ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໃນເຢເມນ ສອງຝ່າຍ ມີການແລກປ່ຽນຊະເລີຍ ຫຼາຍກວ່າ 1,000 ຄົນ


ພວກນັກໂທດເຢເມນ ທີ່ຖືກປ່ອຍໂຕ ພາກັນຮ້ອງໂຮ ຫຼັງຈາກປ່ອຍໂຕໂດຍ ການນຳພາກຳລັງປະສົມຊາອຸດີ ຢູ່ສະໜາມບິນ Sana'a ວັນທີ 15 ຕຸລາ 2020.
ພວກນັກໂທດເຢເມນ ທີ່ຖືກປ່ອຍໂຕ ພາກັນຮ້ອງໂຮ ຫຼັງຈາກປ່ອຍໂຕໂດຍ ການນຳພາກຳລັງປະສົມຊາອຸດີ ຢູ່ສະໜາມບິນ Sana'a ວັນທີ 15 ຕຸລາ 2020.

ອົງການສະຫະປະຊາຊາດ ກ່າວໃນວັນພະຫັດວານນີ້ວ່າ ມີພວກພວກຊະເລີຍຫຼາຍກວ່າ
ນຶ່ງພັນຄົນໄດ້ຖືກປ່ອຍຈາກການຄຸມຂັງຂອງທັງສອງຝ່າຍຢູ່ໃນການຂັດແຍ້ງໃນເຢເມນ
ຊຶ່ງເປັນການແລກປ່ຽນຊະເລີຍທີ່ໃຫຍ່ທີ່ສຸດ ນັບແຕ່ເລີ້ມມີ ການຂັດແຍ້ງກັນໃນປີ 2015.

“ນັບແຕ່ເຊົ້າມື້ນີ້ ທ້ອງຟ້າຂອງເຢເມນ ໄດ້ເຫັນການຂົນສົ່ງທາງອາກາດແຫ່ງຄວາມຫວັງ”
ນັ້ນຄືຄຳເວົ້າ ຂອງທູດພິເສດອົງການສະຫະປະຊາຊາດ ຮັບຜິດຊອບເລື້ອງເຢເມນ ທ່ານ
ມາຕິນ ກຣິຟຟິສ (Martin Griffiths) ກ່າວຕໍ່ສະພາ ຄວາມໝັ້ນຄົງອົງການສະຫະປະຊາ
ຊາດຈາກນະຄອນອຳມານ ປະເທດຈໍແດັນ ວ່າ “ຂ້າພະເຈົ້າຂໍສັນລະເສີນທັງສອງຝ່າຍ
ແລະພວກຜູ້ນຳຂອງພວກເຂົາເຈົ້າ ໃນຄວາມໝັ້ນໝາຍ ຕໍ່ການເຈລະຈາແບບສ້າງສັນ
ແລະສຳເລັດຜົນ ໃນການບັນ ລຸຂໍ້ຕົກລົງນີ້.

ພວກນັກການທູດກ່າວວ່າ ມີພວກຊະເລີຍ 1,081 ຄົນ ສ່ວນໃຫຍ່ແມ່ນຊາວເຢເມນ ກຳ
ລັງຖືກປ່ອຍແລະຖືກສົ່ງກັບຄືນບ້ານໃນສອງມື້ຂ້າງໜ້າ ເລີ້ມແຕ່ວັນພະ ຫັດວານນີ້ເປັນ
ຕົ້ນໄປ ອີງຕາມຂໍ້ຕົກລົງທີ່ໄດ້ມີການເຈລະຈາກັນໃນນະຄອນມົງໂຕຣ (Montreux)
ປະເທດສະວິດເຊີແລນ ໃນເດືອນແລ້ວນີ້. ຮວມຢູ່ໃນພວກ ຊະເລີຍນັ້ນ ມີຊາວຊາອຸດີ
ຈຳນວນນຶ່ງ ໄດ້ຖືສົ່ງກັບບ້ານ. ທ່ານກຣິຟຟິສ ກ່າວ ວ່າ ບໍ່ມີພວກແມ່ຍິງຮວມຢູ່ໃນບັນດາ
ຊະເລີຍ ຜູ້ຖືກປ່ອຍໂຕ ແຕ່ວ່າບັນຊີຂອງ ພວກຊະເລີຍໄດ້ສະເໜີ ໂດຍຈາກທັງສອງຝ່າຍ.

ມີຊະເລີຍອີກຫຼາຍພັນຄົນ ຍັງຖືກກັກຂັງຢູ່ການຂັດແຍ້ງຂອງທັງສອງຝ່າຍ ແຕ່ວ່າການ
ປ່ອຍຊະເລີຍວັນພະຫັດວານນີ້ ເປັນການປ່ອຍຫຼາຍທີ່ສຸດ ໃນການຂັດ ແຍ້ງເທົ່າທີ່ເຄີຍ
ມີມາ.

“ພວກເຮົາຫວັງວ່າ ການປະຕິບັດງານປ່ອຍໂຕໃນມື້ນີ້ ເປັນບາດກ່າວທີ່ດີທຳອິດໄປສູ່ການ
ສ້າງຄວາມເຊື່ອໝັ້ນທີ່ຈຳເປັນລະຫວ່າງທັງສອງຝ່າຍຕໍ່ການຂັດແຍ້ງ ໃນການນຳເອົາຂ່າວ
ທີ່ດີຂຶ້ນ ມາສະເໜີອີກສຳລັບເຢເມນ” ທ່ານຟາບຣີຊິໂອ ຄາຣໂບນີ (Fabrizio Carboni)
ຜູ້ອຳນວຍການ ຄະນະກຳມະການສະພາ ກາແດງສາກົນ ຫຼື ICR) ປະຈຳເຂດພາກຕາເວັນ
ອອກກາງ ທີ່ໄດ້ກ່າວຈາກ ເຢເມນ ບ່ອນທີ່ທ່ານກໍາກັບນຳການປະຕິບັດງານຂົນສົ່ງ.

ອົງການ ICRC ຮັບໜ້າທີ່ເປັນຄົນກາງ ໃນການໄກ່ເກ່ຍກ່ຽວກັບການຂົນສົ່ງ ອະດີດພວກຊະເລີຍ. ອົງການຊ່ວຍເຫຼືອດັ່ງກ່າວ ຍັງທຳການກວດສຸຂະພາບ ເພື່ອໃຫ້ເປັນທີ່ແນ່ນອນ
ວ່າແຕ່ລະສ່ວນບຸກຄົນ ມີສຸຂະພາບດີພຽງພໍໃນການ ເດີນທາງ ພ້ອມດ້ວຍການປະຕິບັດຕາມ ຫລັກການປ້ອງກັນໄວຣັສໂຄໂຣນາ ໃນການຂົນສົ່ງເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG