ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເອ​ຣິ​ເທ​ຣຍ ແລະ​ຈີນ ໃຫ້​ສັນ​ຍານ​ວ່າ ຈະ​ມີ​ການ​ເປັນ​ພາ​ຄີ ແບບ​ເລິກ​ເຊິ່ງ ໃນ​ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ


​ແຟ້ມ - ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ເອ​ຣິ​ເທ​ຣຍ ທ່ານ​ອີ​ໄຊ​ແຢັດ ອັ​ຟ​ແຟ​ກີ ຢູ່​ໃນ​ພິ​ທີ​ຕ້ອນ​ຮັບ ຢູ່ນອກ​ສາ​ລາ​ປະ​ຊາ​ຊົນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 15 ພຶ​ດ​ສະ​ພາ 2023.
​ແຟ້ມ - ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ເອ​ຣິ​ເທ​ຣຍ ທ່ານ​ອີ​ໄຊ​ແຢັດ ອັ​ຟ​ແຟ​ກີ ຢູ່​ໃນ​ພິ​ທີ​ຕ້ອນ​ຮັບ ຢູ່ນອກ​ສາ​ລາ​ປະ​ຊາ​ຊົນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 15 ພຶ​ດ​ສະ​ພາ 2023.

ເວ​ລາ​ປະ​ທາ​ນາ​ທິ​ບໍ​ດີ​ເອ​ຣິ​ເທ​ຣຍ ທ່ານອີ​ໄຊ​ແຢັດ ອັ​ຟ​ແຟ​ກີ (Isaias Afwerki) ເດີນ​ທາງ​ໄປ​ເຖິງ​ປະ​ເທດ​ຈີນ ເພື່ອທຳ​ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ ​ເປັນ​ເວ​ລາ 4 ມື້ ທ່ານ​ໄດ້​ຖືກ​ຕ້ອນ​ຮັບ​ຢ່າງ​ຄຶກ​ຄື້ນ ພ້ອມ​ທັງປູ​ພົມ​ສີ​ແດງ ​ທະ​ຫານກອງ​ກຽດ​ຕິ​ຍົດ ແລະ​ຍິງ​ປືນ​ໃຫຍ່​ຕ້ອນ​ຮັບ 21 ນັດ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ທັງ​ເອ​ຣິ​ເທ​ຣຍ ແລະ​ຈີນ ຕ້ອງ​ກໍ​ຕ້ອງ​ການ​ຊຶ່ງ​ກັນ​ແລະ​ກັນ ແລະ​ພວມ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ທີ່​ມີ​ຢູ່​ແລ້ວນັ້ນ ໃຫ້​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ.

ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ ທີ່​ຫໍ​ສາ​ລາ​ປະ​ຊາ​ຊົນຢູ່ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ​ ຈິ້ນ​ຜິງ​ ກ່າວ​ວ່າ ຈີນ​ແລະ​ເອ​ຣິ​ເທ​ຣຍ “ມີ​ຄວາມ​ສຳ​ພັນ​ມິດ​ຕະ​ພາບ​ຢ່າງ​ເລິກ​ເຊິ່ງ​ຮ່ວມ​ກັນ ໃນ​ໂລກ​ທີ່​ບໍ່​ແນ່​ນອນ ​ແລະ​ບໍ່​ມີ​ຄວາມ​ທຸ່ນ​ທ່ຽງ​.”

ທ່ານ​ສີ​ກ່າວ​ຕື່ມ​ວ່າ “ຄວາມ​ສຳ​ພັນ​ອັນ​ເຂັ້ມ​ແຂງລະ​ຫວ່າງ​ຈີນ​ແລະ​ເອ​ຣິ​ເທ​ຣຍ​ຈະ​ບໍ່​ພຽງ​ແຕ່​ເປັນ​ການ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ ໄລ​ຍະ​ຍາວ ຂອງ​ປະ​ເທດ​ທັງ​ສອງ ແຕ່​ຍັງ​ຈະ​ເປັນ​ການ​ປົກ​ປັກ​ຮັກ​ສາ​ສັນຕິ​ພາບ​ຢູ່​ໃນ​ພູ​ມີ​ພາກ​ນຳ​ດ້ວຍ.”

ຜູ້​ນຳ​ຂອງ​ປະ​ເທດ​ທັງ​ສອງ​ຍັງ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ການ​ເປັນ​ພາ​ຄີ​ໃນ​ການ​ພັດ​ທະ​ນາ​ທີ່​ພົວ​ພັນ​ກັບ​ພື້ນ​ຖານ​ໂຄງ​ລ່າງ ການ​ສື່​ສານ​ຄົມ​ມະ​ນາ​ຄົມ ການ​ກະ​ສິ​ກຳ ບໍ່​ແຮ່ ແລະ​ການ​ປະ​ມົງ ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ. ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ສົ່ງ​ຄະ​ນະ​ແພດ​ແລະ​ພວກ​ນັກ​ຊ່ຽວ​ຊານ​ອະ​ວຸ​ໂສ​ດ້ານ​ກະ​ສິ​ກຳ​ໄປ​ຍັງ​ປະ​ເທດ​ເອ​ຣິ​ເທ​ຣຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG