ວ່າທີ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ໄມໂກລ ວອລທ໌ສ ສະມາຊິກສະພາພັກຣີພັບບລີກັນ ຈາກລັດຟລໍຣິດາ ກ່າວວ່າ ຕ້ອງການສືບສວນໃຫ້ເຖິງຕົ້ນຕໍປະກົດການທີ່ໂດຣນຈຳນວນຫຼາຍເຫີນຢູ່ເທິງທ້ອງຟ້າຝັ່ງທະເລຕາເວັນອອກຂອງສະຫະລັດ.
ໃນການໃຫ້ສຳພາດກັບລາຍການ “Face the Nation” ຂອງໂທລະພາບ CBS ທ່ານ ວອລທ໌ສ ຜູ້ເຊິ່ງມີກຳນົດເລີ້ມວຽກງານ ໃນວັນທີ 20 ມັງກອນ ພາຍໃຕ້ລັດຖະບານປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານຕ້ອງການຮູ້ວ່າ ໂດຣນເຫຼົ່ານີ້ ມາຈາກໃສ ແລະມີຈຸດປະສົງຮ້າຍຢ່າງໃດຫຼືບໍ່.
ຊ່ວງຫຼາຍອາທິດຜ່ານມານີ້ ມີລາຍງານຈາກປະຊາຊົນວ່າ ໄດ້ພົບເຫັນໂດຣນ ກວ່າ 5,000 ລຳ ເຫີນຢູ່ເໜືອລັດນິວເຈີຊີ ແລະລັດອື່ນໆ ທາງພາກຕາເວັນອອກ ແລະພາກໃຕ້ຂອງສະຫະລັດ ໃນທ້ອງຟ້າຕາມຊາຍຝັ່ງມະຫາສະໝຸດແອັດແລນຕິກ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ໂຕເລກ 5,000 ລຳ ເບິ່ງຄືວ່າ ຈະເກີນຄວາມເປັນຈິງ.
ຕໍ່ມາ ເກີດການຄາດເດົາ ແລະທິດສະດີສົມຮູ້ຮ່ວມຄຶດຫຼາຍຢ່າງ ເຊິ່ງລວມເຖິງເລື້ອງກິດຈະກຳສອດແນມຂອງລັດຖະບານອາເມຣິກັນ ແລະໂດຣນອີຣ່ານ ທີ່ຖືກປ່ອຍອກມາຈາກຍານແມ່ ນອກຊາຍຝັ່ງຕາເວັນອອກຂອງສະຫະລັດ.
ທ່ານວອລທ໌ສ ກ່າວວ່າ ໂດຣນເຫຼົ່ານີ້ “ເຫີນໄປມາເປັນເວລາດົນ” ທ່ານກ່າວດ້ວຍວ່າ ວັດຖຸເຫຼົ່ານີ້ “ອາດຈະເປັນໄພອັນຕະລາຍ.”
ທ່ານຮັບຮູ້ເຖິງຄວາມພະຍາຍາມຂອງລັດຖະບານທີ່ປົກຄອງໃນປັດຈຸບັນຂອງປະທານາທິບໍດີ ໂຈ ໄບເດັນ ວ່າ ພະຍາຍາມຊ່ອຍຫລຸດຄວາມກັງວົົນຂອງປະຊາຊົນ ແລະຫາທາງຜ່ອນຄາຍກ່ຽວກັບປິດສະໜາເລື້ອງໂດຣນດັ່ງກ່າວ.
ອີກດ້ານນຶ່ງ ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດທ່ານນາງ ເອມີ ໂຄລບູຊາ ຈາກລັດມິນເນັສໂຊຕາ ກ່າວວ່າ “ເຮົາຕ້ອງມີຄວາມໂປ່ງໄສຫຼາຍຂຶ້ນ” ແລະບອກດ້ວຍວ່າ ເລື້ອງແບບນີ້ ບໍ່ຄວນເກີດຂຶ້ນໃນອະນາຄົດ.
ເມື່ອວັນເສົາຜ່ານມາ ເຈົ້າໜ້າທີ່ຂອງທຳນຽບຂາວ ຮວມທັງກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ຫຼື DHS ແລະໜ່ວຍງານອົງການສັນຕິບານກາງ FBI ເນັ້ນຢ້ຳວ່າ ໂດຣນສ່ວນໃຫຍ່ທີ່ມີການລາຍງານໃນສະຖານທີ່ຕ່າງໆ ໂດຍສະເພາະ ລັດນິວຢອກ ເຊິ່ງເກີດເຫດການຫຼາຍຄັ້ງທີ່ສຸດໃນຊ່ວງຫຼາຍອາທິດທີ່ຜ່ານມາ ຕ່າງກໍເປັນໂດຣນທີ່ບໍ່ເປັນໄພຕໍ່ຄວາມໝັ້ນຄົງ ແລະມີຄົນບັງຄັບ.
ເຈົ້າໜ້າທີ່ FBI ທ່ານນຶ່ງ ກ່າວຕໍ່ນັກຂ່າວວ່າ ໜ່ວຍງານນີ້ ກໍາລັງເຮັດວຽກຮ່ວມກັບອົງການຕ່າງໆ 50 ແຫ່ງ ທັງໜ່ວຍງານທ້ອງຖິ່ນແລະຂອງລັດຖະບານກາງ.
ເຈົ້າໜ້າທີ່ຜູ້ນີ້ ກ່າວວ່າ ຈຳນວນໂດຣນ ບໍ່ເຖິງ 100 ລຳ ຈາກກວ່າ 5,000 ລຳ ທີ່ມີລາຍງານວ່າ ຖືກພົບເຫັນນັ້ນ ສົມຄວນໄດ້ຮັບການກວດສອບເພີ້ມຕື່ມອີກ.
ທ່ານກ່າວວ່າ ການເຮັດວຽກຮ່ວມກັນທີ່ຜ່ານມາກັບໜ່ວຍງານຕ່າງໆ ພົບວ່າ ສິ່ງທີ່ເກີດຂຶ້ນບໍ່ມີຫຼັກຖານສະໜັບສະໜູນວ່າ ເປັນການກະທຳທີ່ເປັນລະບົບ ໂດຣນຂະໜາດໃຫຍ່ ທີ່ບໍ່ໄດ້ຂັບເຄື່ອນໂດຍມະນຸດ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ລາຍງານຈຳນວນຫຼາຍເລື້ອງຂອງການພົບ ເຫັນໂດຣນ ເກີດຂຶ້ນຕາມເສັ້ນທາງການບິນປົກກະຕິ.
“ເຮົາບໍ່ສາມາດເມີນເສີຍຕໍ່ການພົບເຫັນໂດຣນເຫຼົ່ານີ້” ແຫລ່ງຂ່າວທ່ານນີ້ກ່າວ, “ເຮົາພະຍາຍາມຢ່າງທີ່ສຸດເພື່ອກວດສອບທີ່ມາ...ແຕ່ຄຶດວ່າ ມັນເປັນການ ອອກອາການຫຼາຍເກີນໄປໜ້ອຍນຶ່ງ.”
ເຈົ້າໜ້າທີ່ລັດຖະບານອາເມຣິກັນ ກ່າວວ່າ ສາມາດຢືນຢັນວ່າ ມີໂດຣນບິນຢູ່ແທ້ ເໜືອຖານທັບອາກາດໃນລັດນິວເຈີຊີ ຮວມເຖິິງໜ່ວຍອາວຸດພິຄາດ ແຕ່ບໍ່ມີ ຫຼັກຖານວ່າ ເປັນຝີມືຂອງລັດຖະບານຕ່າງຊາດ.
ແຕ່ໜ່ວຍງານຄວາມໝັ້ນຄົງແຫ່ງຊາດ ຍັງບໍ່ສາມາດຮູ້ໄດ້ວ່າ ໃຜຄືຜູ້ບັງຄັບ ໂດຣນທີ່ຍັງຫາຄຳອະທິບາຍບໍ່ໄດ້.
ວ່າທີປະທານາທິບໍດີ ດໍໂນລ ທຣຳ ໄດ້ສະແດງຄວາມເຫັນທີ່ເຮັດໃຫ້ຄຶດໄດ້ວ່າ ລັດຖະບານປັດຈຸບັນຂອງທ່ານໂຈ ໄບເດັນ ກຳລັງເກັບກຳຂໍ້ມູນບາງຢ່າງກ່ຽວ ກັບເຫດການນ ແລະວ່າ ໂດຣນເຫຼົ່ານີ້ ຄວນຖືກຍິງໃຫ້ຕົກລົງ.
ເຈົ້າໜ້າທີ່ລັດຖະບານກ່າວໃນວັນເສົາວ່າ ໄດ້ສົ່ງເທັກໂນໂລຈີ ເຣດາຣ໌ ໄປຍັງລັດນິວເຈີຊີ ເພື່ອແກະຮອຍໂດຣນເຫຼົ່ານັ້ນ.
ເມື່ອອາທິດແລ້ວນີ້ ໂຄສົກດ້ານຄວາມໝັ້ນຄົງຂອງທຳນຽບຂ່າວທ່ານ ຈອນ ເຄີຣ໌ບີ ກ່າວວ່າ ການກວດສອບບໍ່ພົບວ່າ ມີການກະທຳຜິດກົດໃນເຫດການນີ້.
ຟໍຣັມສະແດງຄວາມຄິດເຫັນ