ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຄື່ອນໄຫວເພີ້ມຂຶ້ນ ຂອງເຮືອບິນລົບຈີນ ເຮັດໃຫ້ຊາວໄຕ້ຫວັນກັງວົນໃຈ


ພາບສະໜອງໃຫ້ໂດຍກະຊວງປ້ອງກັນປະເທດໄຕ້ຫວັນ ສະແດງໃຫ້ເຫັນເຮືອບິນຖີ້ມລະເບີດ H-6 ຂອງຈີນບິນຢູ່ໃກ້ເຂດຂອງໄຕ້ຫວັນ
ພາບສະໜອງໃຫ້ໂດຍກະຊວງປ້ອງກັນປະເທດໄຕ້ຫວັນ ສະແດງໃຫ້ເຫັນເຮືອບິນຖີ້ມລະເບີດ H-6 ຂອງຈີນບິນຢູ່ໃກ້ເຂດຂອງໄຕ້ຫວັນ

ຈຳນວນການບຸກລຸກຂອງກອງທັບອາກາດ ທີ່ເພີ່ມຂຶ້ນຈາກຈີນ ກຳລັງເລີ້ມສ້າງຄວາມກັງວົນໃຈໃຫ້ແກ່ຊາວປະຊາຊົນທຳມະດາສາມັນໃນໄຕ້ຫວັນ ທີ່ສົງໄສວ່າປະເທດຄູ່ປໍລະປັກທາງການເມືອງທີ່ມີກຳລັງປະກອບອາວຸດຢ່າງໜັກຂອງພວກເຂົາເຈົານັ້ນ ໃນທີ່ສຸດກໍ່ວາງແຜນໂຈມຕີເຂົາເຈົ້າ ພາຍຫລັງທີ່ມີການຂົ່ມຂູ່ມາໄດ້ຫລາຍທົດສະວັດແລ້ວ, ອີງຕາມການຢັ່ງຫາງສຽງ ແລະນັກວິເຄາະເວົ້າ.

ກອງທັບອາກາດຂອງກອງທັບປົດປ່ອຍປະຊາຊົນ ໄດ້ເພີ່ມຄວາມຖີ່ແລະຈຳນວນ ຖ້ຽວບິນຂຶ້ນໃນບໍລິເວນເສັ້ນຂັ້ນກາງລະຫວ່າງສອງປະເທດທີ່ເປັນເພື່ອນບ້ານກັນໃນຂົງເຂດເອເຊຍແຫ່ງນັ້ນ ຢູ່ໃນໄລຍະ 4 ເດືອນຜ່ານມາ, ອີງຕາມການລາຍງານຂອງກະຊວງປ້ອງກັນປະເທດໄຕ້ຫວັນ.

ກະຊວງນັ້ນກ່າວວ່າ ເຮືອບິນທະຫານຈີນສິບແປດລຳ ໄດ້ບິນຜ່ານເຂດນ່ານຟ້າຂອງໄຕ້ຫວັນ ໃນວັນສຸກຜ່ານມາ, ຕິດຕາມມາດ້ວຍ 19 ລໍາ ອີກໃນວັນເສົາແລ້ວນີ້. ໃນວັນເສົານັ້ນ ເຮືອບິນ ໄດ້ບິນໃນຮູບແບບທີ່ຖືກອອກແບບມາເພື່ອໂຈມຕີຈາກດ້ານໜ້າ, ດ້ານຫລັງ ແລະທັງສອງຂ້າງ. ເຮືອບິນຈຳນວນນຶ່ງແມ່ນເບິ່ງເຫັນໄດ້ ຢູ່ເຂດນ່ານຟ້າຂອງໄຕ້ຫວັນໃນໄລຍະໜ້ານໍ້າປະມານ 80 ກິໂລ ແມັດຈາກໄຕ້ຫວັນເອງ, ອີງຕາມແຜນທີ່ທີ່ເອົາລົງໃນເວັບໄຊທ໌ຂອງອົງການຂ່າວທ້ອງຖິ່ນ.

ໃນການຕອບກັບນັ້ນ, ກະຊວງປ້ອງກັນປະເທດໄຕ້ຫວັນກ່າວວ່າ ເກາະດັ່ງກ່າວມີສິດໃນການ "ປ້ອງກັນຕົນເອງ ແລະຕອບໂຕ້ການໂຈມຕີຄືນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG