ໃນຂະນະທີ່ການຕໍ່ສູ້ເພີ້ມທະວີຂຶ້ນຢູ່ອ້ອມຮອບນະຄອນຫຼວງກີຢິບ, ຄັ້ງນຶ່ງ ການຮຸກຮານຢ່າງຮຸນແຮງຂອງຣັດເຊຍ ໄດ້ຢຸດຢູ່ໜ້າເຮືອນຂອງ ນາງມາເຣຍ ເມັທລາ (Maria Metla). ປືນໃຫຍ່ໄດ້ຍິງທໍາລາຍ ໃສ່ເກືອບໝົດຫຼັງເຮືອນ, ໃນຂະນະຂອງສ່ວນທີ່ເຫຼືອ ແມ່ນຖືກທໍາລາຍດ້ວຍການຍິງຈາກລົດຖັງ, ອີງຕາມລາຍງານຂອງອົງການຂ່າວ AP.
ນາງ ເມັທລາ ອາຍຸ 66 ປີ, ກໍາລັງຊອກຫາເຮືອນຂອງເພື່ອນບ້ານທີ່ຍັງເຫຼືອ ເພື່ອເປັນບ່ອນພັກອາໄສໃນຊ່ວງລະດູໜາວທີ່ຈະມາເຖິງນີ້.
ອາສາສະໝັກໄດ້ມາລວມກັນໃນທຸກໆເຊົ້າເພື່ອເກັບເອົາເຄື່ອງຂອງທີ່ສາມາດນໍາມາໃຊ້ໄດ້ອີກ, ຈັດລຽງກອງກ້ອນດິນຈີ່, ເຄື່ອງໃຊ້ເຮືອນຄົວທີ່ຖືກທຳລາຍ ເພື່ອ ເປັນເສດເຫຼັກນ້ອຍໆ ແລະແຜ່ນສໍາລັບປ້ອງກັນບໍ່ໃຫ້ຄວາມຮ້ອນເລັດລອດອອກ.
ວັດສະດຸທີ່ກູ້ມາໄດ້ ແມ່ນນໍາໄປໃຊ້ເພື່ອຊ່ວຍໃນການກໍ່ສ້າງເຮືອນທີ່ຖືກທໍາລາຍ ຕາມບໍລິເວນຂອບເຂດທີ່ຄວາມພະຍາຍາມຂອງຣັດເຊຍ ບໍ່ປະສົບຜົນສໍາເລັດໃນຊ່ວງເລີ້ມຕົ້ນຂອງສົງຄາມ ເພື່ອປິດລ້ອມແລະເຂົ້າຢຶດນະຄອນຫຼວງຂອງປະເທດ ຢູເຄຣນ.
ບ້ານໂນໂວເຊລິບວ໌ກາ (Novoselivka), ເຊິ່ງຕັ້ງຢູ່ຫ່າງຈາກນະຄອນຫຼວງກີຢິບໄປທາງທິດເໜືອ 140 ກິໂລແມັດ, ໄດ້ເປັນສະຖານທີ່ຕໍ່ສູ້ທີ່ມີຄວາມຮຸນແຮງໃນໄລຍະ 36 ມື້ ຂອງການໂຈມຕີ ໃສ່ນະຄອນຫຼວງຂອງປະເທດ. ປະຕູເຫຼັກອັດເຕັມໄປດ້ວຍຮູລູກປືນ ຈາກການຍິງປືນກົນໃສ່ຢ່າງໜັກໜ່ວງ, ແລະເຮືອນຂອງນາງເມັທລາໄດ້ຖືກທໍາລາຍ ໂດຍການຍິງຈາກພາກພື້ນດິນ ແລະທາງອາກາດໃສ່ຢ່າງຕໍ່ເນື່ອງ.
“ພວກເຮົາໄດ້ແກ່ດຶງເອົາສິ່ງຂອງຕ່າງໆລົງໄປຫ້ອງໃຕ້ດິນ ເທົ່າທີ່ພວກເຮົາສາ ມາດເຮັດໄດ້. ລະເບີດ 5 ລູກ, ນຶ່ງ, ສອງ, ສາມ, ສີ່, ຫ້າ ໄດ້ລະເບີດຂຶ້ນລຽນຕິດຢູ່ໃນເດີ່ນດ້ານຫຼັງຂອງພວກເຮົາ,” ນາງເມັທລາ ກ່າວ ໃນລະຫວ່າງທີ່ນາງຢືນຢູ່ບໍລິເວນທີ່ເຄີຍເປັນຫ້ອງນັ່ງຫຼິ້ນ ຂອງເຮືອນນາງທີ່ຖືກທໍາລາຍ. ນາງ ໄດ້ເກັບເອົາລົດຖີບອອກກໍາລັງກາຍທີ່ຖືກເຜົາໄໝ້ ແລະຮູບນັກບຸນເຊັນນິໂຄລາສ (St. Nicholas) ໄວ້ເປັນຄວາມຊົງຈໍາ ຂອງຊີວິດກ່ອນເກີດສົງຄາມ.
ເຈົ້າໜ້າທີ່ຂອງຢູເຄຣນ ກ່າວໃນເດືອນແລ້ວນີ້ວ່າ ປະເທດຂອງພວກເຂົາເຈົ້າໄດ້ຮັບຄວາມເສຍຫາຍ ຫຼາຍກວ່າ 100 ຕື້ໂດລາ ເທົ່າກັບ 2 ສ່ວນ 3 ຂອງຍອດຜະລິດຕະພັນລວມພາຍໃນຫຼື GDP ປີ 2020 ສະເພາະແຕ່ພື້ນຖານໂຄງລ່າງ ທີ່ໄດ້ຮັບຄວາມເສຍຫາຍພຽງຢ່າງດຽວ, ແຕ່ຕາມການປະເມີນລາຄາໃນການພະ ຍາຍາມຟື້ນຟູຄືນໃໝ່ນັ້ນ ອາດສູງກວ່ານັ້ນເຖິງ 7 ເທົ່າ.