ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ທາ​ລະ​ນະແຫ່ງ​ຊາດ ອອກ​ຈາກ ທວິດ​ເຕີ


ສຳ​ນັກ​ງານ​ໃຫຍ່ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ທາ​ລະ​ນະແຫ່ງ​ຊາດ (NPR) ຕັ້ງ​ຢູ່​ຖະ​ໜົນ North Capitol, ນະ​ຄອນຫຼວງ ວໍ​ຊິງ​ຕັນ.
ສຳ​ນັກ​ງານ​ໃຫຍ່ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ທາ​ລະ​ນະແຫ່ງ​ຊາດ (NPR) ຕັ້ງ​ຢູ່​ຖະ​ໜົນ North Capitol, ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ທາ​ລະ​ນະແຫ່ງ​ຊາດ ຫຼື NPR ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ເອົາ​ບົດ​ຂ່າວ​ລົງ​ໃນ​ 52 ບັນ​ຊີທາງ​ການຂອງ​ເຂົາ​ເຈົ້າໃນ ທວິດ​ເຕີ ເພື່ອ​ປະ​ທ້ວງ​ຕໍ່​ເວັບ​ໄຊ້​ສື່​ສັງ​ຄົມ​ດັ່ງ​ກ່າວ ​ທີ່​ໄດ້ໝາຍ​ອົງ​ການ​ຂ່າວ​ອິດ​ສະ​ຫຼະ​ຂອງ ສະ​ຫະ​ລັດ​ ນັ້ນ​ວ່າ​ ເປັນ “ສື່ມວນ​ຊົນ​ທີ່​ໄດ້​ຮັບ​ທຶນ​ຈ​າກ​ລັດ​ຖະ​ບານ.”

ວິ​ທະ​ຍຸ NPR ແມ່ນ​ອົງ​ການ​ຂ່າວ​ທີ່​ສຳ​ຄັນແຫ່ງທຳ​ອິດ​ທີ່​ມິດ​ງຽບ​ໃນທວິດ​ເຕີ. ເວັບ​ໄຊ້​ສື່​ສັງ​ຄົມ​ທີ່​ເປັນ​ເຈົ້າ​ຂອງ​ໂດຍ​ນັກ​ປະ​ກອບ​ກິດ​ຈະ​ການ ທ່ານ ອີ​ລອນ ມັ​ສ​ຄ໌ ທຳ​ອິດ​ໄດ້ໝາຍ NPR ວ່າ​ເປັນ “ສື່ມວນ​ຊົນ​ທີ່​ຮ່ວມ​ມື​ກັບ​ລັດ​ຖະ​ບານ,” ເຊິ່ງ​ແມ່ນ​ເຄື່ອງ​ໝາຍ ​ທີ່​ເຂົາ​ເຈົ້າ​ໃຊ້​ກັບ​ສື່ມວນ​ຊົນ​ໂຄ​ສະ​ນາ​ຊວນ​ເຊື່ອ​ໃນ ຈີນ, ຣັດ​ເຊຍ ແລະ ປະ​ເທດ​ຜະ​ເດັດ​ການ​ອື່ນໆ.

ທວິດ​ເຕີ ຕໍ່​ມາ​ໄດ້​ທົບ​ທວນ​ການ​ໃຊ້​ເຄື່ອງ​ໝາຍ​ຂອງ​ເຂົາ​ເຈົ້າ​ເປັນ “ສື່ມວນ​ຊົນ​ທີ່​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ບານ,” ແຕ່ NPR ໄດ້​ກ່າວ​ວ່າ, ເຄື່ອງ​ໝາຍ​ນັ້ນ​ກໍ​ເຊັ່ນ​ກັນ, ເຮັດ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ຜິດເພາະ​ວ່າ NPR ແມ່ນ​ບໍ​ລິ​ສັດ​ເອ​ກະ​ຊົນ, ບໍ່​ຫວັງ​ຜົນ​ກຳ​ໄລພ້ອມ​ກັບ​ມີ​ບັນ​ນາ​ທິ​ການ​ທີ່​ເປັນ​ອິດ​ສະຫຼະ. NPR ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບເງິນ​ຕ່ຳ​ກວ່າ 1 ເປີ​ເຊັນ​ຂອງ​ງົບ​ປະ​ມານ​ປະ​ຈຳ​ປີ 300 ລ້ານ​ໂດ​ລາ​ຂອງ​ເຂົາ​ເຈົ້າ​ຈາກ​ບໍ​ລິ​ສັດ​ເພື່ອ​ການ​ກະ​ຈາຍ​ສຽງ​ລັດ ທີ່​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ບານ​ກາງ.

ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ NPR ທ່ານ ຈອນ ແລນ​ຊິງ​ ໄດ້​ກ່າວ​ວ່າ​ ການ​ທີ່ບໍ່​ໄດ້​ເອົາ​ລາຍ​ງານ​ຂ່າວ​ຂອງ​ເຂົາ​ເຈົ້າ​ລົງ​ໃນ​ທວິດ​ເຕີ, ເຄືອ​ຂ່າຍ​ດັ່ງ​ກ່າວ​ແມ່ນ​ໄດ້​ປົກ​ປ້ອງ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ ແລະຈະ​ສືບ​ຕໍ່​ຜະ​ລິດ​ຂ່າວ​ໂດຍ​ປາ​ສະ​ຈາກ “ເງົາ​ມືດ​ແຫ່ງ​ຄວາມ​ຄິດ​ທີ່​ເປັນ​ລົບ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG