ່ງ​ກ່າວ​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂ​ອງ ຣັດ​ເຊຍ.

ທ່ານ ມາກ ຮິ​ສ​ເນ, ຮອງ​ຜູ້​ອຳ​ນວຍ​ການ​ດ້ານ​ອາ​ວຸດ ຢູ່​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ ແລະ ເປັນ​ບັນ​ນາ​ທິ​ການ​ຂອງວາ​ລະ​ສານ ຕິດ​ຕາມ​ລະ​ເບີດ​ຝັງ​ດິນ 2023 (Landmine Monitor 2023) ໄດ້​ກ່າວ​ວ່າ “ສິ່ງ​ນີ້​ໄດ້​ສ້າງ​ສະ​ຖາ​ນະ​ການ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ​ເຊິ່ງ​ປະ​ເທດ​ທີ່ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ສົນ​ທິ​ສັນ​ຍາ​ຫ້າ​ມ​ລູກ​ລະ​ເບີດ ໄດ້​ໃຊ້​ອາ​ວຸດດັ່ງ​ກ່າວໃນ​ດິນ​ແດນ​ຂອງ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາ. ໃນຫຼາຍກວ່າ 20 ປີ (ນັບ​ຕັ້ງ​ແຕ່​ສົນ​ທິ​ສັນ​ຍາ​ຫ້າມ​ລູກ​ລະ​ເບີດ​ຖືກ​ຮັບ​ຮອງ​ເອົາ) ເຫດ​ການນີ້​ແມ່ນບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG