ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ເຄາະ​ດ້ານ​ກົດ​ໝາຍ​ເວົ້າ​ວ່າ ການ​ຕັ້ງ​ຂໍ້​ກ່າວ​ຫາ​ຍຸ​ແຍ່​ຕໍ່​ນັກ​ຂ່າວ​ກຳ​ປູ​ເຈຍ ແມ່ນ​ຂັດ​ຕໍ່​ກົດ​ໝາຍ​ທ້ອງ​ຖິ່ນ​ແລະ​ສາ​ກົນ


ນັກ​ຂ່າວ​ອົງ​ການ​ຂ່າວ ຣິ​ທິ​ເຊັນ (Rithysen News) ທ້າວ ໂຊກ ອຸ​ດົມ ກຳ​ລັງ​ລາຍ​ງານ​ຂ່າວ​ຈາກ​ແຂວງ ກຳ​ປົງ ຊະນັງ ຂອງ​ກຳ​ປູ​ເຈຍ, 12 ພຶດ​ສະ​ພາ, 2020.
ນັກ​ຂ່າວ​ອົງ​ການ​ຂ່າວ ຣິ​ທິ​ເຊັນ (Rithysen News) ທ້າວ ໂຊກ ອຸ​ດົມ ກຳ​ລັງ​ລາຍ​ງານ​ຂ່າວ​ຈາກ​ແຂວງ ກຳ​ປົງ ຊະນັງ ຂອງ​ກຳ​ປູ​ເຈຍ, 12 ພຶດ​ສະ​ພາ, 2020.

ໃນ​ຕອນ​ເຊົ້າ​ຂອງວັນ​ທີ່​ແດດ​ກ້າ​ຂອງ​ເດືອ​ນ​ພຶດ​ສະ​ພາ 2020, ທ້າວ ໂຊກ ອຸ​ດົມ ໄດ້​ເຂົ້າ​ຮ່ວມ​ກັບ​ເພື່ອນ​ນັກ​ຂ່າວ​ຂອງ​ລາວ ​ເພື່ອ​ລາຍ​ງານ ກ່ຽວ​ກັບ ແຜນ​ການ​ຂອງ​ທະ​ຫານ​ເພື່ອ​ອ້າງ​ກຳ​ມະ​ສິດ​ເອົາ​ດິນ​ ໃນ​ແຂວງ ກຳ​ປົງ ຊະ​ນັງ ຂອງ​ກຳ​ປູ​ເຈຍ.

ດ້ວຍ​ໄມ​ໂຄ​ໂຟນ, ໂທ​ລະ​ສັບ​ມື​ຖື​ສະຫຼາດຕິດ​ຕົວ​ໄປ​ນຳ, ແລະ ຜ້າ​ພັນ​ຄໍ​ສີ​ແດງ​ພື້ນ​ເມືອງ​ພັນ​ອ້ອມ​ຫົວ​ຂອງ​ລາວ, ທ້າວ ອຸ​ດົມ ໄດ້​ເລີ່ມ​ຖ່າຍ​ທອດ​ສົດ​ສຳ​ລັບ​ອົງ​ການ​ຂ່າວ​ດິ​ຈິ​ຕອ​ລ ແລະ ວິ​ທະ​ຍຸຂອງ​ລາວ​ຊື່ວ່າ Rithysen News.

ຜູ້​ປະ​ທ້ວງຫຼາຍ​ຄົນ​ໄດ້​ເຂົ້າ​ໄປເວົ້າ​ກັບ​ທ້າວ ອຸ​ດົມ ກ່ຽວ​ກັບ ການ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ​ຕໍ່​ແຜນ​ການ​ຕ່າງໆ. ຄົນ​ນຶ່ງ​ໄດ້​ເອົາ​ໄມ​ໄປ ແລະຖາມ​ວ່າ​ຄວາມ​ຂັດ​ແຍ້ງ ກ່ຽວ​ກັບ ດິນ​ ​ທີ່​ເພີ່ມ​ຂຶ້ນ ​ຈະ​ນຳ​ເອົາ​ສົງ​ຄາມ​ກັບ​ຄືນ​ມາ​ສູ່ ກຳ​ປູ​ເຈຍ ຫຼືບໍ່.

ທ້າວອຸ​ດົມ ເອງກໍໄດ້​ຮຽກ​ຮ້ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸນ​ ເຊັນ ໃຫ້​ເຂົ້າ​ແຊກ​ແຊງ, ແລ້ວ​ກໍ​ໄດ້​ເອີ້ນ​ຊື່​ຂອງ​ເຈົ້າ​ແຂວງ​ໃນ​ເວ​ລາ​ນັ້ນ, ເຊິ່ງ​ແມ່ນ​ທ່ານ ຈົວ ຈັນ​ເດືອນ.

ການ​ອອກ​ອາ​ກາດ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ເຈົ້າ​ໜ້າທີ່.

ໃນ​ວັນ​ຕໍ່​ມາ, ຕຳຫຼວດ​ໄດ້​ບຸກກວດ​ຄົ້ນ​ເຮືອນ​ຂອງ​ທ້າວ ອຸ​ດົມ ໃນ​ເມືອງ ກຳ​ປົງ ຊະ​ນັງ ແລະ ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ລາວ ກ່ຽວ​ກັບ ການ​ຍຸ​ແຍ່.

ກະ​ຊວງ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ພະ​ນົມ​ເປັນ ໄດ້​ຖອນ​ໃບ​ອະ​ນຸ​ຍາດ​ຂອງ​ອົງ​ການ​ຂ່າວ ຣິ​ທິ​ເຊັນ.

ໃນ​ເດືອນ​ທັນ​ວາ, ສານ​ໄດ້​ຕັດ​ສິນ​ຂັງ​ຄຸກ​ທ້າວ ອຸ​ດົມ 20 ເດືອນ.

ອ່ານ​ຂ່າວນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG