ມະຕົກຢູ່ໃນພາກ ສ່ວນໃຫຍ່ຂອງສະຫະລັດ ແລະມາບັດນີ້ ໂຕ
ໜູພຸກ ຫລື groundhog ໄດ້ອອກມາທໍານາຍວ່າ ອາກາດຍັງຈະ
ໜາວຫລາຍ ຢູ່ຕໍ່ໄປອີກຫົກອາທິດ.
ໃນພິທີເພື່ອຄວາມມ່ວນຊື່ນລະດູໜາວ ທີ່ຈັດຂຶ້ນປະຈໍາປີມາເປັນ
ປະເພນີ ໃນ ວັນທີ 2 ກຸມພານັ້ນ ປະຊາຊົນຫລາຍພັນຄົນໄດ້ພາ
ກັນໄປລໍຖ້າເບິ່ງ ໜູພຸກໂຕນຶ່ງ ທີ່ຊື່ວ່າ Punxsutawney Phil
ປ່ອນຫົວອອກມາຈາກຮູ ບ່ອນຢູ່ຂອງມັນ ຢູ່ໃນເມືອງນ້ອຍໆແຫ່ງ
ນຶ່ງ ຊື່ວ່າ Punxsutawney ໃນລັດ Pensylvania ທາງພາກຕາເວັນອອກຂອງສະຫະລັດ.
ບັນດານັກພະຍາກອນອາກາດ ພາກັນຫົວຂວັນແລະເວົ້າເຍີ້ຍ ກ່ຽວກັບການທໍາ ນາຍຂອງ
ໜູພຸກໂຕນີ້ ແຕ່ຄໍາເລົ່າລືກັນ ເວົ້າວ່າ ຖ້າຫາກໂຕໜູພຸກ ໂປໂລຫົວຂຶ້ນມາຈາກຮູ ແລ້ວເຫັນ
ເງົາຂອງຕົນເອງ ໃນມື້ Groundhog ຄືວັນທີ 2 ກຸມພານັ້ນແລ້ວ ກໍໝາຍຄວາມວ່າ ຍັງຈະມີ
ລະດູໜາວຢູ່ອີກຫົກອາທິດ. ແລະຖ້າບໍ່ເຫັນເງົາ ລະດູບານໃໝ່ກໍຈະມາກ່ອນ.
ໃນວັນອາທິດວານນີ້ ໃນຂະນະທີ່ມີ 20,000 ຄົນພາກັນລໍຖ້າເບິ່ງ ແລະຮ້ອງຊື່ຂອງໜູພຸກ
Phil ມັນກໍໂປໂລຫົວອອກມາ ແລະໄດ້ເຫັນເງົາຕົນເອງ.
ແລະນັ້ນເລົ່າລືເວົ້າວ່າ ຍັງຈະມີອາກາດໜາວເຢັນ ແລະຊາວອາເມຣິກັນ ຍັງຈະຕ້ອງໄດ້
ພາກັນຊ້ວນຫິມະ ຕື່ມອີກຢູ່ຫລາຍອາທິດ.